1 ຂ່າວຄາວ 1:14 - ພຣະຄຳພີສັກສິ14 ການາອານຍັງເປັນປູ່ຍ່າຕາຍາຍຂອງຊົນຊາດ ດັ່ງຕໍ່ໄປນີ້: ເຢບຸດ, ອາໂມ, ກີກາຊີ, Uka jalj uñjjattʼäta |
“ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ນຳພາພວກເຈົ້າໄປສູ່ດິນແດນທີ່ພວກເຈົ້າກຳລັງຈະເຂົ້າໄປຄອບຄອງ ແລະພຣະອົງຈະຂັບໄລ່ຫລາຍຊົນຊາດໃຫ້ອອກໜີໄປ. ເມື່ອພວກເຈົ້າບຸກເຂົ້າໄປນັ້ນ ພຣະອົງຈະຂັບໄລ່ເຈັດຊົນຊາດໃຫຍ່ ແລະມີອຳນາດກວ່າພວກເຈົ້າອອກໄປ ດັ່ງນີ້: ຊາວຮິດຕີ, ກີກາຊີ, ອາໂມ, ການາອານ, ເປຣີຊີ, ຮີວີ ແລະເຢບຸດ.
ຖ້າພວກເຈົ້າບໍ່ເຕັມໃຈບົວລະບັດຮັບໃຊ້ພຣະເຈົ້າຢາເວ ຈົ່ງຕັດສິນໃຈໃນມື້ນີ້ວ່າ ພວກເຈົ້າຈະບົວລະບັດຮັບໃຊ້ຜູ້ໃດ ບັນດາພະທີ່ປູ່ຍ່າຕາຍາຍຂອງພວກເຈົ້າໄດ້ຂາບໄຫວ້ໃນເມໂຊໂປຕາເມຍ ຫລືບັນດາພະຂອງຊາວອາໂມໃນດິນແດນທີ່ພວກເຈົ້າອາໄສຢູ່ນີ້. ສ່ວນຂ້າພະເຈົ້າກັບຄອບຄົວຂອງຂ້າພະເຈົ້າແລ້ວ ພວກເຮົາຈະບົວລະບັດຮັບໃຊ້ພຣະເຈົ້າຢາເວ.”