12 ປາທະຣູ, ກັດສະລູ ແລະຊາວກະເຣເຕ (ຊຶ່ງເປັນຕົ້ນຕະກຸນຂອງຊາວຟີລິດສະຕິນ).
ປາທະຣູ, ກັດສະລູ ແລະ ກະເຣເຕ ຊຶ່ງພວກນີ້ໄດ້ສືບເຊື້ອສາຍໃຫ້ຊາວຟີລິດສະຕິນ.
ເຊື້ອສາຍຂອງເອຢິບ ມີດັ່ງນີ້: ຊາວລູດີອາ, ອານາມ, ເລຮາບ, ນັບຕູ,
ພວກລູກຊາຍຂອງການາອານ ມີດັ່ງນີ້: ຊີໂດນແລະເຫັດ. ທັງສອງນີ້ເປັນປູ່ຍ່າຕາຍາຍຕໍ່ໆມາຂອງຊົນຊາດທີ່ໃສ່ຊື່ຂອງພວກເຂົາ.
ເຖິງເວລາແລ້ວ ທີ່ຈະທຳລາຍຟີລິດສະຕິນ ຕັດທຸກການຊ່ວຍເຫລືອແຕ່ຕີເຣ ແລະຊີໂດນຖິ້ມ ພຣະເຈົ້າຢາເວຈະທຳລາຍພວກຟີລິດສະຕິນ ຄືຄົນທີ່ມາຈາກເກາະກະເຣເຕນັ້ນ.
ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນອິດສະຣາເອນເອີຍ ເຮົາຄິດເຖິງພວກເຈົ້າດັ່ງຄິດເຖິງຊາວເອທີໂອເປຍ. ເຮົາໄດ້ພາພວກຟີລິດສະຕິນອອກຈາກເກາະກະເຣເຕ ແລະພາພວກຊີເຣຍອອກມາຈາກເມືອງກີຣະ ດັ່ງທີ່ເຮົາໄດ້ນຳພາພວກເຈົ້າອອກມາຈາກປະເທດເອຢິບ.
ສ່ວນດິນແດນຕາມແຄມຝັ່ງຂອງທະເລເມດີແຕຣາເນ ແມ່ນປະຊາຊົນທີ່ມາຈາກເກາະກະເຣເຕໄດ້ຕັ້ງຫຼັກແຫຼ່ງຢູ່. ພວກເຂົາໄດ້ທຳລາຍລ້າງຜານຊາວອາວິມ ຊາວພື້ນເມືອງ ແລະໄດ້ຢຶດຄອງດິນແດນທັງໝົດຂອງພວກເຂົາ ແຕ່ໃຕ້ສຸດຈົນຮອດເມືອງກາຊາ.