Biblia Todo Logo
Internet tuqin Biblia

- Anuncios ukanaka -




ຕີໂຕ 3:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ນີ້​ເປັນ​ຄຳເວົ້າ​ທີ່​ໜ້າເຊື່ອຖື ແລະ ເຮົາ​ຢາກ​ໃຫ້​ເຈົ້າ​ເນັ້ນ​ໃສ່​ເລື່ອງ​ເຫລົ່ານີ້ ເພື່ອ​ວ່າ​ບັນດາ​ຜູ້​ທີ່​ໄວ້ໃຈ​ໃນ​ພຣະເຈົ້າ​ຈະ​ໄດ້​ເອົາໃຈໃສ່​ໃນ​ການອຸທິດຕົນ​ເຮັດ​ສິ່ງ​ທີ່​ດີ. ສິ່ງ​ເຫລົ່ານີ້​ເປັນ​ສິ່ງ​ດີ​ເລີດ ແລະ ເປັນ​ປະໂຫຍດ​ແກ່​ທຸກຄົນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ຄຳ​ນີ້​ເປັນ​ຄຳ​ສັດຈິງ. ເຮົາ​ປາຖະໜາ​ໃຫ້​ເຈົ້າ​ເນັ້ນ​ເຖິງ​ເລື່ອງ​ເຫຼົ່ານີ້ ເພື່ອ​ຄົນ​ທັງຫລາຍ​ທີ່​ເຊື່ອ​ໃນ​ພຣະເຈົ້າ​ແລ້ວ ຈະ​ເອົາໃຈໃສ່​ເຮັດ​ການ​ດີ ການ​ເຫຼົ່ານີ້​ດີ​ແລະ​ມີ​ປະໂຫຍດ​ແກ່​ຄົນ​ທັງປວງ.

Uka jalj uñjjattʼäta Copia luraña




ຕີໂຕ 3:8
26 Jak'a apnaqawi uñst'ayäwi  

ເພິ່ນ​ຈຶ່ງ​ບອກ​ພວກເຂົາ​ວ່າ, ‘ໃຫ້​ພວກເຈົ້າ​ໄປ​ເຮັດວຽກ​ໃນ​ສວນອະງຸ່ນ​ຂອງ​ຂ້ອຍ​ເໝືອນກັນ ແລະ ຂ້ອຍ​ຈະ​ຈ່າຍ​ຄ່າ​ແຮງງານ​ໃຫ້​ຕາມ​ສົມຄວນ’.


ແລ້ວ​ພຣະເຢຊູເຈົ້າ​ໄດ້​ຮ້ອງ​ຂຶ້ນ​ວ່າ, “ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ເຮົາ​ກໍ​ບໍ່​ໄດ້​ເຊື່ອ​ໃນ​ເຮົາ​ເທົ່ານັ້ນ, ແຕ່​ຍັງ​ເຊື່ອ​ໃນ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ.


“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ກໍ​ຕາມ​ຟັງ​ຄຳ​ຂອງ​ເຮົາ ແລະ ເຊື່ອ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ ຜູ້​ນັ້ນ​ກໍ​ມີຊີວິດ​ນິລັນດອນ ແລະ ຈະ​ບໍ່​ເຂົ້າ​ໃນ​ການພິພາກສາ, ແຕ່​ໄດ້​ຜ່ານພົ້ນ​ຈາກ​ຄວາມຕາຍ​ໄປ​ສູ່​ຊີວິດ​ແລ້ວ.


ຄົນ​ເຫລົ່ານັ້ນ​ຈຶ່ງ​ເວົ້າ​ວ່າ, “ເຈົ້າ​ເສຍສະຕິ​ໄປ​ແລ້ວ”. ແຕ່​ເມື່ອ​ນາງ​ຢືນຢັນ​ວ່າ​ເປັນ​ຢ່າງ​ນັ້ນ​ແທ້, ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ຕ້ອງ​ເປັນ​ເທວະດາ​ປະຈຳໂຕ​ຂອງ​ເປໂຕ”.


ສ່ວນ​ຄົນ​ທີ່​ບໍ່​ໄດ້​ອາໄສ​ການປະຕິບັດ ແຕ່​ໄດ້​ວາງໃຈ​ໃນ​ພຣະເຈົ້າ​ຜູ້​ເຮັດ​ໃຫ້​ຄົນຊົ່ວ​ເປັນ​ຄົນຊອບທຳ ພຣະອົງ​ຖືວ່າ​ຄວາມເຊື່ອ​ຂອງ​ລາວ​ເປັນ​ຄວາມຊອບທຳ.


ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ເຮົາ​ໄດ້​ເຊື່ອ ດ້ວຍເຫດນັ້ນ​ເຮົາ​ຈຶ່ງ​ໄດ້​ກ່າວ”. ເພາະວ່າ ພວກເຮົາ​ມີ​ພຣະວິນຍານ​ແຫ່ງ​ຄວາມເຊື່ອ​ອັນດຽວກັນ, ພວກເຮົາ​ກໍ​ເຊື່ອ​ຢ່າງນັ້ນ​ເໝືອນກັນ ແລະ ດ້ວຍເຫດນັ້ນ​ຈຶ່ງ​ກ່າວ​ອອກ​ມາ,


ຜູ້​ທີ່​ເຄີຍ​ລັກ​ກໍ​ຢ່າ​ລັກ​ອີກ, ແຕ່​ຈົ່ງ​ເຮັດວຽກ, ຈົ່ງ​ໃຊ້​ມື​ຂອງ​ຕົນ​ເຮັດ​ສິ່ງ​ທີ່​ມີ​ປະໂຫຍດ ເພື່ອ​ຈະ​ມີ​ບາງສິ່ງ​ແບ່ງປັນ​ໃຫ້​ແກ່​ຜູ້​ທີ່​ມີ​ຄວາມຈຳເປັນ.


ນີ້​ເປັນ​ຄຳກ່າວ​ທີ່​ໜ້າເຊື່ອຖື ເຊິ່ງ​ສົມຄວນ​ແກ່​ການ​ຍອມຮັບ​ໂດຍ​ບໍ່​ມີ​ຂໍ້ສົງໄສ​ຄື: ພຣະຄຣິດເຈົ້າເຢຊູ​ໄດ້​ເຂົ້າ​ມາ​ໃນ​ໂລກ​ເພື່ອ​ຊ່ວຍ​ຄົນບາບ​ທັງຫລາຍ​ໃຫ້​ລອດພົ້ນ ແລະ ໃນ​ບັນດາ​ຄົນບາບ​ເຫລົ່ານັ້ນ​ເຮົາ​ເປັນ​ຄົນຊົ່ວ​ທີ່ສຸດ.


ເຫດສະນັ້ນ ເຮົາ​ຢາກ​ໃຫ້​ຜູ້ຊາຍ​ທີ່​ຢູ່​ທົ່ວທຸກບ່ອນ​ອະທິຖານ, ຍົກ​ມື​ອັນ​ບໍລິສຸດ​ຂຶ້ນ​ໂດຍ​ປາດສະຈາກ​ຄວາມໃຈຮ້າຍ ຫລື ການຜິດຖຽງ​ກັນ.


ແລະ ເປັນ​ຜູ້​ທີ່​ມີ​ຊື່ສຽງ​ໃນ​ການ​ເຮັດ​ຄວາມດີ, ເຊັ່ນ​ວ່າ​ລ້ຽງດູ​ລູກໆ, ມີ​ນ້ຳໃຈ​ຕ້ອນຮັບແຂກ, ລ້າງ​ຕີນ​ໃຫ້​ບັນດາ​ຄົນ​ຂອງ​ພຣະເຈົ້າ, ຊ່ວຍເຫລືອ​ບັນດາ​ຜູ້​ທີ່​ຍາກຈົນ ແລະ ອຸທິດ​ຕົນເອງ​ໃນ​ການ​ເຮັດ​ດີ​ທຸກ​ຢ່າງ.


ດ້ວຍ​ເຫດ​ນີ້ ເຮົາ​ກຳລັງ​ທົນທຸກ​ເໝືອນ​ທີ່​ເຮົາ​ເປັນຢູ່. ແຕ່​ເຮົາ​ກໍ​ບໍ່​ອາຍ ເພາະວ່າ​ເຮົາ​ຮູ້ຈັກ​ພຣະອົງ​ຜູ້​ທີ່​ເຮົາ​ໄດ້​ເຊື່ອ ແລະ ເຮົາ​ໝັ້ນໃຈ​ວ່າ​ພຣະອົງ​ສາມາດ​ເບິ່ງແຍງ​ຮັກສາ​ສິ່ງ​ທີ່​ເຮົາ​ໄດ້​ມອບ​ໄວ້​ກັບ​ພຣະອົງ​ຈົນ​ເຖິງ​ວັນ​ນັ້ນ​ໄດ້.


ລາວ​ຈະ​ຕ້ອງ​ຢຶດໝັ້ນ​ໃນ​ຫລັກຄຳສອນ​ອັນ​ເຊື່ອຖືໄດ້​ຕາມ​ທີ່​ໄດ້​ຮຽນຮູ້​ມາ ເພື່ອວ່າ​ລາວ​ຈະ​ສາມາດ​ໜູນໃຈ​ຄົນ​ອື່ນ​ດ້ວຍ​ຄຳສອນ​ອັນ​ມີ​ຫລັກ ແລະ ຊີ້ແຈງ​ຕໍ່​ຜູ້​ທີ່​ຄັດຄ້ານ​ຄຳສອນ​ນັ້ນ.


ຜູ້​ໄດ້​ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຮ້າຍ​ທັງໝົດ ແລະ ເພື່ອ​ຊຳລະ​ພວກເຮົາ​ໃຫ້​ບໍລິສຸດ​ໄວ້​ສຳລັບ​ພຣະອົງ ເພື່ອ​ເປັນ​ຄົນ​ຂອງ​ພຣະອົງ​ພຽງ​ຜູ້​ດຽວ ແລະ ເປັນ​ຜູ້​ກະຕືລືລົ້ນ​ທີ່​ຈະ​ເຮັດ​ສິ່ງ​ດີ.


ເຈົ້າ​ຈົ່ງ​ປະພຶດ​ຕົນ​ໃຫ້​ເປັນ​ແບບ​ຢ່າງ​ໃນ​ທຸກ​ສິ່ງ​ໂດຍ​ການເຮັດ​ສິ່ງ​ທີ່​ດີ. ໃນ​ການສອນ​ຂອງ​ເຈົ້າ​ຈົ່ງ​ສະແດງ​ເຖິງ​ຄວາມສັດຊື່, ຄວາມ​ເອົາຈິງເອົາຈັງ


ຈົ່ງ​ເຕືອນສະຕິ​ຄົນ​ທັງຫລາຍ​ໃຫ້​ຢູ່​ໃນ​ບັງຄັບ​ຂອງ​ຜູ້ປົກຄອງ ແລະ ຜູ້ມີອຳນາດ, ໃຫ້​ເຊື່ອຟັງ ແລະ ພ້ອມ​ທີ່​ຈະ​ເຮັດ​ສິ່ງ​ທີ່​ດີ,


ຄົນ​ຂອງ​ພວກເຮົາ​ຕ້ອງ​ຮຽນຮູ້​ທີ່​ຈະ​ອຸທິດຕົນ​ເຮັດ​ສິ່ງ​ທີ່​ດີ ເພື່ອ​ພວກເຂົາ​ຈະ​ໄດ້​ຈັດຫາ​ສິ່ງ​ທີ່​ຈໍາເປັນ​ໃນ​ຊີວິດ​ປະຈໍາວັນ​ໃຫ້​ຜູ້ອື່ນ ແລະ ເພື່ອ​ຈະ​ບໍ່​ດຳເນີນຊີວິດ​ຢ່າງ​ໄຮ້ປະໂຫຍດ.


ເມື່ອ​ກ່ອນ​ລາວ​ບໍ່​ເປັນ​ປະໂຫຍດ​ແກ່​ເຈົ້າ, ແຕ່​ດຽວນີ້​ລາວ​ເປັນ​ປະໂຫຍດ​ທັງ​ແກ່​ເຈົ້າ ແລະ ແກ່​ເຮົາ​ເໝືອນ​ກັນ.


ແລະ ໃຫ້​ພວກເຮົາ​ພິຈາລະນາ​ເບິ່ງ​ວ່າ​ພວກເຮົາ​ຈະ​ປຸກ​ໃຈ​ກັນ​ໃນ​ເລື່ອງ​ຄວາມຮັກ ແລະ ໃນ​ການ​ກະທຳ​ດີ​ໄດ້​ຢ່າງໃດ,


ໂດຍ​ທາງ​ພຣະອົງ​ພວກເຈົ້າ​ຈຶ່ງ​ເຊື່ອ​ໃນ​ພຣະເຈົ້າ ຜູ້​ບັນດານ​ໃຫ້​ພຣະຄຣິດເຈົ້າ​ເປັນຄືນມາຈາກຕາຍ ແລະ ມອບ​ສະຫງ່າລາສີ​ໃຫ້​ແກ່​ພຣະອົງ. ດັ່ງນັ້ນ​ແຫລະ ຄວາມເຊື່ອ ແລະ ຄວາມຫວັງ​ຂອງ​ພວກເຈົ້າ​ຈຶ່ງ​ຢູ່​ໃນ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka