ຕີໂຕ 3:7 - ພຣະຄຳພີລາວສະບັບສະໄໝໃໝ່7 ເພື່ອວ່າ ເມື່ອພວກເຮົາຖືກນັບເປັນຜູ້ຊອບທຳດ້ວຍພຣະຄຸນຂອງພຣະອົງແລ້ວ ພວກເຮົາກໍຈະກາຍເປັນຜູ້ຮັບມໍລະດົກ ມີຄວາມຫວັງໃນຊີວິດນິລັນດອນ. Uka jalj uñjjattʼätaພຣະຄຳພີສັກສິ7 ເພື່ອວ່າ ເມື່ອຊົງປະກາດໄວ້ວ່າ ພວກເຮົາເປັນຄົນຊອບທຳດ້ວຍພຣະຄຸນຂອງພຣະອົງນັ້ນແລ້ວ ພວກເຮົາກໍຈະໄດ້ຮັບມໍຣະດົກ ຄືຊີວິດນິຣັນດອນຕາມຄວາມຫວັງ. Uka jalj uñjjattʼäta |
ຍັງຮູ້ວ່າບໍ່ມີຜູ້ໃດຖືກນັບວ່າເປັນຜູ້ຊອບທຳໄດ້ໂດຍການປະຕິບັດຕາມກົດບັນຍັດ, ແຕ່ໂດຍຄວາມເຊື່ອໃນພຣະເຢຊູຄຣິດເຈົ້າ. ດັ່ງນັ້ນ ພວກເຮົາກໍເໝືອນກັນ, ພວກເຮົາໄດ້ເຊື່ອໃນພຣະເຢຊູຄຣິດເຈົ້າເພື່ອຈະໄດ້ຖືກນັບວ່າເປັນຜູ້ຊອບທຳໂດຍຄວາມເຊື່ອໃນພຣະຄຣິດເຈົ້າ ບໍ່ແມ່ນໂດຍການປະຕິບັດຕາມກົດບັນຍັດ ເພາະວ່າບໍ່ມີຜູ້ໃດຖືກນັບວ່າເປັນຜູ້ຊອບທຳໄດ້ໂດຍການປະຕິບັດຕາມກົດບັນຍັດ.
ໂດຍຄວາມເຊື່ອ ເມື່ອໂນອາໄດ້ຮັບຄຳເຕືອນເຖິງສິ່ງຕ່າງໆທີ່ຍັງເບິ່ງບໍ່ເຫັນ, ດ້ວຍຄວາມຢ້ານກົວພຣະເຈົ້າເພິ່ນຈຶ່ງໄດ້ສ້າງເຮືອໃຫຍ່ເພື່ອຊ່ວຍຄອບຄົວຂອງເພິ່ນໃຫ້ພົ້ນ. ໂດຍຄວາມເຊື່ອຂອງເພິ່ນ ເພິ່ນຈຶ່ງໄດ້ຕັດສິນລົງໂທດໂລກ ແລະ ໄດ້ກາຍເປັນຜູ້ສືບທອດມໍລະດົກແຫ່ງຄວາມຊອບທຳທີ່ມີມາໂດຍຄວາມເຊື່ອ.