ຕີໂຕ 3:5 - ພຣະຄຳພີລາວສະບັບສະໄໝໃໝ່5 ພຣະອົງໄດ້ຊ່ວຍພວກເຮົາໃຫ້ລອດພົ້ນ, ບໍ່ແມ່ນເພາະຄວາມຊອບທຳທີ່ພວກເຮົາໄດ້ເຮັດ ແຕ່ເພາະຄວາມເມດຕາຂອງພຣະອົງ. ພຣະອົງໄດ້ຊ່ວຍພວກເຮົາໃຫ້ພົ້ນຜ່ານທາງການຊຳລະແຫ່ງການບັງເກີດໃໝ່ ແລະ ການສ້າງຂຶ້ນໃໝ່ໂດຍພຣະວິນຍານບໍລິສຸດເຈົ້າ Uka jalj uñjjattʼätaພຣະຄຳພີສັກສິ5 ພຣະອົງໄດ້ຊົງໂຜດເຮົາທັງຫລາຍໃຫ້ພົ້ນ ບໍ່ແມ່ນຍ້ອນກິດຈະການອັນຊອບທຳທີ່ພວກເຮົາເອງໄດ້ເຮັດ ແຕ່ພຣະອົງໄດ້ຊົງພຣະກະລຸນາຊຳລະໃຫ້ພວກເຮົາມີໃຈບັງເກີດໃໝ່ ແລະຊົງສ້າງພວກເຮົາຂຶ້ນໃໝ່ ໂດຍພຣະວິນຍານບໍຣິສຸດເຈົ້າ. Uka jalj uñjjattʼäta |
ຍັງຮູ້ວ່າບໍ່ມີຜູ້ໃດຖືກນັບວ່າເປັນຜູ້ຊອບທຳໄດ້ໂດຍການປະຕິບັດຕາມກົດບັນຍັດ, ແຕ່ໂດຍຄວາມເຊື່ອໃນພຣະເຢຊູຄຣິດເຈົ້າ. ດັ່ງນັ້ນ ພວກເຮົາກໍເໝືອນກັນ, ພວກເຮົາໄດ້ເຊື່ອໃນພຣະເຢຊູຄຣິດເຈົ້າເພື່ອຈະໄດ້ຖືກນັບວ່າເປັນຜູ້ຊອບທຳໂດຍຄວາມເຊື່ອໃນພຣະຄຣິດເຈົ້າ ບໍ່ແມ່ນໂດຍການປະຕິບັດຕາມກົດບັນຍັດ ເພາະວ່າບໍ່ມີຜູ້ໃດຖືກນັບວ່າເປັນຜູ້ຊອບທຳໄດ້ໂດຍການປະຕິບັດຕາມກົດບັນຍັດ.
ແລະ ນ້ຳນີ້ເປັນສັນຍາລັກການຮັບບັບຕິສະມາ ເຊິ່ງບັດນີ້ໄດ້ຊ່ວຍພວກເຈົ້າທັງຫລາຍໃຫ້ລອດພົ້ນເໝືອນກັນ ບໍ່ແມ່ນເປັນການກຳຈັດສິ່ງເປື້ອນເປິອອກຈາກຮ່າງກາຍ ແຕ່ເປັນການປະຕິຍານຕໍ່ພຣະເຈົ້າວ່າຈະຮັກສາຈິດສຳນຶກທີ່ດີ. ບັບຕິສະມາໄດ້ຊ່ວຍພວກເຈົ້າໃຫ້ພົ້ນໂດຍການເປັນຄືນມາຈາກຕາຍຂອງພຣະເຢຊູຄຣິດເຈົ້າ,