Biblia Todo Logo
Internet tuqin Biblia

- Anuncios ukanaka -




ຕີໂຕ 3:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ແຕ່​ເມື່ອ​ຄວາມເມດຕາ ແລະ ຄວາມຮັກ​ຂອງ​ພຣະເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ​ໄດ້​ມາ​ປາກົດ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ແຕ່​ເມື່ອ​ພຣະ​ເມດຕາ​ຂອງ​ພຣະເຈົ້າ ຜູ້​ຊົງ​ໂຜດ​ເຮົາ​ທັງຫລາຍ​ໃຫ້​ພົ້ນ ແລະ​ຄວາມຮັກ​ຂອງ​ພຣະອົງ​ເພື່ອ​ມະນຸດ​ທັງຫລາຍ ໄດ້​ສ່ອງ​ມາ​ປາກົດ​ແລ້ວ,

Uka jalj uñjjattʼäta Copia luraña




ຕີໂຕ 3:4
12 Jak'a apnaqawi uñst'ayäwi  

ແລະ ຈິດວິນຍານ​ຂອງ​ຂ້ານ້ອຍ​ກໍ​ຊື່ນຊົມຍິນດີ​ໃນ​ພຣະເຈົ້າ ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ຂ້ານ້ອຍ,


ຫລື ພວກເຈົ້າ​ໝິ່ນປະໝາດ​ຄວາມເມດຕາ​ອັນ​ອຸດົມສົມບູນ​ຂອງ​ພຣະອົງ, ຄວາມອົດກັ້ນ ແລະ ຄວາມອົດທົນ​ອັນ​ລົ້ນເຫລືອ​ຂອງ​ພຣະອົງ, ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ຄວາມເມດຕາ​ຂອງ​ພຣະເຈົ້າ​ນັ້ນ​ແມ່ນ​ມີ​ໄວ້​ເພື່ອ​ນຳ​ພວກເຈົ້າ​ໃຫ້​ກັບໃຈ​ໃໝ່?


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າເຢຊູ​ໂດຍ​ຄຳສັ່ງ​ຂອງ​ພຣະເຈົ້າ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ແລະ ຂອງ​ພຣະຄຣິດເຈົ້າເຢຊູ​ຜູ້​ເປັນ​ຄວາມຫວັງ​ຂອງ​ພວກເຮົາ,


ການກະທຳ​ເຊັ່ນ​ນີ້​ເປັນ​ສິ່ງ​ທີ່​ດີ ແລະ ເປັນ​ທີ່​ພໍໃຈ​ພຣະເຈົ້າ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ,


ດ້ວຍເຫດນີ້​ທີ່​ພວກເຮົາ​ເຮັດ​ວຽກງານ​ໜັກ ແລະ ອົດທົນສູ້​ກໍ​ເພາະ​ພວກເຮົາ​ໄດ້​ມອບ​ຄວາມຫວັງ​ໄວ້​ໃນ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່, ຜູ້​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ມະນຸດ​ທຸກຄົນ ແລະ ໂດຍສະເພາະ​ບັນດາ​ຜູ້ທີ່ເຊື່ອ.


ແຕ່​ບັດນີ້ ໄດ້​ເປີດເຜີຍ​ຜ່ານທາງ​ການ​ມາ​ປາກົດ​ຂອງ​ພຣະຄຣິດເຈົ້າເຢຊູ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ຜູ້​ໄດ້​ທຳລາຍ​ຄວາມຕາຍ ແລະ ໄດ້​ນຳ​ຊີວິດ ແລະ ຄວາມເປັນອະມະຕະ​ມາ​ສູ່​ຄວາມ​ສະຫວ່າງ​ຜ່ານທາງ​ຂ່າວປະເສີດ


ແລະ ເມື່ອ​ເຖິງ​ເວລາ​ທີ່​ກຳນົດ​ໄວ້ ພຣະອົງ​ກໍ​ໄດ້​ເປີດເຜີຍ​ຖ້ອຍຄຳ​ຂອງ​ພຣະອົງ​ຜ່ານທາງ​ການ​ປະກາດ​ທີ່​ໄດ້​ມອບໝາຍ​ໃຫ້​ແກ່​ເຮົາ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ,


ບໍ່​ດັ່ງນັ້ນ​ພຣະຄຣິດເຈົ້າ​ຄົງ​ຈະ​ຕ້ອງ​ທົນທຸກທໍລະມານ​ຫລາຍ​ເທື່ອ​ນັບ​ຕັ້ງແຕ່​ສ້າງ​ໂລກ​ມາ. ແຕ່​ບັດນີ້​ພຣະອົງ​ປາກົດ​ໃນ​ຕອນທ້າຍ​ຍຸກ​ພຽງ​ຄັ້ງ​ດຽວ​ເປັນ​ການສິ້ນສຸດ ເພື່ອ​ກຳຈັດ​ຄວາມບາບ​ໃຫ້​ໝົດ​ໄປ​ໂດຍ​ຖວາຍ​ພຣະອົງ​ເອງ​ເປັນ​ເຄື່ອງບູຊາ.


ບັດນີ້ ພວກເຈົ້າ​ໄດ້​ຮູ້​ແລ້ວ​ວ່າ​ອົງພຣະຜູ້ເປັນເຈົ້າ​ນັ້ນ​ປະເສີດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka