Biblia Todo Logo
Internet tuqin Biblia

- Anuncios ukanaka -




ຕີໂຕ 3:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ຄັ້ງ​ໜຶ່ງ​ພວກເຮົາ​ເອງ​ກໍ​ເປັນ​ຄົນ​ໂງ່ຈ້າ, ບໍ່​ເຊື່ອຟັງ, ຫລອກລວງ ແລະ ຕົກ​ເປັນ​ຂ້າທາດ​ຂອງ​ກິເລດຕັນຫາ ແລະ ຄວາມສະໜຸກ​ສະໜານ​ທຸກ​ຊະນິດ. ພວກເຮົາ​ເຄີຍ​ໃຊ້​ຊີວິດ​ໃນ​ຄວາມ​ຊົ່ວຮ້າຍ ແລະ ອິດສາ, ຖືກ​ກຽດຊັງ ແລະ ກຽດຊັງ​ເຊິ່ງກັນແລະກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ເພາະວ່າ​ເມື່ອ​ກ່ອນ​ນັ້ນ ພວກເຮົາ​ເອງ​ກໍ​ເປັນ​ຄົນ​ໂງ່, ບໍ່​ຍອມ​ເຊື່ອຟັງ, ຖືກ​ເຂົາ​ຫລອກລວງ​ໃຫ້​ຫລົງ, ເປັນ​ຂ້ອຍຂ້າ​ຂອງ​ກິເລດ​ຕັນຫາ ແລະ​ການ​ສະໜຸກ​ສະໜານ​ຫລາຍ​ປະການ, ເຄີຍ​ໃຊ້​ເວລາ​ໃນ​ການ​ຄິດຮ້າຍ ແລະ​ໃນ​ຄວາມ​ເຫິງສາ, ເປັນ​ຄົນ​ໜ້າຊັງ ແລະ​ກຽດຊັງ​ກັນ.

Uka jalj uñjjattʼäta Copia luraña




ຕີໂຕ 3:3
37 Jak'a apnaqawi uñst'ayäwi  

“ລູກຊາຍກົກ​ຕອບ​ວ່າ, ‘ລູກ​ບໍ່​ໄປ’, ແຕ່​ຕໍ່ມາ​ລາວ​ກໍ​ປ່ຽນໃຈ ແລະ ກໍ​ໄປ​ເຮັດວຽກ.


ພຣະອົງ​ກ່າວ​ວ່າ, “ຈົ່ງ​ລະວັງ​ໃຫ້​ດີ​ເພື່ອ​ພວກເຈົ້າ​ຈະ​ບໍ່​ຖືກ​ຫລອກລວງ. ດ້ວຍວ່າ ຈະ​ມີ​ຫລາຍ​ຄົນ​ມາ​ໃນ​ນາມ​ຂອງ​ເຮົາ, ອ້າງ​ໂຕ​ວ່າ, ‘ເຮົາ​ເປັນ​ຜູ້​ນັ້ນ’ ແລະ ‘ເວລາ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ’. ຢ່າ​ໄດ້​ຕາມ​ພວກເຂົາ​ໄປ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ທຸກຄົນ​ທີ່​ເຮັດ​ບາບ​ກໍ​ເປັນ​ຂ້າທາດ​ຂອງ​ບາບ​ນັ້ນ.


ເໝືອນກັນ​ກັບ​ພວກເຈົ້າ​ເອງ​ຜູ້​ທີ່​ເມື່ອກ່ອນ​ເຄີຍ​ບໍ່​ເຊື່ອ​ຟັງ​ພຣະເຈົ້າ ແຕ່​ບັດນີ້ ໄດ້​ຮັບ​ຄວາມ​ເມດຕາ​ອັນ​ເປັນ​ຜົນ​ມາ​ຈາກ​ການ​ບໍ່​ເຊື່ອ​ຟັງ​ຂອງ​ພວກເຂົາ,


ເຫດສະນັ້ນ, ຢ່າ​ໃຫ້​ຄວາມບາບ​ໄດ້​ຄອບຄອງ​ຮ່າງກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກເຈົ້າ ເຊິ່ງ​ເຮັດ​ໃຫ້​ພວກເຈົ້າ​ຕ້ອງ​ຍອມ​ເຮັດຕາມ​ຄວາມປາຖະໜາ​ຊົ່ວ​ຂອງ​ຮ່າງກາຍ​ນັ້ນ.


ແຕ່​ຈົ່ງ​ຂອບພຣະຄຸນ​ພຣະເຈົ້າ​ທີ່​ເຖິງແມ່ນວ່າ​ພວກເຈົ້າ​ເຄີຍ​ເປັນ​ຂ້າທາດ​ຂອງ​ຄວາມບາບ ແຕ່​ພວກເຈົ້າ​ກໍ​ໄດ້​ເຊື່ອຟັງ​ຄຳສອນ​ທີ່​ໄດ້​ມອບໝາຍ​ໃຫ້​ແກ່​ພວກເຈົ້າ​ນັ້ນ​ຢ່າງ​ສຸດ​ໃຈ.


ແຕ່​ບັດນີ້​ພວກເຈົ້າ​ໄດ້​ເປັນ​ອິດສະຫລະ​ຈາກ​ຄວາມບາບ​ແລ້ວ ແລະ ໄດ້​ກາຍເປັນ​ຂ້າທາດ​ຂອງ​ພຣະເຈົ້າ​ແລ້ວ, ປະໂຫຍດ​ທີ່​ພວກເຈົ້າ​ໄດ້​ຮັບ​ນັ້ນ​ນຳ​ໄປ​ສູ່​ຄວາມບໍລິສຸດ ແລະ ຜົນ​ທີ່​ໄດ້​ຮັບ​ກໍ​ຄື​ຊີວິດ​ນິລັນດອນ.


ເພາະ​ພວກເຮົາ​ຮູ້​ແລ້ວ​ວ່າ ຊີວິດ​ເກົ່າ​ຂອງ​ພວກເຮົາ​ຖືກ​ຄຶງ​ໄວ້​ກັບ​ພຣະອົງ​ແລ້ວ ເພື່ອ​ວ່າ​ກາຍ​ທີ່​ຖືກ​ຄອບຄອງ​ໂດຍ​ບາບ​ນັ້ນ​ຈະ​ຖືກ​ກຳຈັດ​ໄປ ເພື່ອ​ພວກເຮົາ​ຈະ​ບໍ່​ເປັນ​ຂ້າທາດ​ຂອງ​ຄວາມບາບ​ອີກ​ຕໍ່ໄປ


ເພາະ​ເຮົາ​ຢ້ານວ່າ​ເມື່ອ​ເຮົາ​ມາ​ເຖິງ​ແລ້ວ ເຮົາ​ຈະ​ບໍ່​ເຫັນ​ພວກເຈົ້າ​ເປັນ​ດັ່ງ​ທີ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ເປັນ ແລະ ພວກເຈົ້າ​ກໍ​ຈະ​ບໍ່​ເຫັນ​ເຮົາ​ເປັນ​ດັ່ງ​ທີ່​ພວກເຈົ້າ​ຢາກ​ໃຫ້​ເຮົາ​ເປັນ. ເຮົາ​ຢ້ານ​ວ່າ​ອາດ​ຈະ​ມີ​ການຜິດຖຽງກັນ, ການອິດສາ, ການ​ຄຽດ, ຄວາມທະເຍີທະຍານ​ທີ່​ເຫັນແກ່ຕົວ, ການໃສ່ຮ້າຍປ້າຍສີ, ການ​ນິນທາ, ຄວາມຈອງຫອງ ແລະ ຄວາມວຸ້ນວາຍ.


ຖ້າ​ຜູ້ໃດ​ຄິດ​ວ່າ​ຕົນເອງ​ເປັນ​ຄົນ​ສຳຄັນ​ທັງ​ທີ່​ບໍ່​ສຳຄັນ, ພວກເຂົາ​ກໍ​ຫລອກລວງ​ຕົນເອງ.


ຄັ້ງໜຶ່ງ ພວກເຈົ້າ​ທັງຫລາຍ​ເຄີຍ​ຖືກ​ຕັດຂາດ​ຈາກ​ພຣະເຈົ້າ ແລະ ເປັນ​ສັດຕູ​ກັບ​ພຣະອົງ​ທາງ​ດ້ານ​ຈິດໃຈ​ເພາະ​ພຶດຕິກຳ​ຊົ່ວຮ້າຍ​ຂອງ​ພວກເຈົ້າ.


ເມື່ອກ່ອນ​ພວກເຈົ້າ​ເຄີຍ​ດຳເນີນຊີວິດ​ໃນ​ທາງ​ເຫລົ່ານີ້


ໃນ​ຂະນະ​ທີ່​ຄົນຊົ່ວ ແລະ ຄົນ​ຫລອກລວງ​ຈະ​ຊົ່ວຮ້າຍ​ລົງ​ກວ່າ​ເກົ່າ, ກຳລັງ​ລໍ້ລວງ ແລະ ກຳລັງ​ຖືກ​ລໍ້ລວງ.


ພວກເຂົາ​ເປັນ​ຄົນ​ທີ່​ມັກ​ຈອບ​ເຂົ້າ​ໄປ​ຕາມ​ເຮືອນ​ຕ່າງໆ ແລະ ໄດ້​ຄວບຄຸມ​ບັນດາ​ແມ່ຍິງ​ທີ່​ເບົາປັນຍາ, ຜູ້​ທີ່​ເຕັມ​ໄປ​ດ້ວຍ​ຄວາມບາບ ແລະ ຄອບງຳ​ດ້ວຍ​ຕັນຫາ​ຊົ່ວ​ທຸກ​ຊະນິດ,


ພວກເຂົາ​ປະກາດ​ວ່າ​ຮູ້ຈັກ​ພຣະເຈົ້າ ແຕ່​ການກະທຳ​ຂອງ​ພວກເຂົາ​ກັບ​ປະຕິເສດ​ພຣະອົງ. ພວກເຂົາ​ເປັນ​ທີ່​ໜ້າກຽດຊັງ, ບໍ່​ເຊື່ອຟັງ ແລະບໍ່​ເໝາະສົມ​ສຳລັບ​ການ​ເຮັດ​ດີ​ໃດໆ.


ພຣະຄຸນ​ນີ້​ສອນ​ພວກເຮົາ​ກ່າວ​ປະຕິເສດ​ຕໍ່​ຄວາມອະທຳ ແລະ ຕັນຫາ​ຝ່າຍໂລກ ແລະ ສອນ​ພວກເຮົາ​ໃຫ້​ດຳເນີນຊີວິດ​ໃນ​ຍຸກ​ນີ້​ເໝືອນ​ຄົນ​ທີ່​ຮູ້ຈັກ​ຄວບຄຸມຕົນເອງ, ເປັນ​ຄົນ​ຍຸຕິທຳ ແລະ ຢູ່​ໃນ​ທາງ​ຂອງ​ພຣະເຈົ້າ.


ບັນດາ​ຜູ້​ທີ່​ຄິດ​ວ່າ​ຕົນເອງ​ເຄັ່ງ​ສາສະໜາ​ແຕ່​ບໍ່​ຄວບຄຸມ​ລີ້ນ​ຂອງ​ຕົນ​ໃຫ້​ດີ​ກໍ​ຫລອກລວງ​ຕົນເອງ ແລະ ສາສະໜາ​ຂອງ​ພວກເຂົາ​ກໍ​ໄຮ້ຄ່າ.


ໃນ​ຖານະ​ລູກ​ທີ່​ເຊື່ອຟັງ, ຢ່າ​ດຳເນີນ​ຕາມ​ຄວາມປາຖະໜາ​ຊົ່ວ​ທີ່​ພວກເຈົ້າ​ເຄີຍ​ມີ​ເມື່ອ​ເວລາ​ທີ່​ພວກເຈົ້າ​ໃຊ້​ຊີວິດ​ໃນ​ຄວາມໂງ່​ນັ້ນ.


ພະຍານາກ​ໃຫຍ່​ທີ່​ຖືກ​ໂຍນ​ລົງ​ມາ​ນັ້ນ​ແມ່ນ​ງູ​ດຶກດຳບັນ​ທີ່​ເອີ້ນ​ວ່າ​ມານຮ້າຍ ຫລື ມານຊາຕານ, ຜູ້​ທີ່​ນຳພາ​ຄົນ​ທັງ​ໂລກ​ໃຫ້​ຫລົງຜິດ. ມັນ​ຖືກ​ໂຍນ​ລົງ​ມາ​ເທິງ​ໂລກ​ພ້ອມ​ກັບ​ບັນດາ​ເທວະດາ​ຂອງ​ມັນ.


ເພາະ​ໝາຍສຳຄັນ​ເຫລົ່ານີ້​ມັນ​ຈຶ່ງ​ໄດ້​ຮັບ​ອຳນາດ​ໃຫ້​ກະທຳການ​ແທນ​ສັດຮ້າຍ​ໂຕ​ທຳອິດ, ມັນ​ຫລອກລວງ​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ແຜ່ນດິນໂລກ. ມັນ​ສັ່ງ​ໃຫ້​ພວກເຂົາ​ສ້າງ​ຮູບຈຳລອງ​ຂຶ້ນ​ເພື່ອ​ເປັນ​ກຽດ​ແກ່​ສັດຮ້າຍ​ທີ່​ຖືກ​ບາດເຈັບ​ດ້ວຍ​ດາບ​ແຕ່​ຍັງ​ບໍ່​ຕາຍ​ນັ້ນ.


ເທວະດາ​ຕົນ​ນັ້ນ​ໄດ້​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ອັນ​ມີ​ພະລັງ​ວ່າ: “ຫລົ້ມຈົມ​ແລ້ວ! ບາບີໂລນ​ນະຄອນ​ຍິ່ງໃຫຍ່​ໄດ້​ຫລົ້ມຈົມ​ແລ້ວ! ນາງ​ນີ້​ໄດ້​ກາຍເປັນ​ບ່ອນອາໄສ​ຂອງ​ພວກ​ຜີມານຮ້າຍ ແລະ ເປັນ​ບ່ອນ​ສິງ​ຢູ່​ຂອງ​ວິນຍານສົກກະປົກ​ທຸກ​ຢ່າງ, ເປັນ​ບ່ອນ​ສິງ​ຢູ່​ຂອງ​ນົກ​ທຸກ​ຊະນິດ​ທີ່​ເປັນມົນທິນ, ເປັນ​ບ່ອນ​ສິງ​ຢູ່​ຂອງ​ສັດ​ທຸກ​ຊະນິດ​ທີ່​ເປັນມົນທິນ ແລະ ໜ້າ​ກຽດຊັງ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka