Biblia Todo Logo
Internet tuqin Biblia

- Anuncios ukanaka -




ຕີໂຕ 3:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ບໍ່​ໃສ່ຮ້າຍ​ປ້າຍສີ​ຜູ້ໃດ, ມັກ​ຄວາມສະຫງົບ, ເຫັນໃຈ​ຄົນ​ອື່ນ ແລະ ສຸພາບອ່ອນໂຍນ​ຕໍ່​ທຸກຄົນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ຢ່າ​ໃຫ້​ພວກເຂົາ​ໝິ່ນປະໝາດ​ຜູ້ໃດ​ຈັກ​ຄົນ ຢ່າ​ໃຫ້​ເປັນ​ຄົນ​ມັກ​ຜິດຖຽງ​ກັນ ແຕ່​ໃຫ້​ເປັນ​ຄົນ​ເອົາອົກ​ເອົາໃຈ ສະແດງ​ຄວາມ​ອ່ອນ​ສຸພາບ​ແກ່​ຄົນ​ທັງປວງ.

Uka jalj uñjjattʼäta Copia luraña




ຕີໂຕ 3:2
35 Jak'a apnaqawi uñst'ayäwi  

ຈົ່ງ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄວ້ ແລະ ຮຽນ​ຮູ້​ຈາກ​ເຮົາ ເພາະວ່າ​ເຮົາ​ເປັນ​ຜູ້​ໃຈ​ອ່ອນສຸພາບ ແລະ ຖ່ອມລົງ, ແລ້ວ​ຈິດໃຈ​ຂອງ​ພວກເຈົ້າ​ຈະ​ໄດ້​ພົບ​ຄວາມເຊົາເມື່ອຍ.


ໂປໂລ​ຈຶ່ງ​ຕອບ​ວ່າ, “ພີ່ນ້ອງ​ທັງຫລາຍ ຂ້າພະເຈົ້າ​ບໍ່ຮູ້​ວ່າ​ທ່ານ​ເປັນ​ມະຫາ​ປະໂລຫິດ ເພາະ​ມີ​ຄຳຂຽນ​ໄວ້​ວ່າ: ‘ຢ່າ​ເວົ້າ​ລ່ວງເກີນ​ຜູ້ມີອຳນາດ​ປົກຄອງ​ໃນ​ທ່າມກາງ​ພວກເຈົ້າ’”.


ຫລື ຄົນຂີ້ລັກ, ຫລື ຄົນໂລບ, ຫລື ຄົນຂີ້ເຫລົ້າ, ຫລື ຄົນ​ໃສ່ຮ້າຍປ້າຍສີ ຫລື ຄົນສໍ້ໂກງ ຈະ​ບໍ່​ໄດ້​ຮັບ​ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ມໍລະດົກ.


ເຖິງແມ່ນວ່າ​ເຮົາ​ເປັນ​ອິດສະຫລະ ແລະ ບໍ່​ຂຶ້ນ​ກັບ​ຜູ້ໃດ, ເຮົາ​ກໍ​ໄດ້​ເຮັດ​ໃຫ້​ຕົນເອງ​ເປັນ​ຂ້າທາດ​ແກ່​ທຸກໆ​ຄົນ, ເພື່ອ​ຈະ​ຊະນະ​ໃຈ​ຄົນ​ຈຳນວນ​ຫລາຍ​ເທົ່າ​ທີ່​ຈະ​ເປັນໄປ​ໄດ້.


ເຮົາ​ຂໍຮ້ອງ​ພວກເຈົ້າ​ດ້ວຍ​ຄວາມຖ່ອມໃຈ ແລະ ອ່ອນ​ສຸພາບ​ຂອງ​ພຣະຄຣິດເຈົ້າ, ເຮົາ​ຄື​ໂປໂລ ຜູ້​ທີ່​ພວກເຈົ້າ​ທັງຫລາຍ​ບອກ​ວ່າ “ຂີ້ຢ້ານ” ເມື່ອ​ຢູ່​ຕໍ່ໜ້າ​ພວກເຈົ້າ ແຕ່ “ກ້າຫານ” ເມື່ອ​ຢູ່​ຫ່າງໄກ​ຈາກ​ພວກເຈົ້າ!


ເພາະ​ເຮົາ​ຢ້ານວ່າ​ເມື່ອ​ເຮົາ​ມາ​ເຖິງ​ແລ້ວ ເຮົາ​ຈະ​ບໍ່​ເຫັນ​ພວກເຈົ້າ​ເປັນ​ດັ່ງ​ທີ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ເປັນ ແລະ ພວກເຈົ້າ​ກໍ​ຈະ​ບໍ່​ເຫັນ​ເຮົາ​ເປັນ​ດັ່ງ​ທີ່​ພວກເຈົ້າ​ຢາກ​ໃຫ້​ເຮົາ​ເປັນ. ເຮົາ​ຢ້ານ​ວ່າ​ອາດ​ຈະ​ມີ​ການຜິດຖຽງກັນ, ການອິດສາ, ການ​ຄຽດ, ຄວາມທະເຍີທະຍານ​ທີ່​ເຫັນແກ່ຕົວ, ການໃສ່ຮ້າຍປ້າຍສີ, ການ​ນິນທາ, ຄວາມຈອງຫອງ ແລະ ຄວາມວຸ້ນວາຍ.


ແຕ່​ຜົນ​ຂອງ​ພຣະວິນຍານ​ນັ້ນ​ຄື​ຄວາມຮັກ, ຄວາມຊື່ນຊົມຍິນດີ, ສັນຕິສຸກ, ຄວາມອົດທົນ, ຄວາມປານີ, ຄວາມດີ, ຄວາມສັດຊື່,


ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ຜູ້ໃດ​ຖືກ​ຈັບ​ໄດ້​ວ່າ​ເຮັດ​ບາບ, ພວກເຈົ້າ​ຜູ້​ທີ່​ມີຊີວິດ​ໂດຍ​ພຣະ​ວິນຍານ​ຄວນ​ຊ່ວຍ​ຜູ້​ນັ້ນ​ໃຫ້​ລາວ​ກັບໃຈໃໝ່​ຢ່າງ​ອ່ອນສຸພາບ. ແຕ່​ຈົ່ງ​ລະວັງ​ຕົວ​ໄວ້​ໃຫ້​ດີ, ບໍ່​ດັ່ງນັ້ນ​ພວກເຈົ້າ​ເອງ​ກໍ​ຈະ​ຫລົງ​ເຮັດ​ບາບ​ເໝືອນກັນ.


ເຫດສະນັ້ນ, ເມື່ອ​ພວກເຮົາ​ມີ​ໂອກາດ ໃຫ້​ພວກເຮົາ​ເຮັດ​ດີ​ຕໍ່​ທຸກຄົນ ໂດຍສະເພາະ​ຕໍ່​ຄົນ​ທີ່​ຢູ່​ໃນ​ຄອບຄົວ​ແຫ່ງ​ຄວາມເຊື່ອ.


ຈົ່ງ​ຖ່ອມຕົວລົງ ແລະ ສຸພາບອ່ອນໂຍນ​ໃນ​ທຸກດ້ານ; ຈົ່ງ​ອົດທົນ ແລະ ຜ່ອນໜັກ​ຜ່ອນເບົາ​ຕໍ່​ກັນແລະກັນ​ດ້ວຍ​ຄວາມຮັກ.


ຈົ່ງ​ກຳຈັດ​ຄວາມຂົມຂື່ນ​ທັງໝົດ, ຄວາມໂກດແຄ້ນ ແລະ ຄວາມໃຈຮ້າຍ, ການຜິດຖຽງກັນ ແລະ ການ​ໃສ່ຮ້າຍປ້າຍສີ ພ້ອມ​ທັງ​ການປອງຮ້າຍ​ທຸກ​ຮູບແບບ.


ຈົ່ງ​ໃຫ້​ຄວາມ​ສຸພາບອ່ອນໂຍນ​ຂອງ​ພວກເຈົ້າ​ທັງຫລາຍ​ປາກົດ​ແກ່​ຄົນ​ທັງປວງ. ອົງພຣະຜູ້ເປັນເຈົ້າ​ຢູ່​ໃກ້​ແລ້ວ.


ແຕ່​ພວກເຮົາ​ກໍ​ເປັນ​ເໝືອນ​ເດັກ​ນ້ອຍໆ​ເມື່ອ​ຢູ່​ທ່າມກາງ​ພວກເຈົ້າ. ເໝືອນດັ່ງ​ແມ່​ທີ່​ລ້ຽງດູ​ລູກ​ຂອງ​ຕົນ,


ໃນ​ທຳນອງ​ດຽວ​ກັນ, ພວກແມ່ຍິງ​ຕ້ອງ​ເປັນ​ຄົນ​ທີ່​ໜ້ານັບຖື, ບໍ່​ເວົ້າ​ຫຍາບຄາຍ, ແຕ່​ຮູ້ຈັກ​ຄວບຄຸມ​ອາລົມ ແລະ ເຊື່ອຖືໄດ້​ໃນ​ທຸກສິ່ງ.


ບໍ່​ດື່ມເຫລົ້າ​ມຶນເມົາ, ບໍ່​ຮຸນແຮງ​ແຕ່​ສຸພາບອ່ອນໂຍນ, ບໍ່​ເປັນ​ຄົນ​ມັກ​ຜິດຖຽງກັນ, ບໍ່ເປັນຄົນຮັກເງິນ.


ແຕ່​ສະຕິປັນຍາ​ທີ່​ມາ​ຈາກ​ສະຫວັນ​ກ່ອນອື່ນ​ໝົດ​ນັ້ນ​ຄື​ບໍລິສຸດ, ຈາກ​ນັ້ນ​ຄື​ການ​ຮັກ​ສັນຕິສຸກ, ເຫັນອົກເຫັນໃຈ, ຍອມເຊື່ອຟັງ, ເຕັມ​ດ້ວຍ​ຄວາມເມດຕາ ແລະ ເກີດຜົນ​ດີ, ບໍ່​ລໍາອຽງ ແລະ ຈິງໃຈ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ໃສ່ຮ້າຍປ້າຍສີ​ກັນ, ຜູ້ໃດ​ທີ່​ກ່າວ​ຕໍ່ຕ້ານ​ພີ່ນ້ອງ ຫລື ຕັດສິນ​ພວກເຂົາ​ກໍ​ກ່າວ​ຕໍ່ຕ້ານ ແລະ ຕັດສິນ​ກົດບັນຍັດ. ເມື່ອ​ພວກເຈົ້າ​ຕັດສິນ​ກົດບັນຍັດ ພວກເຈົ້າ​ກໍ​ບໍ່​ໄດ້​ຖືຮັກສາ​ກົດບັນຍັດ​ນັ້ນ, ແຕ່​ຕັ້ງ​ຕົນເອງ​ເປັນ​ຜູ້ຕັດສິນ​ກົດບັນຍັດ.


ເຫດສະນັ້ນ ຈົ່ງ​ກຳຈັດ​ຄວາມຄິດຮ້າຍ ແລະ ການຫລອກລວງ​ທຸກຢ່າງ, ຄວາມ​ໜ້າຊື່ໃຈຄົດ, ຄວາມອິດສາ ແລະ ການໃສ່ຮ້າຍປ້າຍສີ​ທຸກຢ່າງ​ອອກໄປ​ຈາກ​ພວກເຈົ້າ.


ເພາະ, “ຜູ້ໃດ​ກໍ​ຕາມ​ຮັກ​ຊີວິດ ແລະ ປາຖະໜາ​ຈະ​ເຫັນ​ວັນ​ທີ່​ດີ ພວກເຂົາ​ຕ້ອງ​ຮັກສາ​ລີ້ນ​ຂອງ​ຕົນ​ໃຫ້​ພົ້ນ​ຈາກ​ຄວາມຊົ່ວ ຮັກສາ​ປາກ​ຂອງ​ຕົນ​ໃຫ້​ບໍ່​ໃຫ້​ເວົ້າ​ຄຳ​ຫລອກລວງ.


ສຸດທ້າຍ​ນີ້, ພວກເຈົ້າ​ທັງຫລາຍ​ຈົ່ງ​ເປັນ​ນ້ຳໜຶ່ງໃຈດຽວກັນ, ຈົ່ງ​ເຫັນອົກເຫັນໃຈກັນ, ຈົ່ງ​ຮັກເຊິ່ງກັນແລະກັນ, ຈົ່ງ​ມີ​ໃຈອ່ອນນ້ອມ ແລະ ຖ່ອມໂຕ.


ພວກເຂົາ​ຈຶ່ງ​ປະຫລາດໃຈ​ທີ່​ພວກເຈົ້າ​ບໍ່​ເຂົ້າ​ຮ່ວມ​ໃນ​ການດຳເນີນຊີວິດ​ແບບ​ຊະຊາຍ ແລະ ດຳເນີນຊີວິດ​ແບບ​ປ່າເຖື່ອນ​ກັບ​ພວກເຂົາ ແລະ ພວກເຂົາ​ຈຶ່ງ​ຫຸ້ມ​ດ່າ​ພວກເຈົ້າ.


ໂດຍ​ສະເພາະ​ຈະ​ລົງໂທດ​ຄົນ​ເຫລົ່ານັ້ນ​ທີ່​ປ່ອຍໂຕ​ໄປ​ຕາມ​ຄວາມ​ປາຖະໜາ​ຂອງ​ເນື້ອໜັງ ແລະ ດູຖູກ​ຜູ້ມີອຳນາດ. ຄູສອນປອມ​ເຫລົ່ານີ້​ກ້າຫານ ແລະ ຈອງຫອງ, ພວກເຂົາ​ຫຸ້ມ​ດ່າ​ເທວະດາ​ເບື້ອງເທິງ​ໂດຍ​ບໍ່​ໄດ້​ຢ້ານກົວ.


ເຖິງ​ປານ​ນັ້ນ​ຄົນ​ເຫລົ່ານີ້​ໝິ່ນປະໝາດ​ໃນ​ສິ່ງ​ທີ່​ຕົນ​ບໍ່​ເຂົ້າໃຈ ແລະ ທຸກ​ສິ່ງ​ທີ່​ພວກເຂົາ​ເຂົ້າໃຈ​ໂດຍ​ສັນຊາດຕະຍານ​ເໝືອນ​ສັດ​ເດຍລະສານ​ທີ່​ບໍ່​ຮູ້​ຈັກ​ໃຊ້​ເຫດຜົນ ສິ່ງ​ເຫລົ່ານີ້​ແຫລະ​ຈະ​ທຳລາຍ​ພວກເຂົາ.


ໃນ​ທາງ​ດຽວ​ກັນ ໃນ​ຄວາມເພີ້ຝັນ​ຂອງ​ພວກເຂົາ​ຄົນອະທຳ​ເຫລົ່ານີ້​ກໍ​ເປັນ​ແບບ​ດຽວ​ກັນ​ເລີຍ ພວກເຂົາ​ປ່ອຍ​ໃຫ້​ຮ່າງກາຍ​ຂອງ​ຕົນ​ເປື້ອນເປິ, ປະຕິເສດ​ສິດອຳນາດ ແລະ ດ່າ​ເທວະດາ​ເບື້ອງເທິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka