Biblia Todo Logo
Internet tuqin Biblia

- Anuncios ukanaka -




ຕີໂຕ 3:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ເຈົ້າ​ແນ່ໃຈ​ໄດ້​ວ່າ​ຄົນ​ແບບ​ນີ້​ເປັນ​ຄົນ​ບິດເບືອນ ແລະ ບາບ​ຫລາຍ; ການກະທຳ​ຂອງ​ພວກເຂົາ​ຈະ​ພິພາກສາ​ໂຕ​ພວກເຂົາ​ເອງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ເພາະ​ຮູ້​ແລ້ວ​ວ່າ ຄົນ​ຢ່າງ​ນັ້ນ ເປັນ​ຄົນ​ພິກປີ້ນ ຫລົງ​ໄປ​ເຮັດ​ຜິດບາບ ຈຶ່ງ​ປັບໂທດ​ໃສ່​ຕົນເອງ.

Uka jalj uñjjattʼäta Copia luraña




ຕີໂຕ 3:11
13 Jak'a apnaqawi uñst'ayäwi  

“ນາຍ​ຂອງ​ລາວ​ຕອບ​ວ່າ, ‘ເຈົ້າ​ຄົນຮັບໃຊ້​ຊົ່ວຊ້າ! ເຮົາ​ຈະ​ຕັດສິນ​ລົງໂທດ​ເຈົ້າ​ຈາກ​ຄຳເວົ້າ​ຂອງ​ເຈົ້າ​ເອງ. ເຈົ້າ​ຮູ້ຈັກ​ວ່າ​ເຮົາ​ເປັນ​ຄົນ​ເຄັ່ງຄັດ, ເກັບ​ກຳໄລ​ຈາກ​ທຸລະກິດ​ທີ່​ເຮົາ​ເອງ​ບໍ່​ໄດ້​ລົງ​ທຶນ ແລະ ເກັບກ່ຽວ​ຜົນ​ທີ່​ເຮົາ​ບໍ່​ໄດ້​ຫວ່ານ?


ແຕ່​ພວກ​ຟາຣີຊາຍ ແລະ ພວກ​ຜູ້ຊຳນານ​ດ້ານ​ກົດບັນຍັດ​ບໍ່​ຍອມຮັບ​ເຈດຕະນາ​ຂອງ​ພຣະເຈົ້າ​ທີ່​ມີ​ຕໍ່​ພວກເຂົາ, ເພາະ​ພວກເຂົາ​ບໍ່​ໄດ້​ບັບຕິສະມາ​ຈາກ​ໂຢຮັນ.)


ຜູ້ໃດ​ທີ່​ເຊື່ອ​ໃນ​ພຣະອົງ​ກໍ​ບໍ່​ຖືກ​ພິພາກສາ ແຕ່​ຜູ້ໃດ​ທີ່​ບໍ່​ເຊື່ອ​ກໍ​ຖືກ​ພິພາກສາ​ຢູ່​ແລ້ວ ເພາະ​ພວກເຂົາ​ບໍ່​ເຊື່ອ​ໃນ​ນາມ​ຂອງ​ພຣະບຸດ​ອົງ​ດຽວ​ຂອງ​ພຣະເຈົ້າ.


ແລ້ວ​ໂປໂລ ແລະ ບາຣະນາບາ​ຈຶ່ງ​ໂຕ້ຕອບ​ພວກເຂົາ​ຢ່າງ​ກ້າຫານ​ວ່າ: “ພວກເຮົາ​ຈຳເປັນ​ຕ້ອງ​ປະກາດ​ພຣະຄຳ​ຂອງ​ພຣະເຈົ້າ​ກັບ​ພວກທ່ານ​ກ່ອນ. ແຕ່​ໃນ​ເມື່ອ​ພວກທ່ານ​ປະຕິເສດ​ພຣະຄຳ ແລະ ບໍ່​ເຫັນ​ວ່າ​ຕົວ​ພວກທ່ານ​ເອງ​ສົມຄວນ​ກັບ​ຊີວິດ​ນິລັນດອນ, ບັດນີ້ ພວກເຮົາ​ກໍ​ຈະ​ຫັນ​ໄປ​ຫາ​ບັນດາ​ຄົນຕ່າງຊາດ.


ພວກເຮົາ​ໄດ້​ຍິນ​ຂ່າວ​ວ່າ​ມີ​ບາງຄົນ​ໃນ​ພວກເຮົາ​ໄດ້​ໄປ​ຫາ​ພວກທ່ານ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ​ຈາກ​ພວກເຮົາ ແລະ ໄປ​ລົບກວນ​ຈິດໃຈ​ຂອງ​ພວກທ່ານ​ໂດຍ​ເວົ້າ​ສິ່ງ​ທີ່​ເຮັດ​ໃຫ້​ພວກທ່ານ​ບໍ່​ສະບາຍໃຈ.


ແລ້ວ​ນາຍພັນ​ກໍ​ຂຽນ​ຈົດໝາຍ​ສະບັບ​ໜຶ່ງ​ໂດຍ​ມີ​ໃຈຄວາມ​ດັ່ງນີ້:


ບັດນີ້ ພວກເຮົາ​ຮູ້​ວ່າ​ສິ່ງໃດ​ທີ່​ກົດບັນຍັດ​ໄດ້​ກ່າວ​ໄວ້​ກໍ​ກ່າວ​ແກ່​ຜູ້​ທີ່​ຢູ່​ໃຕ້​ກົດບັນຍັດ, ເພື່ອວ່າ​ທຸກ​ປາກ​ຈະ​ມິດງຽບ​ຢູ່ ແລະ ເພື່ອ​ໃຫ້​ທັງ​ໂລກ​ຮັບຜິດຊອບ​ຕໍ່​ພຣະເຈົ້າ.


ຈົ່ງ​ໝັ່ນ​ເຕືອນ​ບັນດາ​ຄົນ​ຂອງ​ພຣະເຈົ້າ​ໃຫ້​ລະນຶກເຖິງ​ສິ່ງ​ເຫລົ່ານີ້. ຈົ່ງ​ຕັກເຕືອນ​ພວກເຂົາ​ຕໍ່ໜ້າ​ພຣະເຈົ້າ​ບໍ່​ໃຫ້​ຜິດຖຽງ​ກັນ​ເລື່ອງ​ຖ້ອຍຄຳ​ຕ່າງໆ​ທີ່​ບໍ່​ມີ​ຄຸນຄ່າ ແລະ ມີ​ແຕ່​ຈະ​ທຳລາຍ​ບັນດາ​ຜູ້ຟັງ​ເທົ່ານັ້ນ.


ພວກເຂົາ​ຈະ​ຕ້ອງ​ໄດ້​ມິດງຽບ ເພາະ​ພວກເຂົາ​ໄດ້​ລົບກວນ​ຫລາຍ​ຄອບຄົວ​ໂດຍ​ການ​ສອນ​ສິ່ງ​ທີ່​ພວກເຂົາ​ບໍ່​ຄວນ​ສອນ ແລະ ການສອນ​ນັ້ນ​ກໍ​ເພື່ອ​ຫາ​ປະໂຫຍດ​ໃນ​ທາງ​ບໍ່​ສັດຊື່


ແລະ ເພື່ອ​ບໍ່​ໃຫ້​ໃສ່ໃຈ​ນິຍາຍ​ຂອງ​ພວກ​ຢິວ ຫລື ກົດເກນ​ມະນຸດ​ຂອງ​ບັນດາ​ຜູ້​ທີ່​ປະຕິເສດ​ຄວາມຈິງ.


ຫລັງຈາກ​ທີ່​ພວກເຮົາ​ໄດ້​ຮູ້​ຄວາມຈິງ​ແລ້ວ ຖ້າ​ພວກເຮົາ​ຍັງ​ເຈດຕະນາ​ເຮັດ​ບາບ​ຕໍ່ໄປ​ກໍ​ຈະ​ບໍ່​ເຫລືອ​ເຄື່ອງບູຊາ​ລຶບລ້າງ​ບາບ​ໃດໆ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka