Biblia Todo Logo
Internet tuqin Biblia

- Anuncios ukanaka -




ຕີໂຕ 3:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ຈົ່ງ​ຕັກເຕືອນ​ຄົນ​ທີ່​ກໍ່​ໃຫ້​ເກີດ​ຄວາມແຕກແຍກ​ເທື່ອ​ທີ​ໜຶ່ງ​ກ່ອນ ແລ້ວ​ຈຶ່ງ​ຕັກເຕືອນ​ອີກ​ເປັນ​ເທື່ອ​ທີ​ສອງ. ຫລັງຈາກນັ້ນ ກໍ​ຢ່າ​ກ່ຽວຂ້ອງ​ກັບ​ພວກເຂົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ຄົນ​ໃດ​ທີ່​ຍຸແຫຍ່​ໃຫ້​ເກີດ​ການ​ແຕກແຍກ​ກັນ ເມື່ອ​ໄດ້​ເຕືອນ​ເຂົາ​ຄັ້ງ​ໜຶ່ງ ຫລື​ສອງ​ຄັ້ງ​ແລ້ວ ຢ່າ​ກ່ຽວຂ້ອງ​ກັບ​ຄົນ​ນັ້ນ​ອີກ​ຕໍ່ໄປ.

Uka jalj uñjjattʼäta Copia luraña




ຕີໂຕ 3:10
12 Jak'a apnaqawi uñst'ayäwi  

ພີ່ນ້ອງ​ທັງຫລາຍ ເຮົາ​ຂໍ​ໃຫ້​ພວກເຈົ້າ​ລະວັງ​ບັນດາ​ຜູ້​ທີ່​ເປັນເຫດ​ໃຫ້​ເກີດ​ຄວາມແຕກແຍກ ແລະ ເປັນເຫດ​ໃຫ້​ພວກເຈົ້າ​ສະດຸດ ເຊິ່ງ​ຂັດ​ກັບ​ຫລັກຄຳສອນ​ທີ່​ພວກເຈົ້າ​ໄດ້​ຮຽນ​ມາ​ແລ້ວ. ຈົ່ງ​ຢູ່​ຫ່າງ​ຈາກ​ຄົນ​ພວກເຂົາ.


ບໍ່​ຕ້ອງ​ສົງໄສ​ເລີຍ​ວ່າ ໃນ​ທ່າມກາງ​ພວກເຈົ້າ​ຕ້ອງ​ມີ​ຄວາມແຕກຕ່າງ​ກັນ ເພື່ອ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ຝ່າຍ​ໃດ​ທີ່​ພຣະເຈົ້າ​ເຫັນດ້ວຍ.


ເຮົາ​ໄດ້​ໃຫ້​ຄຳເຕືອນ​ພວກເຈົ້າ​ໄວ້​ແລ້ວ​ເມື່ອ​ເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ​ເທື່ອ​ທີສອງ. ບັດນີ້ ເຮົາ​ຂໍ​ຢ້ຳ​ອີກ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ວ່າ: ເມື່ອ​ເຮົາ​ກັບມາ ເຮົາ​ຈະ​ບໍ່​ລະເວັ້ນ​ບັນດາ​ຜູ້​ທີ່​ໄດ້​ເຮັດບາບ​ກ່ອນ​ໜ້າ​ນີ້ ຫລື ຄົນ​ອື່ນໆ​ໃດ​ອີກ,


ສ່ວນ​ຜູ້ກໍ່ກວນ​ເຫລົ່ານັ້ນ ເຮົາ​ປາຖະໜາ​ໃຫ້​ພວກເຂົາ​ຕອນ​ຕົນເອງ​ສາ!


ການຂາບໄຫວ້​ຮູບເຄົາລົບ ແລະ ການ​ໃຊ້​ຄາຖາ; ການ​ກຽດຊັງ, ການແຕກແຍກ, ການ​ຫຶງຫວງ, ຄຽດແຄ້ນ, ຄວາມທະເຍີທະຍານ​ທີ່​ເຫັນແກ່ຕົວ, ການ​ຂັດແຍ້ງ, ການແບ່ງພັກແບ່ງພວກ


ຜູ້ໃດ​ບໍ່​ເຊື່ອຟັງ​ຄຳສັ່ງສອນ​ຂອງ​ພວກເຮົາ​ໃນ​ຈົດໝາຍ​ນີ້ ຈົ່ງ​ໝາຍ​ໄວ້​ເປັນ​ພິເສດ. ຢ່າ​ໄປ​ຄົບຫາ​ກັບ​ພວກເຂົາ ເພື່ອ​ພວກເຂົາ​ຈະ​ໄດ້​ຮູ້ສຶກ​ລະອາຍໃຈ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ສັ່ງ​ພວກເຈົ້າ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ວ່າ​ຈົ່ງ​ຫລີກໜີ​ຈາກ​ຜູ້​ທີ່​ເຊື່ອ​ທຸກຄົນ​ທີ່​ຂີ້ຄ້ານ, ກໍ່ກວນ ແລະ ບໍ່​ຍອມ​ດຳເນີນຊີວິດ​ຕາມ​ຄຳສັ່ງສອນ​ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພວກເຮົາ.


ຢຶດຖື​ທາງ​ຂອງ​ພຣະເຈົ້າ​ພຽງ​ເປືອກນອກ ແຕ່​ປະຕິເສດ​ລິດອຳນາດ​ຂອງ​ພຣະເຈົ້າ. ຢ່າ​ໄປ​ຄົບຫາ​ກັບ​ຄົນ​ແບບ​ນີ້.


ແຕ່​ກໍ​ມີ​ພວກ​ຜູ້ທຳນວາຍ​ປອມ​ໃນ​ທ່າມກາງ​ປະຊາຊົນ ເຊັ່ນດຽວ​ກັບ​ທີ່​ມີ​ຄູສອນປອມ​ໃນ​ທ່າມກາງ​ພວກເຈົ້າ​ເໝືອນກັນ. ພວກເຂົາ​ຈະ​ລັກ​ນຳ​ເອົາ​ຄຳສອນ​ຜິດ​ທີ່​ເຮັດ​ໃຫ້​ເສຍຫາຍ​ເຂົ້າ​ມາ, ຈົນ​ເຖິງ​ກັບ​ປະຕິເສດ​ອົງພຣະຜູ້ເປັນເຈົ້າ​ອົງເຈົ້ານາຍ​ຜູ້​ໄດ້​ໄຖ່​ພວກເຂົາ. ເຊິ່ງ​ການກະທຳ​ຢ່າງນີ້​ຈະ​ນຳ​ຄວາມຈິບຫາຍ​ມາ​ເຖິງ​ພວກເຂົາ​ເອງ​ຢ່າງ​ໄວວາ.


ຖ້າ​ຜູ້ໃດ​ມາ​ຫາ​ພວກເຈົ້າ ແລະ ບໍ່​ໄດ້​ນຳເອົາ​ຄຳສັ່ງສອນ​ນີ້​ມາ​ນຳ ກໍ​ຢ່າ​ຮັບ​ພວກເຂົາ​ເຂົ້າ​ໃນ​ເຮືອນ​ຂອງ​ພວກເຈົ້າ ຫລື ຕ້ອນຮັບ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka