Biblia Todo Logo
Internet tuqin Biblia

- Anuncios ukanaka -




ຕີໂຕ 2:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ແລະ ໃຊ້​ຖ້ອຍຄຳ​ອັນ​ມີ​ຫລັກ​ທີ່​ບໍ່​ມີ​ຜູ້ໃດ​ຕຳໜິ​ໄດ້ ເພື່ອ​ວ່າ​ຜູ້​ທີ່​ຄັດຄ້ານ​ເຈົ້າ​ນັ້ນ​ຈະ​ໄດ້​ຮັບ​ຄວາມອັບອາຍ ເພາະ​ພວກເຂົາ​ບໍ່​ມີ​ອັນ​ໃດ​ທີ່​ຈະ​ເວົ້າ​ບໍ່​ດີ​ກ່ຽວກັບ​ພວກເຮົາ​ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ຈົ່ງ​ໃຊ້​ຄຳ​ເວົ້າ​ອັນ​ຖືກຕ້ອງ​ທ່ຽງທຳ ເພື່ອ​ຈະ​ບໍ່ມີ​ຜູ້ໃດ​ຕິຕຽນ​ໄດ້ ເພື່ອ​ວ່າ​ຜູ້​ທີ່​ຂັດຂວາງ​ເຈົ້າ​ນັ້ນ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ ໂດຍ​ບໍ່ມີ​ຄຳ​ຊົ່ວຊ້າ​ອັນ​ໃດ ທີ່​ຈະ​ວ່າ​ກ່າວ​ພວກເຮົາ​ໄດ້.

Uka jalj uñjjattʼäta Copia luraña




ຕີໂຕ 2:8
15 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ສິ່ງ​ທີ່​ເປັນ​ຂອງ​ກາຍຊາ ຈົ່ງ​ຄືນ​ໃຫ້​ແກ່​ກາຍຊາ ແລະ ສິ່ງ​ທີ່​ເປັນ​ຂອງ​ພຣະເຈົ້າ ຈົ່ງ​ຖວາຍ​ຄືນ​ໃຫ້​ແກ່​ພຣະເຈົ້າ”. ເມື່ອ​ທຸກຄົນ​ໄດ້​ຍິນ​ຄຳຕອບ​ຂອງ​ພຣະເຢຊູເຈົ້າ​ແລ້ວ ພວກເຂົາ​ຕ່າງ​ກໍ​ປະຫລາດໃຈ​ໃນ​ພຣະອົງ.


ມີ​ຄູສອນກົດບັນຍັດ​ຄົນ​ໜຶ່ງ​ໄດ້​ເຂົ້າ​ມາ ແລະ ໄດ້​ຍິນ​ພຣະເຢຊູເຈົ້າ​ກັບ​ພວກຊາດູກາຍ​ກຳລັງ​ຖົກຖຽງ​ກັນ​ຢູ່. ເຫັນ​ວ່າ​ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ໄດ້​ດີ, ລາວ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ໃນ​ບັນດາ​ກົດບັນຍັດ​ທັງໝົດ​ຂໍ້​ໃດ​ສຳຄັນ​ທີ່ສຸດ?”


ຄູສອນກົດບັນຍັດ​ຄົນ​ນີ້​ຈຶ່ງ​ຕອບ​ວ່າ, “ທ່ານ​ອາຈານ​ຕອບ​ໄດ້​ດີ, ທີ່​ທ່ານ​ໄດ້​ກ່າວ​ນັ້ນ​ຖືກຕ້ອງ​ແລ້ວ​ທີ່​ວ່າ​ພຣະເຈົ້າ​ເປັນ​ໜຶ່ງ ແລະ ບໍ່​ມີ​ພະ​ອື່ນ​ນອກ​ຈາກ​ພຣະອົງ.


ເມື່ອ​ພຣະເຢຊູເຈົ້າ​ເຫັນ​ວ່າ​ລາວ​ຕອບ​ດ້ວຍ​ຄວາມສະຫລາດ ພຣະອົງ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ເຈົ້າ​ບໍ່​ໄດ້​ຢູ່​ໄກ​ຈາກ​ອານາຈັກ​ຂອງ​ພຣະເຈົ້າ”. ຕັ້ງແຕ່​ນັ້ນ​ມາ​ກໍ​ບໍ່​ມີ​ຜູ້ໃດ​ກ້າ​ຖາມ​ພຣະອົງ​ອີກ.


ເມື່ອ​ພຣະອົງ​ກ່າວ​ຢ່າງ​ນີ້​ກໍ​ເຮັດ​ໃຫ້​ສັດຕູ​ທັງໝົດ​ຂອງ​ພຣະອົງ​ອັບອາຍຂາຍໜ້າ, ແຕ່​ປະຊາຊົນ​ຊື່ນຊົມຍິນດີ​ກັບ​ສິ່ງ​ອັດສະຈັນ​ທັງປວງ​ທີ່​ພຣະອົງ​ໄດ້​ກະທຳ.


ຜູ້ໃດ​ບໍ່​ເຊື່ອຟັງ​ຄຳສັ່ງສອນ​ຂອງ​ພວກເຮົາ​ໃນ​ຈົດໝາຍ​ນີ້ ຈົ່ງ​ໝາຍ​ໄວ້​ເປັນ​ພິເສດ. ຢ່າ​ໄປ​ຄົບຫາ​ກັບ​ພວກເຂົາ ເພື່ອ​ພວກເຂົາ​ຈະ​ໄດ້​ຮູ້ສຶກ​ລະອາຍໃຈ.


ດັ່ງນັ້ນ ເຮົາ​ຈຶ່ງ​ຂໍ​ແນະນຳ​ບັນດາ​ແມ່ໝ້າຍ​ໜຸ່ມ​ໃຫ້​ແຕ່ງງານ, ໃຫ້​ມີ​ລູກ, ໃຫ້​ເບິ່ງແຍງ​ເຮືອນ​ຂອງ​ຕົນ ແລະ ເພື່ອ​ບໍ່​ໃຫ້​ສັດຕູ​ມີ​ໂອກາດ​ໃສ່ຮ້າຍປ້າຍສີ​ໄດ້.


ຖ້າ​ຜູ້ໃດ​ສອນ​ຕ່າງ​ຈາກ​ນີ້ ແລະ ຂັດ​ກັບ​ຄຳສັ່ງສອນ​ອັນ​ຖືກຕ້ອງ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ແລະ ຄຳສອນ​ໃນ​ທາງ​ພຣະເຈົ້າ


ຄົນ​ຂອງ​ພວກເຮົາ​ຕ້ອງ​ຮຽນຮູ້​ທີ່​ຈະ​ອຸທິດຕົນ​ເຮັດ​ສິ່ງ​ທີ່​ດີ ເພື່ອ​ພວກເຂົາ​ຈະ​ໄດ້​ຈັດຫາ​ສິ່ງ​ທີ່​ຈໍາເປັນ​ໃນ​ຊີວິດ​ປະຈໍາວັນ​ໃຫ້​ຜູ້ອື່ນ ແລະ ເພື່ອ​ຈະ​ບໍ່​ດຳເນີນຊີວິດ​ຢ່າງ​ໄຮ້ປະໂຫຍດ.


ຈົ່ງ​ດຳເນີນຊີວິດ​ໃຫ້​ດີ​ໃນ​ທ່າມກາງ​ຄົນບໍ່ເຊື່ອ​ພຣະເຈົ້າ ເຖິງແມ່ນວ່າ​ພວກເຂົາ​ກ່າວຫາ​ພວກເຈົ້າ​ວ່າ​ເຮັດ​ຜິດ, ພວກເຂົາ​ກໍ​ຈະ​ເຫັນ​ການກະທຳ​ທີ່​ດີ​ຂອງ​ພວກເຈົ້າ ແລະ ຖວາຍ​ກຽດ​ພຣະເຈົ້າ​ໃນ​ວັນ​ທີ່​ພຣະອົງ​ມາ​ຢ້ຽມຢາມ​ພວກເຮົາ.


ເພາະ​ເປັນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ທີ່​ຈະໃຫ້​ພວກເຈົ້າ​ລະງັບ​ຄຳເວົ້າ​ຂອງ​ຄົນໂງ່​ດ້ວຍ​ການ​ເຮັດດີ


ຈົ່ງ​ຮັກສາ​ຈິດສຳນຶກ​ໃຫ້​ໃສ​ສະອາດ ເພື່ອ​ຜູ້​ທີ່​ກ່າວຮ້າຍ​ຄວາມປະພຶດ​ດີ​ຂອງ​ພວກເຈົ້າ​ໃນ​ພຣະຄຣິດເຈົ້າ​ນັ້ນ​ຈະ​ໄດ້​ລະອາຍໃຈ​ທີ່​ມາ​ໃສ່ຮ້າຍ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka