Biblia Todo Logo
Internet tuqin Biblia

- Anuncios ukanaka -




ຕີໂຕ 2:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ເຈົ້າ​ຈົ່ງ​ປະພຶດ​ຕົນ​ໃຫ້​ເປັນ​ແບບ​ຢ່າງ​ໃນ​ທຸກ​ສິ່ງ​ໂດຍ​ການເຮັດ​ສິ່ງ​ທີ່​ດີ. ໃນ​ການສອນ​ຂອງ​ເຈົ້າ​ຈົ່ງ​ສະແດງ​ເຖິງ​ຄວາມສັດຊື່, ຄວາມ​ເອົາຈິງເອົາຈັງ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ຝ່າຍ​ເຈົ້າ​ນັ້ນ ຈົ່ງ​ເປັນ​ແບບຢ່າງ​ໃນ​ການ​ກະທຳ​ດີ​ທຸກ​ປະການ ຈົ່ງ​ເປັນ​ຄົນ​ຈິງໃຈ ແລະ​ໜັກແໜ້ນ​ໃນ​ຄຳສັ່ງສອນ.

Uka jalj uñjjattʼäta Copia luraña




ຕີໂຕ 2:7
12 Jak'a apnaqawi uñst'ayäwi  

ບັດນີ້ ນີ້​ແມ່ນ​ຄວາມອວດອ້າງ​ຂອງ​ພວກເຮົາ​ຄື: ຈິດສຳນຶກ​ຂອງ​ພວກເຮົາ​ກໍ​ເປັນ​ພະຍານ​ວ່າ ພວກເຮົາ​ໄດ້​ປະພຶດ​ຕົນ​ຢູ່​ໃນ​ໂລກ​ນີ້ ແລະ ໂດຍ​ສະເພາະ​ໃນ​ຄວາມສຳພັນ​ຂອງ​ພວກເຮົາ​ກັບ​ພວກເຈົ້າ​ດ້ວຍ​ຄວາມສັດຊື່ ແລະ ຄວາມຈິງໃຈ​ທີ່​ມາ​ຈາກ​ພຣະເຈົ້າ. ພວກເຮົາ​ບໍ່​ໄດ້​ປະພຶດ​ຕາມ​ປັນຍາ​ຝ່າຍໂລກ ແຕ່​ຕາມ​ພຣະຄຸນ​ຂອງ​ພຣະເຈົ້າ.


ພວກເຮົາ​ບໍ່​ເໝືອນ​ຫລາຍ​ຄົນ ທີ່​ເລາະ​ຂາຍ​ພຣະຄຳ​ຂອງ​ພຣະເຈົ້າ​ເພື່ອ​ຫາ​ກຳໄລ. ແຕ່​ກົງກັນຂ້າມ ໃນ​ພຣະຄຣິດເຈົ້າ ພວກເຮົາ​ກ່າວ​ຕໍ່ໜ້າ​ພຣະເຈົ້າ​ດ້ວຍ​ຄວາມຈິງໃຈ​ເໝືອນ​ດັ່ງ​ບັນດາ​ຄົນ​ທີ່​ພຣະເຈົ້າ​ໄດ້​ໃຊ້​ມາ.


ແທນ​ທີ່​ຈະ​ເປັນ​ຢ່າງ​ນັ້ນ, ພວກເຮົາ​ໄດ້​ປະຖິ້ມ​ວິຖີທາງ​ທີ່​ລັບລີ້ ແລະ ໜ້າອັບອາຍ​ນັ້ນ, ພວກເຮົາ​ບໍ່​ໃຊ້​ກົນອຸບາຍ ແລະ ບໍ່​ໄດ້​ບິດເບືອນ​ພຣະຄຳ​ຂອງ​ພຣະເຈົ້າ. ກົງກັນຂ້າມ, ພວກເຮົາ​ຍົກຍ້ອງ​ຕົນເອງ​ຕໍ່​ຈິດສຳນຶກ​ຂອງ​ທຸກຄົນ​ໃນ​ສາຍຕາ​ຂອງ​ພຣະເຈົ້າ ດ້ວຍ​ການສະແດງ​ຄວາມຈິງ​ຢ່າງ​ຈະແຈ້ງ.


ເຮົາ​ບໍ່​ໄດ້​ກຳລັງ​ສັ່ງ​ພວກເຈົ້າ, ແຕ່​ເຮົາ​ຢາກ​ທົດສອບ​ຄວາມຈິງໃຈ​ໃນ​ຄວາມຮັກ​ຂອງ​ພວກເຈົ້າ​ໂດຍ​ການປຽບທຽບ​ກັບ​ຄວາມ​ກະຕືລືລົ້ນ​ຂອງ​ຄົນ​ອື່ນໆ.


ຂໍ​ໃຫ້​ພຣະຄຸນ​ຈົ່ງ​ຢູ່​ກັບ​ບັນດາ​ຄົນ​ທັງປວງ​ທີ່​ຮັກ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ດ້ວຍ​ຄວາມຮັກ​ທີ່​ບໍ່​ຮູ້​ເສື່ອມສູນ.


ເພື່ອ​ວ່າ​ພວກເຈົ້າ​ທັງຫລາຍ​ຈະ​ສາມາດ​ທົດສອບ​ໄດ້​ວ່າ​ສິ່ງ​ໃດ​ດີ​ທີ່ສຸດ ແລະ ເພື່ອ​ພວກເຈົ້າ​ຈະ​ໄດ້​ບໍລິສຸດ ແລະ ບໍ່​ມີ​ຕຳໜິ​ສຳລັບ​ວັນ​ຂອງ​ພຣະຄຣິດເຈົ້າ,


ພວກເຮົາ​ເຮັດ​ຢ່າງ​ນີ້​ບໍ່​ແມ່ນ​ເພາະ​ພວກເຮົາ​ບໍ່​ມີ​ສິດ​ຮັບ​ຄວາມຊ່ວຍເຫລືອ​ເຫລົ່ານັ້ນ ແຕ່​ເພື່ອ​ມອບ​ຕົນ​ເອງ​ໃຫ້​ເປັນ​ແບບຢ່າງ​ແກ່​ພວກເຈົ້າ​ໄດ້​ປະຕິບັດ​ຕາມ.


ຢ່າ​ໃຫ້​ຜູ້ໃດ​ດູຖູກ​ເຈົ້າ​ຍ້ອນ​ເຈົ້າ​ຍັງ​ໜຸ່ມ, ແຕ່​ຈົ່ງ​ເປັນ​ແບບຢ່າງ​ຕໍ່​ຜູ້ທີ່ເຊື່ອ​ທັງຫລາຍ​ໃນ​ດ້ານ​ວາຈາ, ການ​ປະພຶດ, ຄວາມຮັກ, ຄວາມເຊື່ອ ແລະ ຄວາມບໍລິສຸດ.


ແລະ ເປັນ​ຜູ້​ທີ່​ມີ​ຊື່ສຽງ​ໃນ​ການ​ເຮັດ​ຄວາມດີ, ເຊັ່ນ​ວ່າ​ລ້ຽງດູ​ລູກໆ, ມີ​ນ້ຳໃຈ​ຕ້ອນຮັບແຂກ, ລ້າງ​ຕີນ​ໃຫ້​ບັນດາ​ຄົນ​ຂອງ​ພຣະເຈົ້າ, ຊ່ວຍເຫລືອ​ບັນດາ​ຜູ້​ທີ່​ຍາກຈົນ ແລະ ອຸທິດ​ຕົນເອງ​ໃນ​ການ​ເຮັດ​ດີ​ທຸກ​ຢ່າງ.


ນີ້​ເປັນ​ຄຳເວົ້າ​ທີ່​ໜ້າເຊື່ອຖື ແລະ ເຮົາ​ຢາກ​ໃຫ້​ເຈົ້າ​ເນັ້ນ​ໃສ່​ເລື່ອງ​ເຫລົ່ານີ້ ເພື່ອ​ວ່າ​ບັນດາ​ຜູ້​ທີ່​ໄວ້ໃຈ​ໃນ​ພຣະເຈົ້າ​ຈະ​ໄດ້​ເອົາໃຈໃສ່​ໃນ​ການອຸທິດຕົນ​ເຮັດ​ສິ່ງ​ທີ່​ດີ. ສິ່ງ​ເຫລົ່ານີ້​ເປັນ​ສິ່ງ​ດີ​ເລີດ ແລະ ເປັນ​ປະໂຫຍດ​ແກ່​ທຸກຄົນ.


ບໍ່​ແມ່ນ​ວາງ​ອຳນາດ​ເໜືອ​ບັນດາ​ຜູ້​ທີ່​ມອບໝາຍ​ໃຫ້​ແກ່​ພວກເຈົ້າ, ແຕ່​ໃຫ້​ເປັນ​ແບບຢ່າງ​ແກ່​ຝູງ​ແກະ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka