6 ໃນທຳນອງດຽວກັນ, ຈົ່ງໜູນໃຈບັນດາຊາຍໜຸ່ມໃຫ້ຮູ້ຈັກຄວບຄຸມຕົນເອງ.
6 ໃນທຳນອງດຽວກັນ ຈົ່ງຕັກເຕືອນພວກຊາຍໜຸ່ມໃຫ້ເປັນຄົນມີສະຕິອັນດີຮອບຄອບ.
ດັ່ງນັ້ນ ຢ່າໃຫ້ພວກເຮົາເປັນເໝືອນຄົນອື່ນໆທີ່ນອນຫລັບຢູ່, ແຕ່ພວກເຮົາຈົ່ງຕື່ນຕົວ ແລະ ມີສະຕິຢູ່.
ຢ່າຕຳໜິຊາຍຜູ້ອາວຸໂສຢ່າງຮຸນແຮງ, ແຕ່ຈົ່ງຂໍຮ້ອງເພິ່ນເໝືອນດັ່ງເພິ່ນເປັນພໍ່ຂອງເຈົ້າ. ຈົ່ງປະຕິບັດຕໍ່ຊາຍໜຸ່ມທີ່ອາຍຸອ່ອນກວ່າເໝືອນດັ່ງເປັນນ້ອງຊາຍ,
ໃນທຳນອງດຽວກັນນີ້ ພວກເຈົ້າຜູ້ມີອາຍຸອ່ອນກວ່າ, ຈົ່ງຍອມເຊື່ອຟັງບັນດາຜູ້ທີ່ອາວຸໂສກວ່າ. ພວກເຈົ້າທຸກຄົນຈົ່ງສວມຄວາມຖ່ອມໃຈຕໍ່ກັນແລະກັນ ເພາະວ່າ, “ພຣະເຈົ້າຄັດຄ້ານຄົນທີ່ຈອງຫອງ ແຕ່ມີພຣະຄຸນໃຫ້ແກ່ຄົນທີ່ຖ່ອມຕົວລົງ”.
ບິດາທັງຫລາຍເອີຍ, ເຮົາຂຽນມາເຖິງພວກເຈົ້າ ເພາະວ່າພວກເຈົ້າໄດ້ຮູ້ຈັກພຣະອົງຜູ້ດຳລົງຢູ່ຕັ້ງແຕ່ປະຖົມມະການ. ຊາຍໜຸ່ມທັງຫລາຍເອີຍ, ເຮົາຂຽນມາເຖິງພວກເຈົ້າ ເພາະພວກເຈົ້າໄດ້ຊະນະມານຊົ່ວຮ້າຍນັ້ນ.