4 ແລ້ວພວກເຂົາຈະສາມາດແອບສອນບັນດາຍິງໜຸ່ມໃຫ້ຮັກຜົວ ແລະ ລູກຂອງຕົນ,
4 ເພື່ອແອບສອນພວກຍິງໜຸ່ມໃຫ້ຮັກຜົວ ແລະລູກຂອງຕົນ
ສ່ວນພວກແມ່ໝ້າຍທີ່ຍັງໜຸ່ມຢູ່ນັ້ນ ຢ່າບັນທຶກພວກເຂົາລົງໃນທະບຽນ, ເພາະເມື່ອຄວາມປາຖະໜາທາງຮ່າງກາຍຂອງພວກເຂົາເອົາຊະນະການອຸທິດຕົນຂອງພວກເຂົາແກ່ພຣະຄຣິດເຈົ້ານັ້ນ, ພວກເຂົາກໍຢາກແຕ່ງງານອີກ.
ດັ່ງນັ້ນ ເຮົາຈຶ່ງຂໍແນະນຳບັນດາແມ່ໝ້າຍໜຸ່ມໃຫ້ແຕ່ງງານ, ໃຫ້ມີລູກ, ໃຫ້ເບິ່ງແຍງເຮືອນຂອງຕົນ ແລະ ເພື່ອບໍ່ໃຫ້ສັດຕູມີໂອກາດໃສ່ຮ້າຍປ້າຍສີໄດ້.
ຕໍ່ແມ່ຍິງຜູ້ອາວຸໂສເໝືອນດັ່ງເພິ່ນເປັນແມ່ ແລະ ຕໍ່ຍິງໜຸ່ມທີ່ມີອາຍຸອ່ອນກວ່າເໝືອນດັ່ງເປັນນ້ອງສາວດ້ວຍຄວາມບໍລິສຸດຢ່າງແທ້ຈິງ.
ໃນທຳນອງດຽວກັນ ຈົ່ງສອນພວກແມ່ຍິງອາວຸໂສໃຫ້ດຳເນີນຊີວິດດ້ວຍຄວາມຢຳເກງ, ບໍ່ເປັນຄົນໃສ່ຮ້າຍປ້າຍສີ ຫລື ເປັນຄົນຕິດເຫລົ້າ, ແຕ່ໃຫ້ສອນສິ່ງທີ່ດີ.
ໃຫ້ເປັນຜູ້ຄວບຄຸມຕົນເອງໄດ້ ແລະ ເປັນຜູ້ບໍລິສຸດ, ໃຫ້ເປັນຄົນເອົາໃຈໃສ່ເບິ່ງແຍງເຮືອນ, ມີເມດຕາ ແລະ ຍອມເຊື່ອຟັງຜົວຂອງຕົນ, ເພື່ອຈະບໍ່ມີຜູ້ໃດກ່າວຮ້າຍພຣະທຳຂອງພຣະເຈົ້າໄດ້.