Biblia Todo Logo
Internet tuqin Biblia

- Anuncios ukanaka -




ຕີໂຕ 2:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ໃນ​ທຳນອງ​ດຽວ​ກັນ ຈົ່ງ​ສອນ​ພວກ​ແມ່ຍິງ​ອາວຸໂສ​ໃຫ້​ດຳເນີນຊີວິດ​ດ້ວຍ​ຄວາມຢຳເກງ, ບໍ່​ເປັນ​ຄົນ​ໃສ່ຮ້າຍປ້າຍສີ ຫລື ເປັນ​ຄົນ​ຕິດ​ເຫລົ້າ, ແຕ່​ໃຫ້​ສອນ​ສິ່ງ​ທີ່​ດີ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ໃນທຳນອງ​ດຽວກັນ ຈົ່ງ​ແນະນຳ​ພວກ​ແມ່ຍິງ​ທີ່​ອາວຸໂສ ໃຫ້​ປະພຶດ​ຕົນ​ສົມກັບ​ເປັນ​ຄົນ​ຂອງ​ພຣະເຈົ້າ ພວກເຂົາ​ຕ້ອງ​ບໍ່​ເປັນ​ຄົນ​ມັກ​ກ່າວ​ນິນທາ​ໃສ່ຮ້າຍ​ປ້າຍສີ ຫລື​ຕິດເຫລົ້າ​ເມົາ​ສຸຣາ ພວກເຂົາ​ຕ້ອງ​ເປັນ​ຜູ້​ສັ່ງສອນ​ຄຸນງາມ​ຄວາມດີ

Uka jalj uñjjattʼäta Copia luraña




ຕີໂຕ 2:3
13 Jak'a apnaqawi uñst'ayäwi  

ພວກເຂົາ​ຈຶ່ງ​ກາຍເປັນ​ຄົນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມຊົ່ວ​ທຸກ​ຢ່າງ, ຄວາມ​ຊົ່ວຮ້າຍ, ຄວາມໂລບ ແລະ ການປອງຮ້າຍ. ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມອິດສາ, ການຂ້າຟັນ, ການ​ຕໍ່ສູ້​ຊິງດີຊິງເດັ່ນ, ການລໍ້ລວງ ແລະ ການຄິດຮ້າຍຕໍ່ກັນ. ພວກເຂົາ​ມັກ​ເວົ້າ​ນິນທາ,


ເຮົາ​ຂໍ​ໃຫ້​ພວກເຈົ້າ​ຮັບ​ນາງ​ໄວ້​ໃນ​ອົງພຣະຜູ້ເປັນເຈົ້າ​ຕາມ​ສົມຄວນ​ແກ່​ຄົນ​ຂອງ​ພຣະເຈົ້າ ແລະ ຊ່ວຍເຫລືອ​ນາງ​ໃນ​ທຸກສິ່ງ​ທີ່​ນາງ​ຕ້ອງການ ເພາະວ່າ​ນາງ​ເອງ​ໄດ້​ຊ່ວຍເຫລືອ​ຄົນ​ຈໍານວນ​ຫລາຍ​ລວມທັງ​ເຮົາ​ດ້ວຍ.


ແຕ່​ໃນ​ທ່າມກາງ​ພວກເຈົ້າ​ຕ້ອງ​ບໍ່​ໃຫ້​ມີ​ແມ່ນແຕ່​ເອີ່ຍ​ເຖິງ​ເລື່ອງ​ການ​ຜິດສິນທຳທາງເພດ ຫລື ຄວາມ​ເປື້ອນເປິ​ໃດໆ ຫລື ຄວາມໂລບ ເພາະ​ສິ່ງ​ເຫລົ່ານີ້​ເປັນ​ສິ່ງ​ທີ່​ບໍ່​ເໝາະສົມ​ສຳລັບ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ.


ໃນ​ທຳນອງ​ດຽວ​ກັນ, ພວກແມ່ຍິງ​ຕ້ອງ​ເປັນ​ຄົນ​ທີ່​ໜ້ານັບຖື, ບໍ່​ເວົ້າ​ຫຍາບຄາຍ, ແຕ່​ຮູ້ຈັກ​ຄວບຄຸມ​ອາລົມ ແລະ ເຊື່ອຖືໄດ້​ໃນ​ທຸກສິ່ງ.


ໃນ​ທຳນອງ​ດຽວ​ກັນ, ຜູ້ດູແລ​ຄວນ​ເປັນ​ຄົນ​ທີ່​ໜ້ານັບຖື, ເປັນ​ຄົນ​ຈິງໃຈ, ບໍ່​ດື່ມ​ເຫລົ້າ ແລະ ບໍ່​ຫາ​ປະໂຫຍດ​ໃນ​ທາງ​ທີ່​ບໍ່​ສັດຊື່.


ຕັ້ງ​ແຕ່​ນີ້​ໄປ ຢ່າ​ດື່ມ​ແຕ່​ນ້ຳ, ຈົ່ງ​ປົນ​ເຫລົ້າອະງຸ່ນ​ເລັກນ້ອຍ ເພາະ​ຍ້ອນ​ກະເພາະອາຫານ​ຂອງ​ເຈົ້າ ແລະ ຄວາມເຈັບປ່ວຍ​ທີ່​ເຈົ້າ​ເປັນ​ຢູ່​ເລື້ອຍໆ​ນັ້ນ.


ເພາະວ່າ​ຜູ້ດູແລ​ຮັບຜິດຊອບ​ຄອບຄົວ​ຂອງ​ພຣະເຈົ້າ ລາວ​ຕ້ອງ​ເປັນ​ຜູ້​ທີ່​ບໍ່ມີຕຳໜິ, ບໍ່​ເອົາ​ແຕ່​ໃຈ, ບໍ່​ເປັນ​ຄົນ​ເລືອດຮ້ອນ, ບໍ່​ເປັນ​ຄົນ​ເມົາເຫລົ້າ, ບໍ່​ໃຊ້​ຄວາມຮຸນແຮງ, ບໍ່​ເປັນ​ຄົນໂລບ​ຫາ​ກຳໄລ​ໃນ​ທາງ​ທີ່​ບໍ່​ສັດຊື່


ແລ້ວ​ພວກເຂົາ​ຈະ​ສາມາດ​ແອບສອນ​ບັນດາ​ຍິງ​ໜຸ່ມ​ໃຫ້​ຮັກ​ຜົວ ແລະ ລູກ​ຂອງ​ຕົນ,


ແທ້ຈິງແລ້ວ, ເຖິງ​ແມ່ນ​ວ່າ​ຂະນະ​ນີ້​ພວກເຈົ້າ​ສົມຄວນ​ຈະ​ເປັນ​ຄູ​ໄດ້​ແລ້ວ, ແຕ່​ພວກເຈົ້າ​ຍັງ​ຕ້ອງ​ໃຫ້​ຄົນ​ອື່ນ​ມາ​ສອນ​ຫລັກ​ຄວາມຈິງ​ເບື້ອງຕົ້ນ​ຂອງ​ພຣະຄຳ​ຂອງ​ພຣະເຈົ້າ​ທັງໝົດ​ອີກ​ຢູ່. ພວກເຈົ້າ​ຍັງ​ຕ້ອງການ​ນ້ຳນົມ ບໍ່ແມ່ນ​ອາຫານ​ແຂງ!


ເຖິງປານນັ້ນ ເຮົາ​ກໍ​ມີ​ຂໍ້​ນີ້​ຕໍ່ວ່າ​ເຈົ້າ​ຄື: ເຈົ້າ​ທົນ​ຟັງ​ເຢເຊເບນ ແມ່ຍິງ​ທີ່​ເອີ້ນ​ຕົນເອງ​ວ່າ​ເປັນ​ຜູ້ທຳນວາຍ. ຄຳສອນ​ຂອງ​ນາງ​ເຮັດ​ໃຫ້​ຜູ້ຮັບໃຊ້​ຂອງ​ເຮົາ​ຫລົງ​ເຮັດ​ຜິດສິນທຳທາງເພດ ແລະ ກິນ​ອາຫານ​ທີ່​ໄດ້​ບູຊາ​ແກ່​ຮູບເຄົາລົບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka