Biblia Todo Logo
Internet tuqin Biblia

- Anuncios ukanaka -




ຕີໂຕ 2:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ເຫດສະນັ້ນ ເຈົ້າ​ຄວນ​ສອນ​ເລື່ອງ​ເຫລົ່ານີ້. ຈົ່ງ​ໜູນໃຈ ແລະ ຕັກເຕືອນ​ດ້ວຍ​ສິດອຳນາດ​ທັງໝົດ. ຢ່າ​ໃຫ້​ຜູ້ໃດ​ດູຖູກ​ເຈົ້າ​ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ຂໍ້​ຄວາມ​ຂ້າງ​ເທິງ​ນີ້ ເຈົ້າ​ຈົ່ງ​ໃຊ້​ວ່າ​ກ່າວ, ຕັກເຕືອນ ແລະ​ບອກສອນ​ພວກເຂົາ​ຢ່າງ​ໜັກແໜ້ນ ຢ່າ​ໃຫ້​ຜູ້ໃດ​ໝິ່ນປະໝາດ​ເຈົ້າ​ໄດ້.

Uka jalj uñjjattʼäta Copia luraña




ຕີໂຕ 2:15
10 Jak'a apnaqawi uñst'ayäwi  

ເພາະວ່າ​ພຣະອົງ​ໄດ້​ສັ່ງສອນ​ເໝືອນ​ຜູ້​ມີ​ສິດອຳນາດ ແລະ ບໍ່​ເໝືອນ​ກັບ​ພວກ​ຄູສອນກົດບັນຍັດ​ຂອງ​ພວກເຂົາ.


ປະຊາຊົນ​ໄດ້​ຕ່າງ​ກໍ​ປະຫລາດໃຈ​ໃນ​ຄຳສັ່ງສອນ​ຂອງ​ພຣະອົງ, ເພາະວ່າ​ພຣະອົງ​ໄດ້​ສັ່ງສອນ​ພວກເຂົາ​ເໝືອນ​ຜູ້​ມີ​ສິດອຳນາດ, ບໍ່​ເໝືອນ​ກັບ​ພວກ​ຄູສອນກົດບັນຍັດ.


ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ພາກັນ​ປະຫລາດໃຈ ແລະ ຖາມ​ກັນ​ວ່າ, “ນີ້​ແມ່ນ​ຫຍັງ? ເປັນ​ຄຳສັ່ງສອນ​ໃໝ່ ແລະ ທັງ​ຍັງ​ມີ​ສິດອຳນາດ! ທ່ານ​ຜູ້​ນີ້​ສັ່ງ​ວິນຍານສົກກະປົກ ແລະ ພວກມັນ​ກໍ​ຍອມ​ເຊື່ອຟັງ​ເພິ່ນ”.


ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ພາກັນ​ປະຫລາດໃຈ ແລະ ເວົ້າ​ກັນ​ວ່າ, “ຖ້ອຍຄຳ​ເຫລົ່ານີ້​ແມ່ນ​ຫຍັງ? ເພາະວ່າ​ເພິ່ນ​ໄດ້​ສັ່ງ​ວິນຍານສົກກະປົກ​ເຫລົ່ານີ້​ດ້ວຍ​ສິດອຳນາດ ແລະ ລິດເດດ ແລ້ວ​ມັນ​ກໍ​ອອກ​ມາ!”


ດັ່ງນັ້ນ ຢ່າ​ໃຫ້​ຜູ້ໃດ​ປະຕິບັດ​ຕໍ່​ລາວ​ດ້ວຍ​ການດູຖູກ. ແຕ່​ສົ່ງ​ລາວ​ໃຫ້​ເດີນທາງ​ຕໍ່​ໄປ​ຢ່າງ​ສັນຕິ​ເພື່ອ​ວ່າ​ລາວ​ຈະ​ໄດ້​ກັບ​ມາ​ຫາ​ເຮົາ. ເຮົາ​ກຳລັງ​ຄອຍຖ້າ​ລາວ​ກັບ​ພວກ​ພີ່ນ້ອງ​ຢູ່.


ແຕ່​ບັນດາ​ຜູ້ປົກຄອງ​ຜູ້​ທີ່​ເຮັດ​ບາບ​ນັ້ນ​ເຈົ້າ​ຈົ່ງ​ກ່າວ​ຕັກເຕືອນ​ຕໍ່ໜ້າ​ຄົນ​ທັງຫລາຍ, ເພື່ອ​ວ່າ​ຄົນ​ອື່ນໆ​ຈະ​ໄດ້​ລະວັງ.


ຈົ່ງ​ປະກາດ​ຖ້ອຍຄຳ, ຈົ່ງ​ຕຽມໂຕ​ໃຫ້​ພ້ອມ​ທັງ​ໃນ​ເວລາ​ທີ່​ມີ​ໂອກາດ ແລະ ບໍ່​ມີ​ໂອກາດ, ຈົ່ງ​ແກ້ໄຂ​ຂໍ້ຜິດພາດ, ຈົ່ງ​ຕັກເຕືອນ ແລະ ໜູນໃຈ​ດ້ວຍ​ຄວາມອົດທົນ​ຢ່າງ​ໃຫຍ່ ແລະ ດ້ວຍ​ການສັ່ງສອນ​ຢ່າງ​ລະມັດລະວັງ


ຄຳເວົ້າ​ນີ້​ເປັນ​ຄວາມຈິງ. ເຫດສະນັ້ນ ຈົ່ງ​ຕັກເຕືອນ​ພວກເຂົາ​ຢ່າງ​ຮຸນແຮງ ເພື່ອ​ພວກເຂົາ​ຈະ​ມີ​ຄວາມເຊື່ອ​ໝັ້ນຄົງ.


ຖ້າ​ຜູ້ໃດ​ຈະ​ກ່າວ, ພວກເຂົາ​ກໍ​ຄວນ​ເຮັດ​ເໝືອນ​ເປັນ​ຜູ້​ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ. ຖ້າ​ຜູ້ໃດ​ຈະ​ຮັບໃຊ້, ພວກເຂົາ​ກໍ​ຄວນ​ເຮັດ​ດ້ວຍ​ກຳລັງ​ທີ່​ພຣະເຈົ້າ​ໃຫ້, ເພື່ອ​ວ່າ​ພຣະເຈົ້າ​ຈະ​ໄດ້​ຮັບ​ການ​ສັນລະເສີນ​ໃນ​ທຸກສິ່ງ​ໂດຍ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ. ຂໍ​ໃຫ້​ສະຫງ່າລາສີ ແລະ ລິດອຳນາດ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ. ອາແມນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka