ຕີໂຕ 2:12 - ພຣະຄຳພີລາວສະບັບສະໄໝໃໝ່12 ພຣະຄຸນນີ້ສອນພວກເຮົາກ່າວປະຕິເສດຕໍ່ຄວາມອະທຳ ແລະ ຕັນຫາຝ່າຍໂລກ ແລະ ສອນພວກເຮົາໃຫ້ດຳເນີນຊີວິດໃນຍຸກນີ້ເໝືອນຄົນທີ່ຮູ້ຈັກຄວບຄຸມຕົນເອງ, ເປັນຄົນຍຸຕິທຳ ແລະ ຢູ່ໃນທາງຂອງພຣະເຈົ້າ. Uka jalj uñjjattʼätaພຣະຄຳພີສັກສິ12 ພຣະຄຸນນັ້ນ ສອນພວກເຮົາໃຫ້ປະຖິ້ມການດຳເນີນຊີວິດ ໃນຝ່າຍທາງຊົ່ວຊ້າອະທຳແລະຕັນຫາຝ່າຍໂລກ ແລະໃຫ້ດຳເນີນຊີວິດຢ່າງມີສະຕິອາຣົມອັນດີຮອບຄອບ ໃນທາງຊອບທຳ ແລະສັດຊື່ບໍຣິສຸດຕໍ່ພຣະເຈົ້າ, Uka jalj uñjjattʼäta |
ເຮົາກຳລັງຍົກຕົວຢ່າງຈາກຊີວິດປະຈໍາວັນກໍເພາະຄວາມຈໍາກັດຂອງຄວາມເປັນມະນຸດຂອງພວກເຈົ້າ. ເຊັ່ນດຽວກັນກັບທີ່ພວກເຈົ້າເຄີຍມອບຕົນເອງໃຫ້ເປັນຂ້າທາດຂອງຄວາມເປື້ອນເປິ ແລະ ຄວາມຊົ່ວຮ້າຍທີ່ເພີ່ມຂຶ້ນເລື້ອຍໆຢ່າງໃດ, ບັດນີ້ ພວກເຈົ້າກໍຈົ່ງມອບຕົນເອງໃຫ້ເປັນຂ້າທາດຂອງຄວາມຊອບທຳທີ່ນຳມາສູ່ຄວາມບໍລິສຸດ.
ສ່ວນພວກເຈົ້າທັງຫລາຍ, ການເຈີມທີ່ພວກເຈົ້າໄດ້ຮັບຈາກພຣະອົງກໍດຳລົງຢູ່ໃນພວກເຈົ້າ ແລະ ພວກເຈົ້າຈຶ່ງບໍ່ຈຳເປັນຕ້ອງມີຜູ້ໃດມາສອນພວກເຈົ້າ. ແຕ່ເພາະການເຈີມຂອງພຣະອົງສອນພວກເຈົ້າທຸກສິ່ງ ແລະ ການເຈີມນັ້ນກໍເປັນການເຈີມແທ້, ບໍ່ແມ່ນປອມແປງ ຈົ່ງດຳລົງຢູ່ໃນພຣະອົງຕາມທີ່ການເຈີມໄດ້ສອນພວກເຈົ້າໄວ້ແລ້ວ.