ຕີໂຕ 2:10 - ພຣະຄຳພີລາວສະບັບສະໄໝໃໝ່10 ແລະ ບໍ່ໃຫ້ລັກເອົາສິ່ງໃດຂອງນາຍ ແຕ່ສະແດງໃຫ້ເຫັນວ່າພວກເຂົາເປັນຄົນທີ່ໄວ້ໃຈໄດ້ຢ່າງຄົບຖ້ວນ ເພື່ອວ່າພວກເຂົາຈະເຮັດໃຫ້ຄຳສອນເລື່ອງພຣະເຈົ້າອົງພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົານັ້ນງົດງາມໃນທຸກໆທາງ. Uka jalj uñjjattʼätaພຣະຄຳພີສັກສິ10 ຢ່າໃຫ້ເປັນຄົນລັກໂລບເຊື່ອງບັງສິ່ງໃດ ແຕ່ໃຫ້ສັດຊື່ສຸດຈະຣິດໃນທຸກສິ່ງ ເພື່ອວ່າໃນການທັງປວງນັ້ນ ເຂົາຈະໄດ້ເທີດທູນພຣະກຽດຄຳສອນເລື່ອງພຣະເຈົ້າ ຜູ້ຊົງໂຜດເຮົາທັງຫລາຍໃຫ້ພົ້ນ. Uka jalj uñjjattʼäta |
ບໍ່ວ່າສິ່ງໃດຈະເກີດຂຶ້ນ, ພວກເຈົ້າຈົ່ງປະພຶດຕົນໃຫ້ສົມກັບຂ່າວປະເສີດຂອງພຣະຄຣິດເຈົ້າ. ຫລັງຈາກນັ້ນ ບໍ່ວ່າເຮົາຈະມາຫາພວກເຈົ້າ ຫລື ພຽງແຕ່ໄດ້ຍິນກ່ຽວກັບພວກເຈົ້າໃນຂະນະທີ່ເຮົາບໍ່ຢູ່ກໍຕາມ, ເຮົາຈະຮູ້ວ່າພວກເຈົ້າຕັ້ງໝັ້ນຄົງໃນພຣະວິນຍານອົງດຽວກັນ, ຕໍ່ສູ້ຮ່ວມກັນເໝືອນເປັນຄົນດຽວກັນເພື່ອຄວາມເຊື່ອແຫ່ງຂ່າວປະເສີດ