Biblia Todo Logo
Internet tuqin Biblia

- Anuncios ukanaka -




ຕີໂຕ 1:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ແຕ່​ລາວ​ຕ້ອງ​ເປັນ​ຜູ້​ມີ​ນໍ້າໃຈ​ຕ້ອນຮັບແຂກ, ເປັນ​ຜູ້​ຮັກ​ຄວາມ​ດີ, ຄວບຄຸມ​ຕົນເອງ​ໄດ້, ຍຸຕິທຳ, ບໍລິສຸດ ແລະ ມີ​ລະບຽບ​ວິໄນ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ແຕ່​ໃຫ້​ເປັນ​ຄົນ​ມີ​ໃຈ​ສັດທາ​ເຫຼື້ອມໃສ​ຕ້ອນຮັບ​ແຂກ, ເປັນ​ຜູ້​ຮັກ​ຄວາມດີ, ເປັນ​ຄົນ​ມີ​ສະຕິ​ອັນ​ດີ​ຮອບຄອບ, ເປັນ​ຄົນ​ຍຸດຕິທຳ, ເປັນ​ຄົນ​ບໍຣິສຸດ, ເປັນ​ຄົນ​ຮູ້ຈັກ​ບັງຄັບ​ຕົນ,

Uka jalj uñjjattʼäta Copia luraña




ຕີໂຕ 1:8
17 Jak'a apnaqawi uñst'ayäwi  

ບັດນີ້ ມີ​ຊາຍ​ຄົນ​ໜຶ່ງ​ໃນ​ເຢຣູຊາເລັມ​ຊື່​ວ່າ​ຊີເມໂອນ, ເພິ່ນ​ເປັນ​ຄົນ​ຊອບທຳ ແລະ ຢຳເກງ​ພຣະເຈົ້າ. ເພິ່ນ​ກຳລັງ​ຄອຍຖ້າ​ເວລາ​ທີ່​ປະຊາຊົນ​ອິດສະຣາເອນ​ຈະ​ໄດ້​ຮັບ​ການ​ປອບໃຈ ແລະ ພຣະວິນຍານບໍລິສຸດເຈົ້າ​ກໍ​ຢູ່​ກັບ​ເພິ່ນ.


ຂະນະ​ທີ່​ໂປໂລ​ເວົ້າ​ເຖິງ​ຄວາມຊອບທຳ, ການ​ຄວບຄຸມ​ຕົນເອງ ແລະ ການ​ພິພາກສາ​ທີ່​ຈະ​ມາ​ເຖິງ, ເຟລິກ​ກໍ​ຢ້ານ ແລະ ບອກ​ວ່າ, “ພໍ​ເທົ່າ​ນີ້​ກ່ອນ​ສຳລັບ​ວັນ​ນີ້! ເຈົ້າ​ໄປ​ໄດ້. ເອົາ​ໄວ້​ມີ​ໂອກາດ​ແລ້ວ​ຂ້ອຍ​ຈະ​ເອີ້ນ​ເຈົ້າ​ມາ​ອີກ”.


ພວກເຈົ້າ​ທັງຫລາຍ​ກໍ​ເປັນ​ພະຍານ​ໄດ້ ແລະ ພຣະເຈົ້າ​ກໍ​ເປັນ​ພະຍານ​ເໝືອນ​ກັນ​ວ່າ​ພວກເຮົາ​ບໍລິສຸດ, ທ່ຽງທຳ ແລະ ບໍ່ມີຕຳໜິ​ເມື່ອ​ພວກເຮົາ​ຢູ່​ທ່າມກາງ​ພວກເຈົ້າ​ທັງຫລາຍ​ທີ່​ເຊື່ອ.


ສ່ວນ​ຜູ້ປົກຄອງ​ໃນ​ຄຣິສຕະຈັກ​ນັ້ນ​ຕ້ອງ​ເປັນ​ຜູ້​ທີ່​ປາດສະຈາກ​ຕຳໜິ, ເປັນ​ຜູ້​ສັດຊື່​ຕໍ່​ເມຍ​ຂອງ​ຕົນ, ຮູ້ຈັກ​ຄວບຄຸມ​ອາລົມ, ຮູ້ຈັກ​ບັງຄັບ​ຕົນເອງ, ໜ້ານັບຖື, ມີ​ນ້ຳໃຈ​ຕ້ອນຮັບແຂກ, ສາມາດ​ທີ່​ຈະ​ສອນ​ຄົນ​ອື່ນ​ໄດ້,


ຢ່າ​ໃຫ້​ຜູ້ໃດ​ດູຖູກ​ເຈົ້າ​ຍ້ອນ​ເຈົ້າ​ຍັງ​ໜຸ່ມ, ແຕ່​ຈົ່ງ​ເປັນ​ແບບຢ່າງ​ຕໍ່​ຜູ້ທີ່ເຊື່ອ​ທັງຫລາຍ​ໃນ​ດ້ານ​ວາຈາ, ການ​ປະພຶດ, ຄວາມຮັກ, ຄວາມເຊື່ອ ແລະ ຄວາມບໍລິສຸດ.


ສ່ວນ​ເຈົ້າ​ຜູ້​ເປັນ​ຄົນ​ຂອງ​ພຣະເຈົ້າ, ຈົ່ງ​ຫລີກໜີ​ຈາກ​ສິ່ງ​ເຫລົ່ານີ້​ທັງໝົດ ແລະ ໄຝ່ຫາ​ຄວາມຊອບທຳ, ທາງ​ຂອງ​ພຣະເຈົ້າ, ຄວາມເຊື່ອ, ຄວາມຮັກ, ຄວາມອົດທົນ ແລະ ຄວາມ​ສຸພາບ​ອ່ອນຫວານ.


ຈົ່ງ​ໜີ​ຈາກ​ລາຄະຕັນຫາ​ຂອງ​ຄົນໜຸ່ມ ແລະ ຈົ່ງ​ຕິດຕາມ​ຄວາມຊອບທຳ, ຄວາມເຊື່ອ, ຄວາມຮັກ ແລະ ສັນຕິສຸກ​ຮ່ວມ​ກັບ​ບັນດາ​ຜູ້​ທີ່​ຮ້ອງຫາ​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ໃຈ​ບໍລິສຸດ.


ປາດສະຈາກ​ຄວາມຮັກ, ບໍ່ໃຫ້ອະໄພ, ມັກ​ໃສ່ຮ້າຍປ້າຍສີ, ປາດສະຈາກ​ການຄວບຄຸມ​ຕົນເອງ, ຮ້າຍກາດ, ບໍ່​ເປັນ​ຄົນ​ຮັກ​ຄວາມດີ,


ເຈົ້າ​ຈົ່ງ​ປະພຶດ​ຕົນ​ໃຫ້​ເປັນ​ແບບ​ຢ່າງ​ໃນ​ທຸກ​ສິ່ງ​ໂດຍ​ການເຮັດ​ສິ່ງ​ທີ່​ດີ. ໃນ​ການສອນ​ຂອງ​ເຈົ້າ​ຈົ່ງ​ສະແດງ​ເຖິງ​ຄວາມສັດຊື່, ຄວາມ​ເອົາຈິງເອົາຈັງ


ພວກເຮົາ​ຮູ້ຈັກ​ແລ້ວ​ວ່າ​ພວກເຮົາ​ໄດ້​ຜ່ານພົ້ນ​ຄວາມຕາຍ​ເຂົ້າ​ສູ່​ຊີວິດ​ແລ້ວ, ເພາະວ່າ​ພວກເຮົາ​ຮັກ​ເຊິ່ງກັນແລະກັນ. ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ຮັກ ຜູ້​ນັ້ນ​ກໍ​ຍັງ​ຢູ່​ໃນ​ຄວາມຕາຍ.


ທຸກຄົນ​ທີ່​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ​ກໍ​ເກີດ​ຈາກ​ພຣະເຈົ້າ ແລະ ທຸກຄົນ​ທີ່​ຮັກ​ພຣະບິດາເຈົ້າ​ກໍ​ຮັກ​ລູກ​ຂອງ​ພຣະອົງ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka