Biblia Todo Logo
Internet tuqin Biblia

- Anuncios ukanaka -




ຕີໂຕ 1:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ເພາະວ່າ​ຜູ້ດູແລ​ຮັບຜິດຊອບ​ຄອບຄົວ​ຂອງ​ພຣະເຈົ້າ ລາວ​ຕ້ອງ​ເປັນ​ຜູ້​ທີ່​ບໍ່ມີຕຳໜິ, ບໍ່​ເອົາ​ແຕ່​ໃຈ, ບໍ່​ເປັນ​ຄົນ​ເລືອດຮ້ອນ, ບໍ່​ເປັນ​ຄົນ​ເມົາເຫລົ້າ, ບໍ່​ໃຊ້​ຄວາມຮຸນແຮງ, ບໍ່​ເປັນ​ຄົນໂລບ​ຫາ​ກຳໄລ​ໃນ​ທາງ​ທີ່​ບໍ່​ສັດຊື່

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ເພາະວ່າ​ຜູ້ປົກຄອງ​ດູແລ​ນັ້ນ ໃນ​ຖານະ​ທີ່​ເປັນ​ຜູ້​ຮັບ​ມອບໝາຍ​ຈາກ​ພຣະເຈົ້າ ຕ້ອງ​ເປັນ​ຜູ້​ທີ່​ບໍ່ມີ​ຂໍ້​ຕຳໜິ, ບໍ່​ເປັນ​ຄົນ​ຈອງຫອງ, ບໍ່​ເປັນ​ຄົນ​ເລືອດ​ຮ້ອນ, ບໍ່​ເປັນ​ຄົນ​ເມົາ​ເຫຼົ້າ, ບໍ່​ເປັນ​ຄົນ​ອັນທະພານ, ບໍ່​ເປັນ​ຄົນ​ໂລບ​ເອົາ​ກຳໄລ​ໃນ​ທາງ​ບໍ່​ສັດຊື່,

Uka jalj uñjjattʼäta Copia luraña




ຕີໂຕ 1:7
23 Jak'a apnaqawi uñst'ayäwi  

“ແມ່ນ​ຜູ້ໃດ​ທີ່​ເປັນ​ຄົນຮັບໃຊ້​ທີ່​ສັດຊື່ ແລະ ສະຫລາດ, ຜູ້​ທີ່​ນາຍ​ໄດ້​ຕັ້ງ​ໄວ້​ໃຫ້​ຮັບຜິດຊອບ​ບັນດາ​ຄົນຮັບໃຊ້​ໃນ​ເຮືອນ​ຂອງ​ເພິ່ນ ເພື່ອ​ແຈກຢາຍ​ອາຫານ​ໃຫ້​ພວກເຂົາ​ຕາມ​ເວລາ?


ອົງພຣະຜູ້ເປັນເຈົ້າ​ຕອບ​ວ່າ, “ແມ່ນ​ຜູ້ໃດ​ເປັນ​ຜູ້ຈັດການ​ທີ່​ສັດຊື່ ແລະ ສະຫລາດ, ຜູ້​ທີ່​ນາຍ​ໄດ້​ຕັ້ງ​ໄວ້​ໃຫ້​ຮັບຜິດຊອບ​ຄົນຮັບໃຊ້​ຂອງ​ເພິ່ນ ເພື່ອ​ແຈກຢາຍ​ອາຫານ​ໃຫ້​ພວກເຂົາ​ຕາມ​ເວລາ?


ຢ່າ​ເມົາ​ເຫລົ້າອະງຸ່ນ​ທີ່​ພາ​ໃຫ້​ເສຍ​ຄົນ. ແຕ່​ຈົ່ງ​ເຕັມລົ້ນ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ​ກໍ​ດີ​ກວ່າ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ແລະ ຕີໂມທຽວ, ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ, ເຖິງ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ​ທີ່​ຢູ່​ເມືອງ​ຟີລິບປອຍ ພ້ອມ​ທັງ​ບັນດາ​ຜູ້ປົກຄອງ ແລະ ຜູ້ດູແລ​ທຸກຄົນ:


ເຫດຜົນ​ທີ່​ເຮົາ​ໄດ້​ປະ​ເຈົ້າ​ໄວ້​ທີ່​ເກາະ​ກະເຣເຕ​ກໍ​ເພື່ອ​ໃຫ້​ເຈົ້າ​ຈັດການ​ກັບ​ວຽກງານ​ທີ່​ຍັງ​ຄ້າງຄາ ແລະ ແຕ່ງຕັ້ງ​ຄະນະ​ຜູ້ປົກຄອງ​ຂອງ​ຄຣິສຕະຈັກ​ໃນ​ທຸກ​ເມືອງ​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໄວ້.


ໃນ​ທຳນອງ​ດຽວ​ກັນ ຈົ່ງ​ສອນ​ພວກ​ແມ່ຍິງ​ອາວຸໂສ​ໃຫ້​ດຳເນີນຊີວິດ​ດ້ວຍ​ຄວາມຢຳເກງ, ບໍ່​ເປັນ​ຄົນ​ໃສ່ຮ້າຍປ້າຍສີ ຫລື ເປັນ​ຄົນ​ຕິດ​ເຫລົ້າ, ແຕ່​ໃຫ້​ສອນ​ສິ່ງ​ທີ່​ດີ.


ແຕ່ລະຄົນ​ຄວນ​ໃຊ້​ຂອງປະທານ​ທີ່​ຕົນ​ໄດ້​ຮັບ​ມາ​ນັ້ນ​ຮັບໃຊ້​ຜູ້​ອື່ນ, ບໍລິຫານ​ຂອງປະທານ​ແຫ່ງ​ພຣະຄຸນ​ຂອງ​ພຣະເຈົ້າ​ໃນ​ຮູບແບບ​ຕ່າງໆ​ທີ່​ໄດ້​ຮັບ​ມາ​ຢ່າງ​ສັດຊື່.


ຈົ່ງ​ລ້ຽງ​ຝູງ​ແກະ​ຂອງ​ພຣະເຈົ້າ​ໃຫ້​ຢູ່​ໃນ​ຄວາມຮັບຜິດຊອບ​ເບິ່ງແຍງ​ຂອງ​ພວກເຈົ້າ, ໃຫ້​ເບິ່ງແຍງ​ພວກເຂົາ​ບໍ່​ແມ່ນ​ຍ້ອນ​ວ່າ​ພວກເຈົ້າ​ຈໍາເປັນ​ຕ້ອງ​ເຮັດ ແຕ່​ຍ້ອນ​ວ່າ​ພວກເຈົ້າ​ເຕັມໃຈ​ທີ່​ຈະ​ເຮັດ​ຕາມ​ທີ່​ພຣະເຈົ້າ​ປະສົງ​ໃຫ້​ພວກເຈົ້າ​ເປັນ, ບໍ່​ແມ່ນ​ເຮັດ​ເພື່ອ​ຫາ​ຜົນປະໂຫຍດ​ດ້ວຍ​ຄວາມບໍ່ສັດຊື່, ແຕ່​ມີ​ຄວາມກະຕືລືລົ້ນ​ທີ່​ຈະ​ຮັບໃຊ້,


ໂດຍ​ສະເພາະ​ຈະ​ລົງໂທດ​ຄົນ​ເຫລົ່ານັ້ນ​ທີ່​ປ່ອຍໂຕ​ໄປ​ຕາມ​ຄວາມ​ປາຖະໜາ​ຂອງ​ເນື້ອໜັງ ແລະ ດູຖູກ​ຜູ້ມີອຳນາດ. ຄູສອນປອມ​ເຫລົ່ານີ້​ກ້າຫານ ແລະ ຈອງຫອງ, ພວກເຂົາ​ຫຸ້ມ​ດ່າ​ເທວະດາ​ເບື້ອງເທິງ​ໂດຍ​ບໍ່​ໄດ້​ຢ້ານກົວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka