Biblia Todo Logo
Internet tuqin Biblia

- Anuncios ukanaka -




ຕີໂຕ 1:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ຜູ້ທຳນວາຍ​ຄົນ​ໜຶ່ງ​ຈາກ​ເກາະ​ກາເຣເຕ​ເອງ​ໄດ້​ກ່າວ​ວ່າ: “ຊາວ​ກະເຣເຕ​ເປັນ​ຄົນ​ມັກ​ຕົວະ​ສະເໝີ, ເປັນ​ສັດເດຍລະສານ​ຊົ່ວຮ້າຍ, ເປັນ​ຄົນ​ຂີ້ຄ້ານ​ມັກ​ງ່າຍ”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ຜູ້ທຳນວາຍ​ຄົນ​ໜຶ່ງ​ຈາກ​ຊາວ​ເກາະ​ກະເຣເຕ​ເອງ​ໄດ້​ກ່າວ​ວ່າ, “ຊາວ​ກະເຣເຕ​ເປັນ​ຄົນ​ມັກ​ເວົ້າ​ຕົວະ, ເປັນ​ຄົນ​ໂຫດຮ້າຍ​ຢ່າງ​ສັດ, ເປັນ​ຄົນ​ຂີ້ຄ້ານ ມັກ​ແຕ່​ກິນ.”

Uka jalj uñjjattʼäta Copia luraña




ຕີໂຕ 1:12
12 Jak'a apnaqawi uñst'ayäwi  

‘ເພາະວ່າ​ໃນ​ພຣະອົງ​ນັ້ນ ພວກເຮົາ​ມີຊີວິດ​ເຄື່ອນໄຫວ​ໄປ​ມາ ແລະ ເປັນ​ຢູ່’ ດັ່ງ​ທີ່​ນັກແຕ່ງ​ກາບກອນ​ຂອງ​ພວກທ່ານ​ບາງຄົນ​ເວົ້າ​ວ່າ, ‘ພວກເຮົາ​ເປັນ​ເຊື້ອສາຍ​ຂອງ​ພຣະອົງ’.


(ທັງ​ຄົນ​ຢິວ ແລະ ຄົນ​ຕ່າງຊາດ​ທີ່​ຖື​ສາສະໜາ​ຢິວ), ຊາວ​ກະເຣເຕ ແລະ ຊາວອາຣັບ ພວກເຮົາ​ໄດ້​ຍິນ​ພວກເຂົາ​ປະກາດ​ເຖິງ​ຄວາມອັດສະຈັນ​ຂອງ​ພຣະເຈົ້າ​ດ້ວຍ​ພາສາ​ຂອງ​ພວກເຮົາ​ເອງ!”


ເນື່ອງຈາກວ່າ​ທ່າງາມ​ນັ້ນ​ບໍ່​ເໝາະສົມ​ທີ່​ຈະ​ຈອດ​ໃນ​ລະດູໜາວ, ຄົນ​ສ່ວນຫລາຍ​ຈຶ່ງ​ຕົກລົງ​ວ່າ​ພວກເຮົາ​ຄວນ​ແລ່ນເຮືອ​ຕໍ່ໄປ, ໂດຍ​ຫວັງວ່າ​ຈະ​ໄປ​ໃຫ້​ເຖິງ​ເມືອງ​ໂຟນິກ ແລະ ຈອດ​ພັກ​ໃນ​ລະດູໜາວ​ທີ່​ນັ້ນ. ໂຟນິກ​ເປັນ​ທ່າເຮືອ​ຂອງ​ເກາະ​ກະເຣເຕ, ຫັນໜ້າ​ໄປ​ທາງ​ຕາເວັນຕົກສຽງໃຕ້​ກັບ​ຕາເວັນຕົກສຽງເໜືອ.


ເມື່ອ​ລົມ​ທິດໃຕ້​ພັດມາ​ຄ່ອຍໆ, ພວກເຂົາ​ກໍ​ຄິດ​ວ່າ​ຄົງ​ເປັນ​ໄປ​ຕາມ​ທີ່​ຫວັງ​ໄວ້; ຈຶ່ງ​ຖອນ​ສະໝໍ​ເຮືອ​ຂຶ້ນ​ແລ້ວ​ແລ່ນເຮືອ​ລຽບ​ຝັ່ງ​ເກາະ​ຂອງ​ກະເຣເຕ.


ເຮົາ​ແລ່ນ​ຊ້າໆ​ຢູ່​ຫລາຍ​ວັນ ແລະ ກໍ​ມາ​ເຖິງ​ເມືອງ​ກະນີໂດ​ຢ່າງ​ຍາກລຳບາກ. ເມື່ອ​ລົມພັດ​ຕ້ານ​ພວກເຮົາ​ຈຶ່ງ​ແລ່ນ​ມາ​ທາງດ້ານ​ບັງລົມ​ຂອງ​ເກາະ​ກະເຣເຕ​ທີ່​ກົງກັນຂ້າມ​ເມືອງ​ສານໂມນ.


ດ້ວຍວ່າ ຄົນ​ຢ່າງນີ້​ບໍ່​ໄດ້​ຮັບໃຊ້​ພຣະຄຣິດເຈົ້າ​ຂອງ​ພວກເຮົາ ແຕ່​ພວກເຂົາ​ເຮັດ​ເພື່ອ​ປາກ​ເພື່ອ​ທ້ອງ​ຂອງ​ຕົນ​ເອງ. ພວກເຂົາ​ລໍ້ລວງ​ຄົນຊື່​ດ້ວຍ​ຄຳເວົ້າ​ອັນ​ອ່ອນຫວານ ແລະ ຄຳຍ້ອງຍໍ​ທີ່​ບໍ່​ຈິງໃຈ.


ປາຍທາງ​ຂອງ​ພວກເຂົາ​ຄື​ຄວາມຈິບຫາຍ, ພະ​ຂອງ​ພວກເຂົາ​ຄື​ທ້ອງ​ຂອງ​ພວກເຂົາ, ຊື່ສຽງ​ຂອງ​ພວກເຂົາ​ຄື​ຄວາມອັບອາຍ​ຂອງ​ພວກເຂົາ. ຈິດໃຈ​ຂອງ​ພວກເຂົາ​ປັກ​ຢູ່​ແຕ່​ກັບ​ສິ່ງຂອງ​ຝ່າຍໂລກ.


ການສັ່ງສອນ​ດັ່ງກ່າວ​ແມ່ນ​ມາ​ທາງ​ບັນດາ​ຄົນ​ຂີ້ຕົວະ​ທີ່​ໜ້າຊື່ໃຈຄົດ, ຜູ້​ທີ່​ມີ​ຈິດສຳນຶກ​ທີ່​ຕາຍ​ດ້ານ.


ເຫດຜົນ​ທີ່​ເຮົາ​ໄດ້​ປະ​ເຈົ້າ​ໄວ້​ທີ່​ເກາະ​ກະເຣເຕ​ກໍ​ເພື່ອ​ໃຫ້​ເຈົ້າ​ຈັດການ​ກັບ​ວຽກງານ​ທີ່​ຍັງ​ຄ້າງຄາ ແລະ ແຕ່ງຕັ້ງ​ຄະນະ​ຜູ້ປົກຄອງ​ຂອງ​ຄຣິສຕະຈັກ​ໃນ​ທຸກ​ເມືອງ​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໄວ້.


ແຕ່​ຄົນ​ເຫລົ່ານີ້​ໝິ່ນປະໝາດ​ໃນ​ສິ່ງ​ທີ່​ຕົນ​ບໍ່​ເຂົ້າໃຈ. ພວກເຂົາ​ເປັນ​ເໝືອນ​ສັດ​ທີ່​ບໍ່​ມີ​ເຫດຜົນ​ເຮັດ​ຕາມ​ສັນຊາດຕະຍານ, ເກີດ​ມາ​ພຽງ​ເພື່ອ​ຖືກ​ຈັບ ແລະ ຖືກ​ທຳລາຍ​ເທົ່ານັ້ນ. ແລະ ພວກເຂົາ​ຈະ​ຕ້ອງ​ຈິບຫາຍ​ໄປ​ເໝືອນ​ກັບ​ສັດ​ຢ່າງ​ແນ່ນອນ.


ພວກເຂົາ​ປະຖິ້ມ​ທາງ​ທີ່​ຊື່ ແລະ ຫລົງ​ໄປ​ຕາມ​ທາງ​ຂອງ​ບາລາອາມ​ລູກ​ຂອງ​ເບອໍ ຜູ້​ທີ່​ມັກ​ຄ່າຈ້າງ​ຂອງ​ຄວາມ​ຊົ່ວຮ້າຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka