Biblia Todo Logo
Internet tuqin Biblia

- Anuncios ukanaka -




ຕີໂຕ 1:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ພວກເຂົາ​ຈະ​ຕ້ອງ​ໄດ້​ມິດງຽບ ເພາະ​ພວກເຂົາ​ໄດ້​ລົບກວນ​ຫລາຍ​ຄອບຄົວ​ໂດຍ​ການ​ສອນ​ສິ່ງ​ທີ່​ພວກເຂົາ​ບໍ່​ຄວນ​ສອນ ແລະ ການສອນ​ນັ້ນ​ກໍ​ເພື່ອ​ຫາ​ປະໂຫຍດ​ໃນ​ທາງ​ບໍ່​ສັດຊື່

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ຈຳເປັນ​ຕ້ອງ​ໃຫ້​ພວກເຂົາ​ງັບ​ປາກ​ເສຍ ເພາະ​ພວກເຂົາ​ໄດ້​ເຮັດ​ໃຫ້​ບັນດາ​ຄອບຄົວ​ທັງໝົດ​ປັ່ນປ່ວນ​ວຸ້ນວາຍ​ໄປ ໂດຍ​ສອນ​ສິ່ງ​ທີ່​ບໍ່ຄວນ​ສອນ​ເພື່ອ​ຫາ​ລາຍໄດ້​ໃນ​ທາງ​ບໍ່​ສັດຊື່.

Uka jalj uñjjattʼäta Copia luraña




ຕີໂຕ 1:11
22 Jak'a apnaqawi uñst'ayäwi  

“ວິບັດ​ແກ່​ພວກເຈົ້າ ຄູສອນກົດບັນຍັດ ແລະ ຟາຣີຊາຍ ພວກ​ຄົນໜ້າຊື່ໃຈຄົດ! ພວກເຈົ້າ​ອັດ​ປະຕູ​ອານາຈັກ​ສະຫວັນ​ຕັນ​ໜ້າ​ຄົນ. ດ້ວຍວ່າ ພວກເຈົ້າ​ເອງ​ບໍ່​ເຂົ້າ​ໄປ​ແລ້ວ​ຍັງ​ຂັດຂວາງ​ຄົນ​ທີ່​ພະຍາຍາມ​ຈະ​ເຂົ້າ​ໄປ.


ແລະ ບໍ່​ມີ​ຜູ້ໃດ​ກ້າ​ຖາມ​ພຣະອົງ​ອີກ.


ຄົນຮັບຈ້າງ​ບໍ່​ແມ່ນ​ຜູ້ລ້ຽງແກະ ແລະ ບໍ່​ໄດ້​ເປັນ​ເຈົ້າຂອງ​ແກະ. ດັ່ງນັ້ນ ເມື່ອ​ລາວ​ເຫັນ​ໝາໄນ​ມາ​ລາວ​ກໍ​ປະຖິ້ມ​ແກະ ແລະ ແລ່ນ​ໜີ​ໄປ. ແລ້ວ​ໝາໄນ​ກໍ​ເຂົ້າ​ມາ​ທຳຮ້າຍ​ແກະ ແລະ ເຮັດ​ໃຫ້​ແຕກຊະ​ກັນ​ໄປ.


ບັດນີ້ ພວກເຮົາ​ຮູ້​ວ່າ​ສິ່ງໃດ​ທີ່​ກົດບັນຍັດ​ໄດ້​ກ່າວ​ໄວ້​ກໍ​ກ່າວ​ແກ່​ຜູ້​ທີ່​ຢູ່​ໃຕ້​ກົດບັນຍັດ, ເພື່ອວ່າ​ທຸກ​ປາກ​ຈະ​ມິດງຽບ​ຢູ່ ແລະ ເພື່ອ​ໃຫ້​ທັງ​ໂລກ​ຮັບຜິດຊອບ​ຕໍ່​ພຣະເຈົ້າ.


ຄວາມຈິງ​ຂອງ​ພຣະຄຣິດເຈົ້າ​ຢູ່​ໃນ​ເຮົາ​ແນ່ນອນ​ສັນໃດ ກໍ​ບໍ່​ມີ​ຜູ້ໃດ​ໃນ​ແຂວງ​ອະຂາຢາ​ຈະ​ມາ​ຢຸດ​ເຮົາ​ໃນ​ການອວດອ້າງ​ນີ້​ສັນນັ້ນ.


ນອກຈາກ​ນີ້ ພວກເຂົາ​ຈະ​ມີ​ນິໄສ​ຂີ້ຄ້ານ​ທຽວ​ໄປ​ເຮືອນ​ນັ້ນ​ເຮືອນ​ນີ້ ແລະ ບໍ່​ພຽງ​ແຕ່​ພວກເຂົາ​ກາຍເປັນ​ຄົນຂີ້ຄ້ານ​ເທົ່ານັ້ນ​ແຕ່​ຍັງ​ມັກ​ເວົ້າຂວັນນິນທາ ແລະ ມັກຫຍຸ້ງເລື່ອງຄົນອື່ນ ເວົ້າ​ສິ່ງ​ທີ່​ບໍ່​ຄວນ​ເວົ້າ.


ແຕ່​ຖ້າ​ແມ່ໝ້າຍ​ຄົນໃດ​ມີ​ລູກ ຫລື ຫລານ ກ່ອນອື່ນໝົດ​ຈະ​ຕ້ອງ​ໃຫ້​ລູກຫລານ​ເຫລົ່ານັ້ນ​ໄດ້​ຮຽນຮູ້​ປະຕິບັດ​ຕາມ​ຫລັກ​ຂອງ​ສາສະໜາ​ໂດຍ​ການ​ເອົາໃຈໃສ່​ເບິ່ງແຍງ​ຄອບຄົວ​ຂອງ​ຕົນເອງ​ອັນ​ເປັນ​ການຕອບແທນ​ແກ່​ພໍ່ແມ່ ແລະ ພໍ່ຕູ້ແມ່ຕູ້, ເພາະ​ການ​ເຮັດ​ເຊັ່ນ​ນີ້​ເປັນ​ທີ່​ພໍໃຈ​ພຣະເຈົ້າ.


ແລະ ການ​ຂັດແຍ້ງ​ກັນ​ຢ່າງ​ບໍ່​ມີ​ວັນ​ສິ້ນສຸດ​ໃນ​ທ່າມ​ກາງ​ຜູ້​ມີ​ຈິດໃຈ​ເສື່ອມຊາມ, ຜູ້​ທີ່​ຖືກ​ຍາດຊິງ​ຄວາມຈິງ​ໄປ ແລະ ຜູ້​ທີ່​ຄິດ​ວ່າ​ທາງ​ຂອງ​ພຣະເຈົ້າ​ເປັນ​ຊ່ອງທາງ​ຫາ​ຜົນປະໂຫຍດ​ໃນ​ດ້ານ​ການເງິນ.


ເຊິ່ງ​ເປັນ​ຜູ້​ທີ່​ໄດ້​ຫລົງ​ໄປ​ຈາກ​ຄວາມຈິງ​ແລ້ວ. ພວກເຂົາ​ເວົ້າ​ວ່າ​ການເປັນຄືນມາຈາກຕາຍ​ໄດ້​ຜ່ານພົ້ນ​ໄປ​ແລ້ວ ແລະ ໄດ້​ທຳລາຍ​ຄວາມເຊື່ອ​ຂອງ​ບາງຄົນ​ລົງ.


ພວກເຂົາ​ເປັນ​ຄົນ​ທີ່​ມັກ​ຈອບ​ເຂົ້າ​ໄປ​ຕາມ​ເຮືອນ​ຕ່າງໆ ແລະ ໄດ້​ຄວບຄຸມ​ບັນດາ​ແມ່ຍິງ​ທີ່​ເບົາປັນຍາ, ຜູ້​ທີ່​ເຕັມ​ໄປ​ດ້ວຍ​ຄວາມບາບ ແລະ ຄອບງຳ​ດ້ວຍ​ຕັນຫາ​ຊົ່ວ​ທຸກ​ຊະນິດ,


ເພາະວ່າ​ຜູ້ດູແລ​ຮັບຜິດຊອບ​ຄອບຄົວ​ຂອງ​ພຣະເຈົ້າ ລາວ​ຕ້ອງ​ເປັນ​ຜູ້​ທີ່​ບໍ່ມີຕຳໜິ, ບໍ່​ເອົາ​ແຕ່​ໃຈ, ບໍ່​ເປັນ​ຄົນ​ເລືອດຮ້ອນ, ບໍ່​ເປັນ​ຄົນ​ເມົາເຫລົ້າ, ບໍ່​ໃຊ້​ຄວາມຮຸນແຮງ, ບໍ່​ເປັນ​ຄົນໂລບ​ຫາ​ກຳໄລ​ໃນ​ທາງ​ທີ່​ບໍ່​ສັດຊື່


ລາວ​ຈະ​ຕ້ອງ​ຢຶດໝັ້ນ​ໃນ​ຫລັກຄຳສອນ​ອັນ​ເຊື່ອຖືໄດ້​ຕາມ​ທີ່​ໄດ້​ຮຽນຮູ້​ມາ ເພື່ອວ່າ​ລາວ​ຈະ​ສາມາດ​ໜູນໃຈ​ຄົນ​ອື່ນ​ດ້ວຍ​ຄຳສອນ​ອັນ​ມີ​ຫລັກ ແລະ ຊີ້ແຈງ​ຕໍ່​ຜູ້​ທີ່​ຄັດຄ້ານ​ຄຳສອນ​ນັ້ນ.


ຈົ່ງ​ຕັກເຕືອນ​ຄົນ​ທີ່​ກໍ່​ໃຫ້​ເກີດ​ຄວາມແຕກແຍກ​ເທື່ອ​ທີ​ໜຶ່ງ​ກ່ອນ ແລ້ວ​ຈຶ່ງ​ຕັກເຕືອນ​ອີກ​ເປັນ​ເທື່ອ​ທີ​ສອງ. ຫລັງຈາກນັ້ນ ກໍ​ຢ່າ​ກ່ຽວຂ້ອງ​ກັບ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka