Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 9:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ບໍ່​ແມ່ນ​ທຸກຄົນ​ທີ່​ສືບເຊື້ອສາຍ​ຂອງ​ອັບຣາຮາມ​ຈະ​ເປັນ​ລູກຫລານ​ຂອງ​ອັບຣາຮາມ. ແຕ່​ກົງກັນຂ້າມ, “ເຊື້ອສາຍ​ຂອງ​ເຈົ້າ​ຈະ​ນັບ​ມາ​ທາງ​ອີຊາກ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ແລະ​ບໍ່ແມ່ນ​ທຸກຄົນ​ທີ່​ເກີດ​ຈາກ​ເຊື້ອສາຍ​ຂອງ​ອັບຣາຮາມ ເປັນ​ເຊື້ອສາຍ​ແທ້​ຂອງ​ພຣະເຈົ້າ, ແຕ່​ພຣະເຈົ້າ​ໄດ້​ກ່າວ​ແກ່​ອັບຣາຮາມ​ວ່າ, “ແມ່ນ​ໂດຍ​ທາງ​ອີຊາກ ທີ່​ເຈົ້າ​ຈະ​ມີ​ເຊື້ອສາຍ​ຕາມ​ທີ່​ເຮົາ​ໄດ້​ສັນຍາ.”

Uka jalj uñjjattʼäta Copia luraña




ໂຣມ 9:7
11 Jak'a apnaqawi uñst'ayäwi  

ແລະ ຢ່າ​ຄິດ​ວ່າ, ‘ພວກເຮົາ​ມີ​ອັບຣາຮາມ​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ’. ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ​ພຣະເຈົ້າ​ສາມາດ​ເຮັດ​ໃຫ້​ລູກຫລານ​ຂອງ​ອັບຣາຮາມ​ເກີດ​ຈາກ​ກ້ອນຫີນ​ເຫລົ່ານີ້​ໄດ້.


“ເສດຖີ​ຄົນ​ນັ້ນ​ຈຶ່ງ​ກ່າວ​ວ່າ, ‘ບໍ່​ແມ່ນ​ດອກ ອັບຣາຮາມ ບິດາ​ເອີຍ, ແຕ່​ຖ້າ​ມີ​ຜູ້​ໜຶ່ງ​ເປັນຄືນຈາກຕາຍ​ແລ້ວ​ໄປ​ຫາ​ພວກເຂົາ, ພວກເຂົາ​ກໍ​ຄົງ​ຈະ​ຖິ້ມໃຈເກົ່າເອົາໃຈໃໝ່’.


ຈົ່ງ​ເກີດຜົນ​ໃຫ້​ສົມ​ກັບ​ການ​ຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຢ່າ​ຄິດ​ວ່າ, ‘ພວກເຮົາ​ມີ​ອັບຣາຮາມ​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ’. ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ​ພຣະເຈົ້າ​ສາມາດ​ເຮັດ​ໃຫ້​ລູກຫລານ​ຂອງ​ອັບຣາຮາມ​ເກີດ​ຈາກ​ກ້ອນຫີນ​ເຫລົ່ານີ້​ກໍ​ໄດ້.


ພວກເຂົາ​ຕອບ​ວ່າ, “ພວກເຮົາ​ເປັນ​ລູກຫລານ​ຂອງ​ອັບຣາຮາມ ແລະ ບໍ່​ເຄີຍ​ເປັນ​ຂ້າທາດ​ຂອງ​ຜູ້ໃດ. ເປັນ​ຫຍັງ​ທ່ານ​ຈຶ່ງ​ເວົ້າ​ວ່າ​ພວກເຮົາ​ຈະ​ເປັນ​ອິດສະຫລະ?”


ລູກຊາຍ​ຂອງ​ເພິ່ນ​ຜູ້​ທີ່​ເກີດ​ຈາກ​ແມ່ຍິງ​ທີ່​ເປັນ​ຂ້າທາດ​ແມ່ນ​ເກີດ​ຕາມ​ເນື້ອໜັງ, ສ່ວນ​ລູກຊາຍ​ຂອງ​ເພິ່ນ​ຜູ້​ທີ່​ເກີດ​ຈາກ​ຍິງ​ທີ່​ເປັນ​ອິດສະຫລະ​ນັ້ນ ແມ່ນ​ເກີດ​ຕາມ​ສັນຍາ​ຂອງ​ພຣະເຈົ້າ.


ພີ່ນ້ອງ​ທັງຫລາຍ, ບັດນີ້ ພວກເຈົ້າ​ກໍ​ເປັນ​ລູກ​ແຫ່ງ​ສັນຍາ​ເໝືອນ​ກັນ​ກັບ​ອີຊາກ.


ເພາະວ່າ​ແມ່ນ​ພວກເຮົາ​ທີ່​ເປັນ​ຜູ້​ຖື​ພິທີຕັດ, ພວກເຮົາ​ເປັນ​ຜູ້ຮັບໃຊ້​ພຣະເຈົ້າ​ດ້ວຍ​ພຣະວິນຍານ​ຂອງ​ພຣະອົງ, ພວກເຮົາ​ເປັນ​ຜູ້​ອວດອ້າງ​ໃນ​ພຣະຄຣິດເຈົ້າເຢຊູ ແລະ ພວກເຮົາ​ບໍ່​ໄດ້​ໝັ້ນໃຈ​ໃນ​ຝ່າຍ​ເນື້ອໜັງ


ເຖິງແມ່ນວ່າ​ພຣະເຈົ້າ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ, “ເຊື້ອສາຍ​ຂອງ​ເຈົ້າ​ຈະ​ນັບ​ມາ​ທາງ​ອີຊາກ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka