Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 9:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ຄື​ປະຊາຊົນ​ອິດສະຣາເອນ. ພວກເຂົາ​ໄດ້​ຖືກ​ຮັບ​ມາ​ເປັນ​ບຸດ​ຂອງ​ພຣະເຈົ້າ, ໄດ້ຮັບ​ສະຫງ່າລາສີ​ຂອງ​ພຣະເຈົ້າ, ໄດ້​ຮັບ​ບັນດາ​ພັນທະສັນຍາ, ໄດ້​ຮັບ​ກົດບັນຍັດ, ພິທີ​ນະມັດສະການ​ໃນ​ວິຫານ ແລະ ສັນຍາ​ຕ່າງໆ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ພວກເຂົາ​ເປັນ​ຊົນຊາດ​ອິດສະຣາເອນ ໄດ້​ຮັບ​ການ​ຊົງ​ໃຫ້​ເປັນ​ລູກ​ຂອງ​ພຣະເຈົ້າ ໃຫ້​ພວກເຂົາ​ຮັບ​ພຣະ​ສະຫງ່າຣາສີ ຮັບ​ບັນດາ​ພັນທະສັນຍາ ກັບ​ພວກເຂົາ ແລະ​ມອບ​ກົດບັນຍັດ, ພິທີ​ນະມັດສະການ ແລະ​ບັນດາ​ຄຳສັນຍາ​ໃຫ້​ແກ່​ພວກເຂົາ.

Uka jalj uñjjattʼäta Copia luraña




ໂຣມ 9:4
61 Jak'a apnaqawi uñst'ayäwi  

“ຈົ່ງ​ຟັງ​ຄຳອຸປະມາ​ເລື່ອງ​ໜຶ່ງ​ອີກ​ຄື ມີ​ເຈົ້າຂອງ​ສວນ​ຄົນ​ໜຶ່ງ​ທີ່​ເຮັດ​ສວນອະງຸ່ນ ເພິ່ນ​ໄດ້​ເຮັດ​ຮົ້ວ​ອ້ອມສວນ​ໄວ້, ເຈາະ​ອ່າງ​ເພື່ອ​ໃຊ້​ເປັນ​ບ່ອນ​ຢຽບ​ເອົາ​ນໍ້າອະງຸ່ນ ແລະ ໄດ້​ສ້າງ​ຫໍຄອຍ​ໄວ້​ເພື່ອ​ເຝົ້າຍາມ. ຫລັງຈາກນັ້ນ ເພິ່ນ​ໄດ້​ໃຫ້​ພວກຊາວສວນ​ເຊົ່າ ແລ້ວ​ເພິ່ນ​ຍ້າຍ​ອອກ​ໄປ​ບ່ອນ​ອື່ນ.


ເພາະ​ກົດບັນຍັດ​ໄດ້​ຖືກ​ມອບ​ໃຫ້​ຜ່ານ​ທາງ​ໂມເຊ, ສ່ວນ​ພຣະຄຸນ ແລະ ຄວາມຈິງ​ນັ້ນ​ໄດ້​ມາ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ.


ເມື່ອ​ພຣະເຢຊູເຈົ້າ​ເຫັນ​ນະທານາເອັນ​ເຂົ້າ​ມາ​ຫາ​ກໍ​ກ່າວ​ເຖິງ​ລາວ​ວ່າ, “ຜູ້​ນີ້​ເປັນ​ຄົນ​ອິດສະຣາເອນ​ແທ້ ໃນ​ໂຕ​ລາວ​ບໍ່​ມີ​ກົນອຸບາຍ​ອັນ​ໃດ​ເລີຍ”.


ສັນຍາ​ນີ້​ມີ​ໄວ້​ເພື່ອ​ພວກທ່ານ​ທັງຫລາຍ ແລະ ລູກຫລານ​ຂອງ​ພວກທ່ານ ຕະຫລອດ​ຈົນ​ຄົນ​ທັງປວງ​ທີ່​ຢູ່​ຫ່າງ​ໄກ ຄື​ທຸກຄົນ​ທີ່​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ພວກເຮົາ​ຈະ​ເອີ້ນ”.


ກໍ​ມີ​ປະໂຫຍດ​ຫລາຍ​ໃນ​ທຸກດ້ານ! ປະການ​ທຳອິດ ພວກເຂົາ​ໄດ້​ຮັບ​ມອບໝາຍ​ໃຫ້​ຮັກສາ​ທຸກ​ຖ້ອຍຄຳ​ຂອງ​ພຣະເຈົ້າ.


ພຣະວິນຍານ​ທີ່​ພວກເຈົ້າ​ໄດ້​ຮັບ​ນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ພວກເຈົ້າ​ເປັນ​ຂ້າທາດ, ເພື່ອ​ໃຫ້​ພວກເຈົ້າ​ມີຊີວິດ​ຢູ່​ໃນ​ຄວາມຢ້ານກົວ​ອີກ, ແຕ່​ກົງກັນຂ້າມ ພຣະວິນຍານ​ທີ່​ພວກເຈົ້າ​ໄດ້​ຮັບ​ນັ້ນ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ຖືກ​ຮັບ​ມາ​ເປັນ​ບຸດ ແລະ ໂດຍ​ພຣະອົງ ພວກເຮົາ​ຈຶ່ງ​ຮ້ອງ​ວ່າ, “ອັບບາ, ພໍ່”.


ບໍ່ແມ່ນ​ວ່າ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ນັ້ນ​ໄດ້​ລົ້ມເຫລວ​ໄປ ເພາະວ່າ​ບໍ່​ແມ່ນ​ທຸກຄົນ​ທີ່​ສືບເຊື້ອສາຍ​ຈາກ​ອິດສະຣາເອນ​ນັ້ນ​ຈະ​ເປັນ​ອິດສະຣາເອນ.


ພວກເຂົາ​ເປັນ​ຊາວ​ເຮັບເຣີ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ. ພວກເຂົາ​ເປັນ​ຊາວ​ອິດສະຣາເອນ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ. ພວກເຂົາ​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ.


ສັນຍາ​ຕ່າງໆ​ທີ່​ພຣະເຈົ້າ​ໄດ້​ເຮັດ​ໄວ້​ກັບ​ອັບຣາຮາມ ແລະ ລູກຫລານ​ຂອງ​ເພິ່ນ. ພຣະຄຳພີ​ບໍ່​ໄດ້​ກ່າວ​ວ່າ “ແກ່​ບັນດາ​ລູກຫລານ” ເຊິ່ງ​ໝາຍເຖິງ​ຄົນ​ຈຳນວນ​ຫລາຍ, ແຕ່​ກ່າວ​ວ່າ “ແກ່​ລູກຫລານ​ຂອງ​ເຈົ້າ” ເຊິ່ງ​ໝາຍ​ເຖິງ​ພຽງ​ຜູ້​ດຽວ, ຄື​ພຣະຄຣິດເຈົ້າ.


ຈົ່ງ​ລະນຶກ​ວ່າ​ໃນ​ເວລາ​ນັ້ນ​ພວກເຈົ້າ​ໄດ້​ແຍກອອກ​ຈາກ​ພຣະຄຣິດເຈົ້າ, ບໍ່​ໄດ້​ເປັນ​ພົນລະເມືອງ​ຂອງ​ອິດສະຣາເອນ ແລະ ເປັນ​ຄົນຕ່າງດ້າວ​ຢູ່​ນອກ​ບັນດາ​ພັນທະສັນຍາ​ທີ່​ສັນຍາ​ໄວ້, ບໍ່​ມີ​ຄວາມຫວັງ ແລະ ຢູ່​ໃນ​ໂລກ​ນີ້​ໂດຍ​ບໍ່ມີພຣະເຈົ້າ.


ພັນທະສັນຍາເດີມ​ນັ້ນ​ມີ​ກົດລະບຽບ​ກ່ຽວກັບ​ການນະມັດສະການ ແລະ ມີ​ສະຖານ​ນະມັດສະການ​ຂອງ​ໂລກ​ນີ້


ສິ່ງ​ເຫລົ່ານີ້​ເປັນ​ພຽງ​ເລື່ອງ​ຂອງ​ອາຫານ ແລະ ເຄື່ອງດື່ມ ແລະ ການຊຳລະ​ຕ່າງໆ​ຕາມ​ລະບຽບ​ພິທີ ເຊິ່ງ​ເປັນ​ຂໍ້ປະຕິບັດ​ພາຍນອກ​ຈົນ​ກວ່າ​ຈະ​ເຖິງ​ເວລາ​ຂອງ​ລະບົບ​ໃໝ່.


ທາງຫລັງ​ຜ້າກັ້ງ​ຊັ້ນ​ທີ​ສອງ​ແມ່ນ​ຫ້ອງ​ທີ່​ເອີ້ນ​ວ່າ​ສະຖານທີ່​ສັກສິດ​ທີ່ສຸດ,


ຢູ່​ເທິງ​ຫີບ​ນັ້ນ​ມີ​ຮູບ​ເຄຣຸບ​ແຫ່ງ​ສະຫງ່າລາສີ ກາງປີກ​ປົກຄຸມ​ຝາອັດຫີບ. ແຕ່​ພວກເຮົາ​ບໍ່​ສາມາດ​ກ່າວ​ເຖິງ​ລາຍລະອຽດ​ຂອງ​ສິ່ງ​ຕ່າງໆ​ເຫລົ່ານີ້​ໃນ​ເວລາ​ນີ້.


ເມື່ອ​ທຸກສິ່ງ​ໄດ້​ຖືກ​ຈັດ​ຕາມ​ນີ້​ແລ້ວ, ບັນດາ​ປະໂລຫິດ​ກໍ​ເຂົ້າ​ໄປ​ປະຕິບັດ​ຫນ້າທີ່​ໃນ​ຫ້ອງຊັ້ນນອກ​ນັ້ນ​ເປັນ​ປະຈໍາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka