Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 9:19 - ພຣະຄຳພີລາວສະບັບສະໄໝໃໝ່

19 ບາງຄົນ​ໃນ​ພວກເຈົ້າ​ຈະ​ກ່າວ​ກັບ​ເຮົາ​ວ່າ, “ຖ້າ​ເປັນ​ດັ່ງນັ້ນ ເປັນຫຍັງ​ພຣະເຈົ້າ​ຍັງ​ຕຳໜິ​ພວກເຮົາ​ຢູ່? ເພາະ​ຜູ້ໃດ​ຈະ​ຂັດຂືນ​ຄວາມ​ປະສົງ​ຂອງ​ພຣະອົງ​ໄດ້?”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

19 ແລ້ວ​ເຈົ້າ​ຈະ​ກ່າວ​ຕໍ່​ເຮົາ​ວ່າ, “ຖ້າ​ເປັນ​ດັ່ງນັ້ນ ເປັນຫຍັງ​ພຣະເຈົ້າ​ຈຶ່ງ​ຍັງ​ຊົງ​ຕິຕຽນ​ຢູ່? ຜູ້ໃດ​ຈະ​ຂັດຂືນ​ນໍ້າພຣະໄທ​ຂອງ​ພຣະເຈົ້າ​ໄດ້?”

Uka jalj uñjjattʼäta Copia luraña




ໂຣມ 9:19
19 Jak'a apnaqawi uñst'ayäwi  

ບຸດມະນຸດ​ຈະ​ຕ້ອງ​ເປັນ​ໄປ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ກ່ຽວກັບ​ພຣະອົງ. ແຕ່​ວິບັດ​ຈະ​ມີ​ແກ່​ຜູ້​ນັ້ນ​ທີ່​ທໍລະຍົດ​ຕໍ່​ບຸດມະນຸດ! ຖ້າ​ລາວ​ບໍ່​ໄດ້​ເກີດ​ມາ​ເລີຍ​ກໍ​ຈະ​ດີ​ຕໍ່​ລາວ​ຫລາຍ​ກວ່າ”.


ພຣະເຢຊູເຈົ້າ​ຜູ້​ນີ້​ໄດ້​ຖືກ​ມອບ​ໃຫ້​ພວກທ່ານ​ຕາມ​ທີ່​ພຣະເຈົ້າ​ໄດ້​ກຳນົດ​ແຜນການ​ໄວ້ ແລະ ໄດ້​ຮູ້​ລ່ວງໜ້າ​ກ່ອນ​ແລ້ວ ແລະ ໂດຍ​ການ​ຊ່ວຍເຫລືອ​ຂອງ​ຄົນ​ຊົ່ວຮ້າຍ ພວກທ່ານ​ຈຶ່ງ​ໄດ້​ຈັບ​ພຣະອົງ​ໄປ​ຂ້າ​ດ້ວຍ​ການ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ.


ແລ້ວ​ເຈົ້າ​ຈະ​ເວົ້າ​ວ່າ, “ກິ່ງ​ເຫລົ່ານັ້ນ​ຖືກ​ຫັກອອກ​ເພື່ອ​ວ່າ​ຈະ​ໄດ້​ເອົາ​ຂ້ອຍ​ມາ​ຕໍ່​ເຂົ້າ​ໃສ່”.


ແຕ່​ຖ້າ​ໄດ້​ປະກາດ​ວ່າ​ພຣະຄຣິດເຈົ້າ​ເປັນຄືນມາຈາກຕາຍ​ແລ້ວ, ດ້ວຍເຫດໃດ ບາງຄົນ​ໃນ​ພວກເຈົ້າ​ຈຶ່ງ​ເວົ້າ​ວ່າ​ບໍ່​ມີ​ການເປັນຄືນມາຈາກຕາຍ?


ແຕ່​ບາງຄົນ​ອາດ​ຈະ​ຖາມ​ວ່າ, “ຄົນຕາຍ​ເປັນຄືນມາ​ໄດ້​ຢ່າງໃດ? ເມື່ອ​ເປັນຄືນມາ ຮ່າງກາຍ​ຂອງ​ພວກເຂົາ​ຈະ​ເປັນ​ແບບ​ໃດ?”


ເມື່ອ​ຖືກ​ລໍ້ລວງ​ໃຫ້​ເຮັດ​ບາບ ຢ່າ​ໃຫ້​ຜູ້ໃດ​ເວົ້າ​ວ່າ, “ພຣະເຈົ້າ​ລໍ້ລວງ​ຂ້ານ້ອຍ” ເພາະວ່າ​ຄວາມຊົ່ວ​ບໍ່​ສາມາດ​ລໍ້ລວງ​ພຣະເຈົ້າ​ໃຫ້​ເຮັດ​ບາບ​ໄດ້ ແລະ ພຣະອົງ​ກໍ​ບໍ່​ໄດ້​ລໍ້ລວງ​ຜູ້ໃດ,


ແຕ່​ບາງຄົນ​ຈະ​ກ່າວ​ວ່າ, “ເຈົ້າ​ມີ​ຄວາມເຊື່ອ ສ່ວນ​ຂ້ອຍ​ມີ​ການປະຕິບັດ”. ຈົ່ງ​ສະແດງ​ຄວາມເຊື່ອ​ຂອງ​ເຈົ້າ​ທີ່​ບໍ່​ມີ​ການປະຕິບັດ​ມາ ແລ້ວ​ເຮົາ​ຈະ​ສະແດງ​ຄວາມເຊື່ອ​ຂອງ​ເຮົາ​ດ້ວຍ​ການປະຕິບັດ​ຂອງ​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka