ໂຣມ 9:16 - ພຣະຄຳພີລາວສະບັບສະໄໝໃໝ່16 ເຫດສະນັ້ນ, ສິ່ງນີ້ບໍ່ໄດ້ຂຶ້ນຢູ່ກັບຄວາມປາຖະໜາ ຫລື ຄວາມພະຍາຍາມຂອງມະນຸດ ແຕ່ຂຶ້ນຢູ່ກັບຄວາມເມດຕາຂອງພຣະເຈົ້າ. Uka jalj uñjjattʼätaພຣະຄຳພີສັກສິ16 ດັ່ງນັ້ນ ຈຶ່ງຈະບໍ່ຂຶ້ນຢູ່ກັບຄວາມຕັ້ງໃຈຂອງຄົນເຮົາ ຫລືການກະທຳ, ແຕ່ຂຶ້ນຢູ່ກັບພຣະເມດຕາກະລຸນາຂອງພຣະເຈົ້າເທົ່ານັ້ນ. Uka jalj uñjjattʼäta |
ໃນເວລານັ້ນ ພຣະເຢຊູເຈົ້າເຕັມລົ້ນດ້ວຍຄວາມຊື່ນຊົມຍິນດີໂດຍທາງພຣະວິນຍານບໍລິສຸດເຈົ້າ ແລະ ຈຶ່ງກ່າວວ່າ, “ຂ້າແດ່ພຣະບິດາເຈົ້າ ອົງພຣະຜູ້ເປັນເຈົ້າແຫ່ງສະຫວັນ ແລະ ແຜ່ນດິນໂລກ, ຂ້ານ້ອຍຂໍສັນລະເສີນພຣະອົງ ເພາະພຣະອົງໄດ້ປິດບັງສິ່ງເຫລົ່ານີ້ໄວ້ຈາກຄົນສະຫລາດ ແລະ ນັກຮຽນຮູ້, ແຕ່ໄດ້ເປີດເຜີຍໃຫ້ແກ່ບັນດາເດັກນ້ອຍ. ພຣະບິດາເຈົ້າເອີຍ, ແມ່ນແລ້ວ ເພາະນີ້ຄືສິ່ງທີ່ພຣະອົງຍິນດີຈະເຮັດ.