Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 8:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ຜູ້​ທີ່​ດຳເນີນຊີວິດ​ຕາມ​ເນື້ອໜັງ​ກໍ​ໃສ່ໃຈ​ໃນ​ສິ່ງ​ທີ່​ເນື້ອໜັງ​ຕ້ອງການ ແຕ່​ຜູ້​ທີ່​ດຳເນີນຊີວິດ​ຕາມ​ພຣະວິນຍານບໍລິສຸດເຈົ້າ ກໍ​ໃສ່ໃຈ​ໃນ​ສິ່ງ​ທີ່​ພຣະວິນຍານບໍລິສຸດເຈົ້າ​ຕ້ອງການ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ຄົນ​ທີ່​ດຳເນີນ​ຊີວິດ​ຝ່າຍ​ເນື້ອໜັງ ກໍ​ໃສ່​ໃຈ​ໃນ​ສິ່ງ​ທີ່​ເປັນ​ຝ່າຍ​ເນື້ອໜັງ ຄົນ​ທີ່​ດຳເນີນ​ຊີວິດ​ຕາມ​ພຣະວິນຍານ ກໍ​ໃສ່​ໃຈ​ໃນ​ສິ່ງ​ທີ່​ເປັນ​ຝ່າຍ​ພຣະວິນຍານ.

Uka jalj uñjjattʼäta Copia luraña




ໂຣມ 8:5
14 Jak'a apnaqawi uñst'ayäwi  

ແຕ່​ເມື່ອ​ພຣະເຢຊູເຈົ້າ​ຫັນ​ກັບ​ມາ​ເບິ່ງ​ພວກສາວົກ​ຂອງ​ພຣະອົງ, ພຣະອົງ​ຕຳໜິ​ເປໂຕ, ພຣະອົງ​ກ່າວ​ວ່າ, “ມານຊາຕານ​ເອີຍ! ຈົ່ງ​ຖອຍ​ໜີ​ໄປ​ຈາກ​ເຮົາ ເຈົ້າ​ບໍ່​ໄດ້​ມີ​ຄວາມຄິດ​ຫວ່ງໃຍ​ເໝືອນດັ່ງ​ພຣະເຈົ້າ ແຕ່​ມີ​ຄວາມຄິດ​ຫ່ວງໃຍ​ເໝືອນດັ່ງ​ມະນຸດ”.


ຜູ້​ທີ່​ເກີດ​ຈາກ​ເນື້ອໜັງ​ກໍ​ເປັນ​ເນື້ອໜັງ ແລະ ຜູ້​ທີ່​ເກີດ​ຈາກ​ພຣະວິນຍານ​ກໍ​ເປັນ​ວິນຍານ.


ເຖິງ​ຢ່າງໃດ​ກໍ​ຕາມ ຖ້າ​ພຣະວິນຍານ​ຂອງ​ພຣະເຈົ້າ​ສະຖິດ​ຢູ່​ໃນ​ພວກເຈົ້າ​ທັງຫລາຍ ພວກເຈົ້າ​ກໍ​ບໍ່​ໄດ້​ຢູ່​ຝ່າຍ​ເນື້ອໜັງ​ແຕ່​ຢູ່​ຝ່າຍ​ພຣະວິນຍານ ແລະ ຖ້າ​ຜູ້ໃດ​ບໍ່​ມີ​ພຣະວິນຍານ​ຂອງ​ພຣະຄຣິດເຈົ້າ ຜູ້​ນັ້ນ​ກໍ​ບໍ່​ໄດ້​ເປັນ​ຂອງ​ພຣະຄຣິດເຈົ້າ.


ດ້ວຍວ່າ​ຄົນ​ຝ່າຍ​ໂລກ​ເປັນ​ຢ່າງໃດ ຄົນ​ທີ່​ເປັນ​ຂອງ​ໂລກ​ກໍ​ເປັນ​ຢ່າງນັ້ນ; ແລະ ຄົນ​ຈາກ​ສະຫວັນ​ເປັນ​ຢ່າງໃດ ຄົນ​ທີ່​ເປັນ​ຂອງ​ສະຫວັນ​ກໍ​ເປັນ​ຢ່າງນັ້ນ.


ຄົນ​ທີ່​ບໍ່​ມີ​ພຣະວິນຍານ ກໍ​ບໍ່​ສາມາດ​ຍອມຮັບ​ສິ່ງ​ທີ່​ມາ​ຈາກ​ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້ ແຕ່​ພວກເຂົາ​ຖືວ່າ​ສິ່ງ​ເຫລົ່ານີ້​ເປັນ​ເລື່ອງ​ໂງ່ ແລະ ພວກເຂົາ​ບໍ່​ສາມາດ​ເຂົ້າໃຈ​ສິ່ງ​ເຫລົ່ານັ້ນ ເພາະວ່າ​ຕ້ອງ​ອາໄສ​ການໄຈ້ແຍກ​ຝ່າຍຈິດວິນຍານ​ຈຶ່ງ​ຈະ​ເຂົ້າໃຈ​ສິ່ງ​ເຫລົ່ານັ້ນ​ໄດ້.


ເພາະ​ເຖິງແມ່ນວ່າ​ພວກເຮົາ​ດຳເນີນຊີວິດ​ຢູ່​ໃນ​ໂລກ​ນີ້ ພວກເຮົາ​ກໍ​ບໍ່​ໄດ້​ຕໍ່ສູ້​ເໝືອນດັ່ງ​ທີ່​ໂລກ​ເຮັດ.


ເພາະວ່າ​ເນື້ອໜັງ​ປາຖະໜາ​ໃນ​ສິ່ງ​ທີ່​ກົງກັນຂ້າມ​ກັບ​ພຣະວິນຍານ ແລະ ພຣະວິນຍານ​ກໍ​ຂັດ​ກັບ​ເນື້ອໜັງ. ທັງ​ສອງ​ຂັດແຍ້ງ​ກັນ, ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ບໍ່​ໄດ້​ເຮັດ​ໃນ​ສິ່ງ​ທີ່​ພວກເຈົ້າ​ຕ້ອງການ.


(ດ້ວຍວ່າ​ຜົນ​ຂອງ​ຄວາມສະຫວ່າງ​ປະກອບ​ດ້ວຍ​ຄວາມດີ, ຄວາມຊອບທຳ ແລະ ຄວາມຈິງ​ທຸກ​ຢ່າງ)


ໂດຍ​ສະເພາະ​ຈະ​ລົງໂທດ​ຄົນ​ເຫລົ່ານັ້ນ​ທີ່​ປ່ອຍໂຕ​ໄປ​ຕາມ​ຄວາມ​ປາຖະໜາ​ຂອງ​ເນື້ອໜັງ ແລະ ດູຖູກ​ຜູ້ມີອຳນາດ. ຄູສອນປອມ​ເຫລົ່ານີ້​ກ້າຫານ ແລະ ຈອງຫອງ, ພວກເຂົາ​ຫຸ້ມ​ດ່າ​ເທວະດາ​ເບື້ອງເທິງ​ໂດຍ​ບໍ່​ໄດ້​ຢ້ານກົວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka