Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 8:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ເພື່ອ​ຂໍ້ກຳນົດ​ອັນ​ຊອບທຳ​ຂອງ​ກົດບັນຍັດ​ຈະ​ໄດ້​ສຳເລັດ​ຄົບຖ້ວນ​ໃນ​ພວກເຮົາ​ທັງຫລາຍ ຜູ້​ທີ່​ບໍ່​ດຳເນີນຊີວິດ​ຕາມ​ທຳມະຊາດ​ບາບ ແຕ່​ດຳເນີນຊີວິດ​ຕາມ​ພຣະວິນຍານບໍລິສຸດເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ພຣະເຈົ້າ​ໄດ້​ເຮັດ​ຢ່າງ​ນີ້ ເພື່ອ​ໃຫ້​ຂໍ້ຄຳສັ່ງ​ອັນ​ຍຸດຕິທຳ​ຂອງ​ກົດບັນຍັດ​ນັ້ນ​ສຳເລັດ​ຢ່າງ​ບໍຣິບູນ​ໃນ​ພວກເຮົາ ຜູ້​ທີ່​ບໍ່​ດຳເນີນ​ຕາມ​ເນື້ອໜັງ ແຕ່​ຕາມ​ພຣະວິນຍານ.

Uka jalj uñjjattʼäta Copia luraña




ໂຣມ 8:4
13 Jak'a apnaqawi uñst'ayäwi  

ທັງ​ສອງ​ຄົນ​ເປັນ​ຄົນຊອບທຳ​ໃນ​ສາຍຕາ​ຂອງ​ພຣະເຈົ້າ, ຢຶດ​ຖື​ຄຳສັ່ງ ແລະ ທຸກ​ຂໍ້ຄຳສັ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ຢ່າງ​ບໍ່ມີຕຳໜິ.


ດັ່ງນັ້ນ ຖ້າ​ຜູ້​ທີ່​ບໍ່​ໄດ້​ຮັບພິທີຕັດ​ຕາມ​ຂໍ້ກຳນົດ​ຂອງ​ກົດບັນຍັດ ຈະ​ຖື​ວ່າ​ພວກເຂົາ​ໄດ້​ຮັບພິທີຕັດ​ແລ້ວ​ບໍ່​ແມ່ນ​ບໍ?


ຖ້າ​ຢ່າງ​ນັ້ນ ພວກເຮົາ​ລຶບລ້າງ​ກົດບັນຍັດ​ດ້ວຍ​ຄວາມເຊື່ອ​ບໍ? ບໍ່​ແມ່ນ​ຢ່າງນັ້ນ​ດອກ! ພວກເຮົາ​ເປັນ​ຜູ້​ສະໜັບສະໜູນ​ກົດບັນຍັດ.


ເຮົາ​ຂໍຮ້ອງ​ພວກເຈົ້າ​ວ່າ ເມື່ອ​ເຮົາ​ມາຫາ ເຮົາ​ອາດ​ບໍ່​ກ້າຫານ​ເທົ່າ​ທີ່​ເຮົາ​ຄາດຫວັງ​ວ່າ​ຈະ​ເຮັດ​ຕໍ່​ບາງຄົນ​ທີ່​ຄິດ​ວ່າ​ເຮົາ​ດຳເນີນຊີວິດ​ຕາມ​ມາດຕະຖານ​ຂອງ​ໂລກ​ນີ້.


ເພາະ​ເຖິງແມ່ນວ່າ​ພວກເຮົາ​ດຳເນີນຊີວິດ​ຢູ່​ໃນ​ໂລກ​ນີ້ ພວກເຮົາ​ກໍ​ບໍ່​ໄດ້​ຕໍ່ສູ້​ເໝືອນດັ່ງ​ທີ່​ໂລກ​ເຮັດ.


ດັ່ງນັ້ນ ເຮົາ​ຈຶ່ງ​ບອກ​ວ່າ, ຈົ່ງ​ດຳເນີນຊີວິດ​ຕາມ​ພຣະວິນຍານ ແລະ ພວກເຈົ້າ​ຈະ​ບໍ່​ເຮັດຕາມ​ຄວາມປາຖະໜາ​ຂອງ​ເນື້ອໜັງ.


ແຕ່​ບັດນີ້ ພຣະອົງ​ໄດ້​ໃຫ້​ພວກເຈົ້າ​ຄືນດີ​ກັບ​ພຣະອົງ​ໂດຍ​ການຕາຍ​ທາງ​ດ້ານ​ຮ່າງກາຍ​ຂອງ​ພຣະຄຣິດເຈົ້າ​ເພື່ອ​ຖວາຍ​ພວກເຈົ້າ​ໃຫ້​ເປັນ​ຜູ້​ບໍລິສຸດ, ບໍ່ມີຕຳໜິ ແລະ ພົ້ນ​ຈາກ​ຂໍ້ກ່າວຫາ​ຕໍ່ໜ້າ​ພຣະອົງ.


ມາ​ສູ່​ຄຣິສຕະຈັກ​ຂອງ​ບັນດາ​ລູກກົກ​ຜູ້​ທີ່​ມີ​ຊື່​ບັນທຶກ​ໄວ້​ໃນ​ສະຫວັນ. ພວກເຈົ້າ​ໄດ້​ມາ​ເຖິງ​ພຣະເຈົ້າ​ຜູ້ພິພາກສາ​ມະນຸດ​ທຸກຄົນ, ມາ​ຍັງ​ຈິດວິນຍານ​ຂອງ​ຜູ້ຊອບທຳ​ທີ່​ເຮັດ​ໃຫ້​ສົມບູນ​ແລ້ວ,


ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ບັດນີ້​ພວກເຮົາ​ເປັນ​ລູກ​ຂອງ​ພຣະເຈົ້າ​ແລ້ວ ແລະ ພວກເຮົາ​ຈະ​ເປັນ​ຢ່າງໃດ​ນັ້ນ​ພວກເຮົາ​ຍັງ​ບໍ່​ທັນ​ຖືກ​ສະແດງ​ໃຫ້​ຮູ້. ແຕ່​ພວກເຮົາ​ຮູ້​ວ່າ​ເມື່ອ​ພຣະຄຣິດເຈົ້າ​ມາ​ປາກົດ, ພວກເຮົາ​ຈະ​ເປັນ​ເໝືອນ​ພຣະອົງ ເພາະ​ພວກເຮົາ​ຈະ​ເຫັນ​ພຣະອົງ​ຢ່າງ​ທີ່​ພຣະອົງ​ເປັນ.


ແດ່​ພຣະອົງ​ຜູ້​ສາມາດ​ຄຸ້ມຄອງ​ພວກເຈົ້າ​ບໍ່​ໃຫ້​ລົ້ມລົງ ແລະ ໃຫ້​ພວກເຈົ້າ​ຢູ່​ຕໍ່ໜ້າ​ສະຫງ່າລາສີ​ຂອງ​ພຣະອົງ ໂດຍ​ບໍ່ມີຕຳໜິ ແລະ ດ້ວຍ​ຄວາມຊື່ນຊົມຍິນດີ​ອັນ​ໃຫຍ່


ບໍ່​ມີ​ຄຳຕົວະ​ອອກ​ຈາກ​ປາກ​ຂອງ​ພວກເຂົາ, ພວກເຂົາ​ບໍ່ມີຕຳໜິ​ເລີຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka