Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 8:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ພຣະວິນຍານ​ທີ່​ພວກເຈົ້າ​ໄດ້​ຮັບ​ນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ພວກເຈົ້າ​ເປັນ​ຂ້າທາດ, ເພື່ອ​ໃຫ້​ພວກເຈົ້າ​ມີຊີວິດ​ຢູ່​ໃນ​ຄວາມຢ້ານກົວ​ອີກ, ແຕ່​ກົງກັນຂ້າມ ພຣະວິນຍານ​ທີ່​ພວກເຈົ້າ​ໄດ້​ຮັບ​ນັ້ນ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ຖືກ​ຮັບ​ມາ​ເປັນ​ບຸດ ແລະ ໂດຍ​ພຣະອົງ ພວກເຮົາ​ຈຶ່ງ​ຮ້ອງ​ວ່າ, “ອັບບາ, ພໍ່”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ດ້ວຍວ່າ, ພຣະວິນຍານ​ທີ່​ພຣະເຈົ້າ​ໄດ້​ໂຜດ​ໃຫ້​ພວກເຈົ້າ​ນັ້ນ ຈະ​ບໍ່​ເຮັດ​ໃຫ້​ພວກເຈົ້າ​ເປັນ​ທາດ ຊຶ່ງ​ກໍ່​ໃຫ້​ເກີດ​ຄວາມ​ຢ້ານກົວ, ແຕ່​ພຣະວິນຍານ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ລູກ​ຂອງ​ພຣະເຈົ້າ ໂດຍ​ຣິດອຳນາດ​ແຫ່ງ​ພຣະວິນຍານ​ບໍຣິສຸດເຈົ້າ​ນັ້ນ ພວກເຮົາ​ຈຶ່ງ​ເອີ້ນ​ພຣະເຈົ້າ​ວ່າ, “ອັບບາ” ຄື​ພຣະບິດາເຈົ້າ.

Uka jalj uñjjattʼäta Copia luraña




ໂຣມ 8:15
30 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ຢ້ານ​ຈຶ່ງ​ໄດ້​ເອົາ​ຄຳ​ທີ່​ທ່ານ​ມອບ​ໃຫ້​ໄປ​ຝັງ​ດິນ​ໄວ້. ເບິ່ງແມ, ນີ້​ຄື​ຄຳ​ຂອງ​ທ່ານ’.


ພຣະອົງ​ກ່າວ​ວ່າ, “ອັບບາ ພຣະບິດາເຈົ້າ​ເອີຍ, ທຸກສິ່ງ​ເປັນ​ໄປ​ໄດ້​ສຳລັບ​ພຣະອົງ. ຂໍ​ເອົາ​ຈອກ​ນີ້​ໄປ​ຈາກ​ລູກ​ດ້ວຍ. ແຕ່​ເຖິງຢ່າງໃດ​ກໍ​ຕາມ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ລູກ, ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ”.


ພຣະອົງ​ຈຶ່ງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ເມື່ອ​ພວກເຈົ້າ​ອະທິຖານ ຈົ່ງ​ກ່າວ​ວ່າ: “‘ຂ້າແດ່​ພຣະບິດາເຈົ້າ ຂໍ​ໃຫ້​ນາມ​ຂອງ​ພຣະອົງ​ເປັນ​ທີ່​ເຄົາລົບ​ບູຊາ, ຂໍ​ໃຫ້​ອານາຈັກ​ຂອງ​ພຣະອົງ​ມາ​ຕັ້ງ​ຢູ່,


“ພຣະບິດາເຈົ້າ​ເອີຍ, ຖ້າ​ເປັນ​ພຣະອົງ​ຍິນດີ ຂໍ​ເອົາ​ຈອກ​ນີ້​ໄປ​ຈາກ​ລູກ​ດ້ວຍ; ແຕ່​ເຖິງຢ່າງໃດ​ກໍ​ຕາມ ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ລູກ ແຕ່​ຂໍ​ໃຫ້​ສຳເລັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ”.


ເມື່ອ​ລາວ​ເຫັນ​ພຣະເຢຊູເຈົ້າ, ລາວ​ກໍ​ຮ້ອງ​ຂຶ້ນ ແລະ ໝອບ​ລົງ​ທີ່​ຕີນ​ຂອງ​ພຣະອົງ​ແລ້ວ​ຮ້ອງ​ສຸດ​ສຽງ​ວ່າ, “ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ, ພຣະອົງ​ຕ້ອງການ​ສິ່ງໃດ​ຈາກ​ຂ້ານ້ອຍ? ຂໍ​ຢ່າ​ທໍລະມານ​ຂ້ານ້ອຍ​ເລີຍ!”


ຊາວ​ເມືອງ​ເຄຣາເຊນ ແລະ ຄົນ​ທັງໝົດ​ຈຶ່ງ​ຂໍຮ້ອງ​ພຣະເຢຊູເຈົ້າ​ໃຫ້​ໄປ​ຈາກ​ພວກເຂົາ, ເພາະ​ພວກເຂົາ​ຢ້ານ​ຫລາຍ. ດັ່ງນັ້ນ ພຣະອົງ​ຈຶ່ງ​ເຂົ້າໄປ​ໃນ​ເຮືອ ແລະ ຈາກ​ໄປ.


ເມື່ອ​ພຣະອົງ​ມາ, ພຣະອົງ​ຈະເຮັດ​ໃຫ້​ໂລກ​ສຳນຶກ​ໃນ​ຄວາມຜິດ​ໃນ​ເລື່ອງ​ບາບ, ຄວາມຊອບທຳ ແລະ ການພິພາກສາ:


ພຣະເຢຊູເຈົ້າ​ກ່າວ​ວ່າ, “ຢ່າ​ໜ່ວງໜ່ຽວ​ເຮົາ​ໄວ້ ເພາະ​ເຮົາ​ຍັງ​ບໍ່​ໄດ້​ຂຶ້ນ​ໄປ​ຫາ​ພຣະບິດາເຈົ້າ. ຈົ່ງ​ໄປ​ຫາ​ພວກ​ພີ່ນ້ອງ​ຂອງ​ເຮົາ ແລະ ບອກ​ພວກເຂົາ​ວ່າ, ‘ເຮົາ​ກຳລັງ​ຈະ​ຂຶ້ນ​ໄປ​ຫາ​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ພຣະບິດາເຈົ້າ​ຂອງ​ພວກເຈົ້າ, ຈະ​ຂຶ້ນ​ໄປ​ຫາ​ພຣະເຈົ້າ​ຂອງ​ເຮົາ ແລະ ພຣະເຈົ້າ​ຂອງ​ພວກເຈົ້າ’”.


ເຈົ້າໜ້າທີ່​ໄດ້​ເອີ້ນ​ໃຫ້​ຈຸດ​ໄຟ ແລ້ວ​ແລ່ນ​ເຂົ້າ​ມາ​ໝອບ​ລົງ​ທັງ​ໂຕ​ສັ່ນ​ຕໍ່ໜ້າ​ໂປໂລ​ກັບ​ຊີລາ.


ເມື່ອ​ຄົນ​ທັງຫລາຍ​ໄດ້​ຍິນ​ຢ່າງ​ນີ້​ແລ້ວ ພວກເຂົາ​ຕ່າງ​ກໍ​ຮູ້ສຶກ​ເຈັບຊ້ຳ​ກິນແໜງໃຈ​ຫລາຍ ຈຶ່ງ​ເວົ້າ​ກັບ​ເປໂຕ ແລະ ອັກຄະສາວົກ​ຄົນ​ອື່ນໆ​ວ່າ, “ພີ່ນ້ອງ ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງ​ໃດ?”


ພຣະວິນຍານ​ເອງ​ໄດ້​ຢືນຢັນ​ຮ່ວມ​ກັບ​ຈິດວິນຍານ​ຂອງ​ພວກເຮົາ​ວ່າ​ພວກເຮົາ​ເປັນ​ບຸດ​ຂອງ​ພຣະເຈົ້າ.


ບໍ່​ພຽງ​ເທົ່າ​ນັ້ນ ແມ່ນ​ແຕ່​ພວກເຮົາ​ເອງ​ຜູ້​ທີ່​ມີ​ພຣະວິນຍານ​ເປັນ​ຜົນທຳອິດ​ກໍ​ຍັງ​ໂອ່ຍຄາງ​ຢູ່​ພາຍໃນ​ເໝືອນກັນ​ຂະນະ​ທີ່​ພວກເຮົາ​ຄອຍຖ້າ​ການ​ຮັບ​ເປັນ​ບຸດບຸນທຳ​ຂອງ​ພວກເຮົາ​ໄປ​ສູ່​ການ​ເປັນ​ບຸດ ຄື​ການ​ໄຖ່​ຮ່າງກາຍ​ຂອງ​ພວກເຮົາ​ໃຫ້​ລອດພົ້ນ.


ໃນ​ທຳນອງ​ດຽວ​ກັນ​ນັ້ນ ພຣະວິນຍານ​ຊ່ວຍ​ພວກເຮົາ​ໃນ​ຍາມ​ທີ່​ພວກເຮົາ​ອ່ອນກຳລັງ. ພວກເຮົາ​ບໍ່​ຮູ້​ວ່າ​ພວກເຮົາ​ຄວນ​ຈະ​ອະທິຖານ​ຂໍ​ສິ່ງໃດ ແຕ່​ພຣະວິນຍານ​ເອງ​ຈະ​ອະທິຖານ​ອ້ອນວອນ​ແທນ​ພວກເຮົາ ດ້ວຍ​ການ​ໂອ່ຍຄາງ​ທີ່​ບໍ່​ອາດ​ຈະ​ຫາ​ຖ້ອຍຄຳ​ໃດ​ມາ​ບັນລະຍາຍ​ໄດ້.


ຄື​ປະຊາຊົນ​ອິດສະຣາເອນ. ພວກເຂົາ​ໄດ້​ຖືກ​ຮັບ​ມາ​ເປັນ​ບຸດ​ຂອງ​ພຣະເຈົ້າ, ໄດ້ຮັບ​ສະຫງ່າລາສີ​ຂອງ​ພຣະເຈົ້າ, ໄດ້​ຮັບ​ບັນດາ​ພັນທະສັນຍາ, ໄດ້​ຮັບ​ກົດບັນຍັດ, ພິທີ​ນະມັດສະການ​ໃນ​ວິຫານ ແລະ ສັນຍາ​ຕ່າງໆ.


ພວກເຮົາ​ບໍ່​ໄດ້​ຮັບ​ວິນຍານ​ຂອງ​ໂລກ​ນີ້, ແຕ່​ຮັບ​ພຣະວິນຍານ​ເຊິ່ງ​ມາ​ຈາກ​ພຣະເຈົ້າ, ເພື່ອ​ວ່າ​ພວກເຮົາ​ຈະ​ເຂົ້າໃຈ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ເຕັມໃຈ​ໃຫ້​ພວກເຮົາ.


ເພາະ​ຖ້າ​ຜູ້ໃດ​ມາ​ຫາ​ພວກເຈົ້າ ແລະ ເທດສະໜາ​ເລື່ອງ​ພຣະເຢຊູເຈົ້າ​ຕ່າງ​ຈາກ​ທີ່​ພວກເຮົາ​ໄດ້​ເທດສະໜາ​ເລື່ອງ​ພຣະເຢຊູເຈົ້າ​ໄວ້ ຫລື ວ່າ​ຖ້າ​ພວກເຈົ້າ​ຮັບ​ວິນຍານ​ອື່ນ​ແຕກຕ່າງ​ຈາກ​ພຣະວິນຍານ​ທີ່​ພວກເຈົ້າ​ເຄີຍ​ໄດ້​ຮັບ ຫລື ວ່າ​ຂ່າວປະເສີດ​ອື່ນ​ແຕກຕ່າງ​ຈາກ​ທີ່​ພວກເຈົ້າ​ເຄີຍ​ໄດ້​ຮັບ, ພວກເຈົ້າ​ກໍ​ທົນ​ຮັບ​ສິ່ງ​ເຫລົ່ານັ້ນ​ໄດ້​ງ່າຍດາຍ​ແທ້​ນໍ.


ເລື່ອງນີ້​ເກີດ​ຂຶ້ນ​ເພາະ​ຜູ້ທີ່ເຊື່ອ​ປອມ​ບາງຄົນ​ໄດ້​ແຊກແຊງ​ເຂົ້າ​ມາ​ໃນ​ໝູ່​ພວກເຮົາ ເພື່ອ​ສືບ​ເບິ່ງ​ເສລີພາບ​ທີ່​ພວກເຮົາ​ມີ​ຢູ່​ໃນ​ພຣະເຢຊູຄຣິດເຈົ້າ ແລະ ເພື່ອ​ຈະ​ເຮັດ​ໃຫ້​ພວກເຮົາ​ເປັນ​ຂ້າທາດ.


ພຣະຄຣິດເຈົ້າ​ປົດປ່ອຍ​ພວກເຮົາ​ໃຫ້​ເປັນ​ອິດສະຫລະ​ກໍ​ເພື່ອ​ເສລີພາບ. ດັ່ງນັ້ນ ຈົ່ງ​ຕັ້ງໝັ້ນ​ຢູ່ ແລະ ຢ່າ​ປ່ອຍ​ໃຫ້​ຕົນເອງ ຕົກ​ຢູ່​ໃຕ້​ແອກ​ແຫ່ງ​ຄວາມເປັນຂ້າທາດ​ອີກ.


ພຣະອົງ​ໄດ້​ກຳນົດ​ພວກເຮົາ​ໄວ້​ກ່ອນ​ລ່ວງໜ້າ​ທີ່​ຈະ​ຮັບ​ພວກເຮົາ​ເປັນ​ລູກ​ຂອງ​ພຣະອົງ​ໂດຍ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ, ຕາມ​ຄວາມພໍໃຈ ແລະ ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ


ເພາະ​ພຣະວິນຍານ​ທີ່​ພຣະເຈົ້າ​ໄດ້​ໃຫ້​ພວກເຮົາ​ນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ພວກເຮົາ​ມີ​ໃຈ​ອັນ​ຢ້ານກົວ ແຕ່​ມອບ​ລິດອຳນາດ, ຄວາມຮັກ ແລະ ການຮູ້ຈັກບັງຄັບຕົນ​ໃຫ້​ແກ່​ພວກເຮົາ.


ແລະ ປົດປ່ອຍ​ບັນດາ​ຜູ້​ທີ່​ຕົກ​ເປັນ​ຂ້າທາດ​ຕະຫລອດ​ຊີວິດ​ເນື່ອງຈາກ​ການ​ຢ້ານ​ຄວາມຕາຍ​ຂອງ​ພວກເຂົາ.


ເຈົ້າ​ເຊື່ອ​ວ່າ​ມີ​ພຣະເຈົ້າ​ອົງ​ດຽວ​ກໍ​ດີ​ແລ້ວ! ແມ່ນແຕ່​ພວກ​ຜີມານຮ້າຍ​ກໍ​ຍັງ​ເຊື່ອ​ຢ່າງ​ນັ້ນ ແລະ ຢ້ານ​ຈົນ​ໂຕສັ່ນ.


ໃນ​ຄວາມຮັກ​ບໍ່​ມີ​ຄວາມຢ້ານ. ແຕ່​ຄວາມຮັກ​ທີ່​ສົມບູນ​ກໍ​ຂັບໄລ່​ຄວາມຢ້ານ​ອອກ​ໄປ ເພາະວ່າ​ຄວາມຢ້ານ​ນັ້ນ​ກ່ຽວຂ້ອງ​ກັບ​ການລົງໂທດ. ຜູ້​ທີ່​ຢ້ານ​ກໍ​ຍັງ​ບໍ່​ມີ​ຄວາມຮັກ​ທີ່​ສົມບູນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka