Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 8:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ແຕ່​ຖ້າ​ພຣະຄຣິດເຈົ້າ​ຢູ່​ໃນ​ພວກເຈົ້າ ເຖິງ​ວ່າ​ຮ່າງກາຍ​ຂອງ​ພວກເຈົ້າ​ຈະ​ຕາຍ​ໄປ​ເພາະ​ຄວາມບາບ ແຕ່​ພຣະວິນຍານ​ໃຫ້​ຊີວິດ​ເພາະ​ຄວາມຊອບທຳ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ແຕ່​ຖ້າ​ພຣະຄຣິດ​ຊົງ​ຢູ່​ໃນ​ເຈົ້າ​ທັງຫລາຍ​ແລ້ວ, ເຖິງ​ແມ່ນ​ວ່າ​ເນື້ອຕົວ​ຂອງ​ພວກເຈົ້າ​ຕາຍ​ແລ້ວ ເພາະ​ຄວາມ​ຜິດບາບ ແຕ່​ວິນຍານ​ຈິດ​ຂອງ​ພວກເຈົ້າ ກໍ​ມີ​ຊີວິດ​ຢູ່​ເພາະ​ຄວາມ​ຊອບທຳ.

Uka jalj uñjjattʼäta Copia luraña




ໂຣມ 8:10
30 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ຜູ້ໃດ​ກໍ​ຕາມ​ທີ່​ຮັກ​ເຮົາ ກໍ​ຈະ​ເຊື່ອຟັງ​ຄຳສອນ​ຂອງ​ເຮົາ. ພຣະບິດາເຈົ້າ​ຂອງ​ເຮົາ​ຈະ​ຮັກ​ພວກເຂົາ, ພຣະບິດາເຈົ້າ​ກັບ​ເຮົາ​ຈະ​ມາ​ຫາ​ພວກເຂົາ ແລະ ຈະ​ຢູ່​ກັບ​ພວກເຂົາ.


“ເຮົາ​ເປັນ​ເຄືອອະງຸ່ນ ພວກເຈົ້າ​ເປັນ​ກິ່ງ. ຖ້າ​ຜູ້ໃດ​ເຂົ້າສະໜິດ​ຢູ່​ໃນ​ເຮົາ ແລະ ເຮົາ​ຢູ່​ໃນ​ຜູ້​ນັ້ນ, ຜູ້​ນັ້ນ​ແຫລະ​ຈະ​ເກີດຜົນ​ຫລາຍ ເພາະ​ຖ້າ​ແຍກ​ຈາກ​ເຮົາ​ແລ້ວ ພວກເຈົ້າ​ບໍ່​ສາມາດ​ເຮັດ​ສິ່ງໃດ​ໄດ້.


ຂ້ານ້ອຍ​ຢູ່​ໃນ​ພວກເຂົາ ແລະ ພຣະອົງ​ສະຖິດ​ຢູ່​ໃນ​ຂ້ານ້ອຍ. ຂໍ​ໃຫ້​ພວກເຂົາ​ໄດ້​ເປັນ​ອັນໜຶ່ງອັນດຽວກັນ​ຢ່າງ​ສົມບູນ ເພື່ອ​ໃຫ້​ໂລກ​ຮູ້​ວ່າ​ພຣະອົງໃຊ້​ຂ້ານ້ອຍ​ມາ ແລະ ພຣະອົງ​ໄດ້​ຮັກ​ພວກເຂົາ​ເໝືອນດັ່ງ​ທີ່​ພຣະອົງ​ໄດ້​ຮັກ​ຂ້ານ້ອຍ.


ແຕ່​ຜູ້ໃດ​ດື່ມນ້ຳ​ທີ່​ເຮົາ​ຈະ​ໃຫ້​ນັ້ນ​ຈະ​ບໍ່​ຫິວນໍ້າ​ອີກ​ຈັກເທື່ອ, ແທ້ຈິງ​ແລ້ວ ນ້ຳ​ທີ່​ເຮົາ​ຈະ​ໃຫ້​ພວກເຂົາ​ນັ້ນ​ຈະ​ກາຍເປັນ​ນ້ຳພຸ​ໃນ​ໂຕ​ຂອງ​ພວກເຂົາ ແລະ ຈະ​ພຸ່ງຂຶ້ນ​ສູ່​ຊີວິດ​ນິລັນດອນ”.


ຜູ້ໃດ​ກໍ​ຕາມ​ທີ່​ກິນ​ເນື້ອກາຍ ແລະ ດື່ມ​ເລືອດ​ຂອງ​ເຮົາ ຜູ້​ນັ້ນ​ກໍ​ມີ​ຊີວິດ​ນິລັນດອນ ແລະ ເຮົາ​ຈະ​ໃຫ້​ພວກເຂົາ​ເປັນຄືນມາ​ໃນ​ວັນ​ສຸດທ້າຍ.


ຜູ້ໃດ​ກໍ​ຕາມ​ທີ່​ກິນ​ເນື້ອກາຍ ແລະ ດື່ມ​ເລືອດ​ຂອງ​ເຮົາ, ຜູ້​ນັ້ນ​ກໍ​ຢູ່​ໃນ​ເຮົາ ແລະ ເຮົາ​ກໍ​ຢູ່​ໃນ​ພວກເຂົາ.


ເຫດສະນັ້ນ, ຄວາມບາບ​ໄດ້​ເຂົ້າມາ​ໃນ​ໂລກ​ຜ່ານທາງ​ມະນຸດ​ຄົນ​ດຽວ ແລະ ຄວາມບາບ​ນັ້ນ​ກໍ​ນຳ​ຄວາມຕາຍ​ມາ ແລະ ໂດຍ​ທາງ​ນີ້​ແຫລະ ຄວາມຕາຍ​ຈຶ່ງ​ມາ​ເຖິງ​ມະນຸດ​ທຸກຄົນ​ເພາະວ່າ​ທຸກຄົນ​ໄດ້​ເຮັດ​ບາບ.


ເພື່ອ​ວ່າ​ຄວາມບາບ​ໄດ້​ຄອບຄອງ​ໃນ​ຄວາມຕາຍ​ຢ່າງໃດ ພຣະຄຸນ​ກໍ​ຈະ​ໄດ້​ຄອບຄອງ​ຜ່ານທາງ​ຄວາມຊອບທຳ ເພື່ອ​ຊີວິດ​ນິລັນດອນ​ຈະ​ມາ​ທາງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ຢ່າງນັ້ນ.


ແລະ ຖ້າ​ພຣະວິນຍານ​ຂອງ​ພຣະອົງ​ຜູ້​ເຮັດ​ໃຫ້​ພຣະເຢຊູເຈົ້າ​ເປັນຄືນມາຈາກຕາຍ​ຢູ່​ໃນ​ພວກເຈົ້າ, ພຣະວິນຍານ​ຜູ້​ເຮັດ​ໃຫ້​ພຣະຄຣິດເຈົ້າ​ເປັນຄືນມາຈາກຕາຍ​ນັ້ນ​ກໍ​ຈະ​ໃຫ້ຊີວິດ​ແກ່​ຮ່າງກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກເຈົ້າ​ເໝືອນກັນ ເພາະ​ພຣະວິນຍານ​ທີ່​ຢູ່​ໃນ​ພວກເຈົ້າ.


ດັ່ງນັ້ນ​ຈຶ່ງ​ມີ​ຖ້ອຍຄຳ​ຂຽນ​ໄວ້​ວ່າ: “ອາດາມ​ມະນຸດ​ຄົນ​ທຳອິດ​ໄດ້​ກາຍ​ເປັນ​ຜູ້​ມີຊີວິດ”; ສ່ວນ​ອາດາມ​ຄົນ​ສຸດທ້າຍ​ເປັນ​ວິນຍານ​ຜູ້​ໃຫ້​ຊີວິດ.


ຈົ່ງ​ພິຈາລະນາ​ຕົນເອງ​ເພື່ອ​ເບິ່ງ​ວ່າ​ພວກເຈົ້າ​ຢູ່​ໃນ​ຄວາມເຊື່ອ ຫລື ບໍ່; ຈົ່ງ​ທົດສອບ​ຕົນເອງ. ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ພຣະເຢຊູຄຣິດເຈົ້າ​ຢູ່​ໃນ​ພວກເຈົ້າ ແນ່ນອນ​ເວັ້ນໄວ້​ແຕ່​ວ່າ​ພວກເຈົ້າ​ບໍ່​ຜ່ານ​ການທົດສອບ​ນັ້ນ?


ເພາະ​ພວກເຮົາ​ຜູ້​ມີຊີວິດ​ຢູ່​ນີ້​ໄດ້​ຖືກ​ມອບ​ໃຫ້​ແກ່​ຄວາມຕາຍ​ເພາະ​ເຫັນ​ແກ່​ພຣະເຢຊູເຈົ້າ​ຢູ່​ສະເໝີ, ເພື່ອ​ວ່າ​ຊີວິດ​ຂອງ​ພຣະອົງ​ຈະ​ໄດ້​ຖືກ​ເປີດເຜີຍ​ໃນ​ຮ່າງກາຍ​ທີ່​ຕ້ອງຕາຍ​ຂອງ​ພວກເຮົາ.


ພຣະເຈົ້າ​ໄດ້​ກະທຳ​ໃຫ້​ພຣະອົງ​ຜູ້​ປາດສະຈາກ​ຄວາມບາບ​ນັ້ນ​ໃຫ້​ມີ​ຄວາມບາບ​ເພື່ອ​ພວກເຮົາ, ເພື່ອ​ວ່າ​ໃນ​ພຣະອົງ​ພວກເຮົາ​ຈະ​ກາຍເປັນ​ຜູ້ຊອບທຳ​ຂອງ​ພຣະເຈົ້າ.


ເຮົາ​ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະຄຣິດເຈົ້າ​ແລ້ວ ແລະ ເຮົາ​ຈຶ່ງ​ບໍ່​ມີຊີວິດ​ຢູ່​ຕໍ່ໄປ, ແຕ່​ພຣະຄຣິດເຈົ້າ​ມີຊີວິດ​ຢູ່​ໃນ​ເຮົາ. ຊີວິດ​ທີ່​ເຮົາ​ມີ​ຢູ່​ໃນ​ຮ່າງກາຍ​ນີ້ ເຮົາ​ດໍາເນີນຊີວິດ​ຢູ່​ໂດຍ​ຄວາມເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ໄດ້​ຮັກ​ເຮົາ ແລະ ໄດ້​ມອບ​ພຣະອົງ​ເອງ​ເພື່ອ​ເຮົາ.


ເພື່ອ​ວ່າ​ພຣະຄຣິດເຈົ້າ​ຈະ​ສະຖິດ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ​ໂດຍ​ທາງ​ຄວາມເຊື່ອ. ແລະ ເຮົາ​ອະທິຖານ​ວ່າ, ເມື່ອ​ພວກເຈົ້າ​ໄດ້​ວາງຮາກ​ລົງ ແລະ ຕັ້ງ​ໝັ້ນຄົງ​ໃນ​ຄວາມຮັກ​ແລ້ວ,


ເຮົາ​ຍັງ​ລັງເລໃຈ​ຢູ່​ລະຫວ່າງ​ສອງ​ທາງ ເຮົາ​ປາຖະໜາ​ຢາກ​ຈາກ​ໄປ​ແລ້ວ​ຢູ່​ກັບ​ພຣະຄຣິດເຈົ້າ, ເຊິ່ງ​ປະເສີດ​ຫລາຍ​ກວ່າ,


ແລະ ໄດ້​ຢູ່​ໃນ​ພຣະອົງ, ໂຕ​ເຮົາ​ເອງ​ບໍ່​ມີ​ຄວາມຊອບທຳ​ທີ່​ໄດ້​ມາ​ໂດຍ​ກົດບັນຍັດ, ແຕ່​ຄວາມຊອບທຳ​ທີ່​ໄດ້​ມາ​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າ ເປັນ​ຄວາມຊອບທຳ​ທີ່​ມາ​ຈາກ​ພຣະເຈົ້າ​ເທິງ​ພື້ນຖານ​ຂອງ​ຄວາມເຊື່ອ.


ສຳລັບ​ພວກເຂົາ​ແລ້ວ ພຣະເຈົ້າ​ໄດ້​ເລືອກ​ທີ່​ຈະ​ເຮັດ​ໃຫ້​ຄົນຕ່າງຊາດ​ໄດ້​ຮູ້ຈັກ​ຄວາມຮັ່ງມີ​ອັນ​ສະຫງ່າລາສີ​ຂອງ​ຂໍ້​ເລິກລັບ ຄື​ພຣະຄຣິດເຈົ້າ​ສະຖິດ​ຢູ່​ໃນ​ພວກເຈົ້າ​ທັງຫລາຍ ເຊິ່ງ​ເປັນ​ຄວາມຫວັງ​ແຫ່ງ​ສະຫງ່າລາສີ.


ເພາະ​ອົງພຣະຜູ້ເປັນເຈົ້າ​ເອງ​ຈະ​ລົງ​ມາ​ຈາກ​ສະຫວັນ​ດ້ວຍ​ສຽງຄຳສັ່ງ​ດັງ​ກ້ອງ ດ້ວຍ​ສຽງ​ແຫ່ງ​ອັກຄະເທວະດາ ແລະ ດ້ວຍ​ສຽງແກ​ເອີ້ນ​ຂອງ​ພຣະເຈົ້າ ແລ້ວ​ຜູ້​ທີ່​ຕາຍ​ໃນ​ພຣະຄຣິດເຈົ້າ​ຈະ​ເປັນຄືນມາ​ກ່ອນ.


ມາ​ສູ່​ຄຣິສຕະຈັກ​ຂອງ​ບັນດາ​ລູກກົກ​ຜູ້​ທີ່​ມີ​ຊື່​ບັນທຶກ​ໄວ້​ໃນ​ສະຫວັນ. ພວກເຈົ້າ​ໄດ້​ມາ​ເຖິງ​ພຣະເຈົ້າ​ຜູ້ພິພາກສາ​ມະນຸດ​ທຸກຄົນ, ມາ​ຍັງ​ຈິດວິນຍານ​ຂອງ​ຜູ້ຊອບທຳ​ທີ່​ເຮັດ​ໃຫ້​ສົມບູນ​ແລ້ວ,


ເໝືອນດັ່ງ​ມະນຸດ​ຖືກ​ກຳນົດ​ໃຫ້​ຕາຍ​ຄັ້ງ​ດຽວ ແລະ ຫລັງຈາກນັ້ນ​ຈະ​ຕ້ອງ​ພົບ​ກັບ​ການພິພາກສາ,


ຫລັງຈາກນັ້ນ ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ໜຶ່ງ​ຈາກ​ສະຫວັນ​ກ່າວ​ວ່າ, “ຈົ່ງ​ຂຽນ​ດັ່ງນີ້: ນັບ​ແຕ່​ນີ້​ໄປ​ຄວາມສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ຕາຍ​ແລ້ວ​ຄື​ຜູ້​ທີ່​ຕາຍ​ໃນ​ອົງພຣະຜູ້ເປັນເຈົ້າ”. ພຣະວິນຍານບໍລິສຸດເຈົ້າ​ກ່າວ​ວ່າ, “ແມ່ນ​ແລ້ວ, ພວກເຂົາ​ຈະ​ພັກຜ່ອນ​ຈາກ​ການ​ເຮັດວຽກ​ຂອງ​ຕົນ ເພາະ​ຜົນງານ​ຂອງ​ພວກເຂົາ​ຈະ​ຕິດຕາມ​ພວກເຂົາ​ໄປ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka