Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 7:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ແຕ່ວ່າ​ຄວາມບາບ​ໄດ້​ສວຍໂອກາດ​ຈາກ​ພຣະບັນຍັດ​ມາ​ກໍ່​ຄວາມໂລບ​ທຸກ​ຊະນິດ​ຂຶ້ນ​ໃນ​ໂຕ​ເຮົາ. ເພາະ​ຖ້າ​ບໍ່​ມີ​ກົດບັນຍັດ​ຄວາມບາບ​ກໍ​ຕາຍ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ແຕ່​ວ່າ​ຄວາມ​ຜິດບາບ ໄດ້​ຖື​ເອົາ​ຂໍ້​ກົດບັນຍັດ​ເປັນ​ຊ່ອງທາງ​ຍົວະເຍົ້າ ຕັນຫາ​ຊົ່ວ​ທຸກຢ່າງ​ໃຫ້​ເກີດຂຶ້ນ​ໃນ​ຕົວ​ເຮົາ ແຕ່​ຖ້າ​ບໍ່ມີ​ກົດບັນຍັດ ຄວາມ​ບາບ​ນັ້ນ​ກໍ​ຕາຍ​ເສຍ​ແລ້ວ.

Uka jalj uñjjattʼäta Copia luraña




ໂຣມ 7:8
12 Jak'a apnaqawi uñst'ayäwi  

ການຫລິ້ນຊູ້, ຄວາມໂລບ, ການປອງຮ້າຍ, ການສໍ້ໂກງ, ລາຄະຕັນຫາ, ຄວາມອິດສາ, ໃສ່ຮ້າຍປ້າຍສີ, ຄວາມຈອງຫອງ, ຄວາມໂງ່ຈ້າ.


ຖ້າ​ເຮົາ​ບໍ່​ໄດ້​ມາ​ກ່າວ​ແກ່​ພວກເຂົາ, ພວກເຂົາ​ກໍ​ຄົງ​ບໍ່​ມີ​ຄວາມຜິດບາບ. ແຕ່​ບັດນີ້ ພວກເຂົາ​ບໍ່​ມີ​ຂໍ້​ແກ້ໂຕ​ໃຫ້​ກັບ​ຄວາມບາບ​ຂອງ​ຕົນ​ແລ້ວ.


ຖ້າ​ເຮົາ​ບໍ່​ໄດ້​ເຮັດ​ກິດຈະການ​ໃນ​ທ່າມກາງ​ພວກເຂົາ ເຊິ່ງ​ບໍ່​ເຄີຍ​ມີ​ຜູ້ໃດ​ໄດ້​ເຮັດ​ມາ​ກ່ອນ​ນັ້ນ, ພວກເຂົາ​ກໍ​ຄົງ​ບໍ່​ມີ​ຄວາມບາບ. ແຕ່​ບັດນີ້ ພວກເຂົາ​ໄດ້​ເຫັນ ແລະ ໄດ້​ກຽດຊັງ​ທັງ​ເຮົາ​ກັບ​ພຣະບິດາເຈົ້າ​ຂອງ​ເຮົາ.


ເຫດສະນັ້ນ, ບໍ່​ມີ​ຜູ້ໃດ​ທີ່​ຖືວ່າ​ເປັນ​ຄົນຊອບທຳ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ໂດຍ​ການ​ເຮັດ​ຕາມ​ກົດບັນຍັດ, ກົດບັນຍັດ​ພຽງ​ແຕ່​ເຮັດ​ໃຫ້​ພວກເຮົາ​ສັງເກດ​ຮູ້ຈັກ​ຄວາມບາບ.


ເພາະ​ກົດບັນຍັດ​ເປັນເຫດ​ໃຫ້​ຄວາມໂກດຮ້າຍ​ນັ້ນ​ມາ​ເຖິງ, ແລະ ບ່ອນ​ໃດ​ທີ່​ບໍ່​ມີ​ກົດບັນຍັດ ບ່ອນ​ນັ້ນ​ກໍ​ບໍ່​ມີ​ການລ່ວງລະເມີດ.


ກົດບັນຍັດ​ຖືກ​ນຳ​ເຂົ້າ​ມາ​ກໍ​ເພື່ອ​ໃຫ້​ການລ່ວງລະເມີດ​ປາກົດ​ເພີ່ມ​ຂຶ້ນ. ແຕ່​ບ່ອນໃດ​ມີ​ບາບ​ເພີ່ມ​ຂຶ້ນ, ບ່ອນນັ້ນ​ກໍ​ມີ​ພຣະຄຸນ​ເພີ່ມ​ຂຶ້ນ​ຕື່ມ,


ເພາະວ່າ ຄວາມບາບ​ໄດ້​ສວຍໂອກາດ​ຈາກ​ພຣະບັນຍັດ​ມາ​ຫລອກລວງ​ເຮົາ ແລະ ຄວາມບາບ​ໄດ້​ເຮັດ​ໃຫ້​ເຮົາ​ຕາຍ​ໂດຍ​ທາງ​ພຣະບັນຍັດ​ນັ້ນ.


ຖ້າ​ຢ່າງ​ນັ້ນ​ແລ້ວ ສິ່ງ​ທີ່​ດີງາມ​ກໍ​ກາຍເປັນ​ຄວາມຕາຍ​ສຳລັບ​ເຮົາ​ບໍ? ບໍ່ແມ່ນ​ຢ່າງນັ້ນ​ດອກ! ແຕ່​ເພື່ອ​ໃຫ້​ຮູ້​ຈັກ​ວ່າ​ບາບ​ຄື​ບາບ, ບາບ​ນຳໃຊ້​ສິ່ງ​ທີ່​ດີ​ເພື່ອ​ນໍາເອົາ​ຄວາມຕາຍ​ມາ​ສູ່​ເຮົາ. ເພື່ອວ່າ​ໂດຍ​ຜ່ານ​ທາງ​ພຣະບັນຍັດ​ຈະ​ໄດ້​ເຫັນ​ວ່າ​ຄວາມບາບ​ນັ້ນ​ຊົ່ວຮ້າຍ​ຫລາຍ​ທີ່ສຸດ.


ດັ່ງນັ້ນ ຈຶ່ງ​ບໍ່​ແມ່ນ​ໂຕ​ເຮົາ​ເອງ​ທີ່​ເປັນ​ຜູ້​ເຮັດ​ສິ່ງ​ນີ້​ອີກ​ຕໍ່ໄປ ແຕ່​ແມ່ນ​ຄວາມບາບ​ທີ່​ຢູ່​ໃນ​ໂຕ​ເຮົາ​ເປັນ​ຜູ້​ເຮັດ.


ຄັ້ງ​ໜຶ່ງ ເຮົາ​ເຄີຍ​ດຳເນີນຊີວິດ​ໂດຍ​ບໍ່​ມີ​ກົດບັນຍັດ, ແຕ່​ພໍ​ມີ​ພຣະບັນຍັດ​ຄວາມບາບ​ກໍ​ມີຊີວິດ​ຂຶ້ນ​ມາ ແລະ ເຮົາ​ກໍ​ຕາຍ.


ໄລພິດ​ຂອງ​ຄວາມຕາຍ​ຄື​ຄວາມບາບ ແລະ ລິດອຳນາດ​ຂອງ​ຄວາມບາບ​ຄື​ກົດບັນຍັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka