Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 7:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ຖ້າ​ເປັນ​ຢ່າງນັ້ນ​ແລ້ວ ພວກເຮົາ​ຈະ​ວ່າ​ຢ່າງໃດ? ກົດບັນຍັດ​ຄື​ຄວາມບາບ​ບໍ? ບໍ່ແມ່ນ​ຢ່າງນັ້ນ​ແນ່ນອນ! ແທ້ຈິງ​ແລ້ວ​ຖ້າ​ບໍ່​ແມ່ນ​ເພາະ​ກົດບັນຍັດ​ເຮົາ​ກໍ​ບໍ່​ຮູ້​ວ່າ​ອັນໃດ​ຄື​ບາບ ເພາະ​ຖ້າ​ກົດບັນຍັດ​ບໍ່​ໄດ້​ກ່າວ​ໄວ້​ວ່າ, “ຢ່າ​ໂລບ”. ເຮົາ​ກໍ​ບໍ່​ຮູ້​ວ່າ​ອັນໃດ​ຄື​ຄວາມໂລບ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ຖ້າ​ເປັນ​ເຊັ່ນນັ້ນ​ແລ້ວ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ກົດບັນຍັດ​ຄື​ບາບ​ຊັ້ນບໍ? ບໍ່ແມ່ນ​ຢ່າງ​ນັ້ນ​ດອກ ແຕ່​ແມ່ນ​ກົດບັນຍັດ​ທີ່​ໄດ້​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ອັນ​ໃດ​ຄື​ບາບ, ຖ້າ​ກົດບັນຍັດ​ບໍ່ໄດ້​ຫ້າມ​ວ່າ, “ຢ່າ​ໂລບ” ເຮົາ​ກໍ​ບໍ່​ຮູ້​ວ່າ​ຄວາມ​ໂລບ​ນັ້ນ​ຄື​ອັນ​ໃດ.

Uka jalj uñjjattʼäta Copia luraña




ໂຣມ 7:7
30 Jak'a apnaqawi uñst'ayäwi  

ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຜູ້ໃດ​ແນມ​ເບິ່ງ​ຍິງ​ດ້ວຍ​ຕັນຫາ ຜູ້​ນັ້ນ​ກໍ​ໄດ້​ຫລິ້ນຊູ້​ໃນ​ໃຈ​ກັບ​ນາງ​ແລ້ວ.


ແລ້ວ​ພຣະອົງ​ຈຶ່ງ​ກ່າວ​ກັບ​ພວກເຂົາ​ວ່າ, “ຈົ່ງ​ລະວັງ​ໃຫ້​ດີ! ຈົ່ງ​ຮັກສາ​ໂຕ​ໄວ້​ໃຫ້​ພົ້ນ​ຈາກ​ຄວາມໂລບ​ທຸກ​ຢ່າງ, ເພາະ​ຊີວິດ​ຂອງ​ມະນຸດ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ຊັບສິ່ງຂອງ​ອັນ​ອຸດົມສົມບູນ”.


ເພິ່ນ​ຈະ​ມາ ແລະ ຂ້າ​ພວກ​ຄົນເຊົ່າສວນ ແລະ ເອົາ​ສວນອະງຸ່ນ​ນັ້ນ​ໃຫ້​ຄົນອື່ນ​ເຊົ່າ”. ເມື່ອ​ປະຊາຊົນ​ໄດ້​ຍິນ​ດັ່ງນີ້ ພວກເຂົາ​ກໍ​ເວົ້າ​ວ່າ, “ຂໍ​ຢ່າ​ໃຫ້​ເປັນ​ຢ່າງ​ນັ້ນ​ເລີຍ!”


ຂ້າພະເຈົ້າ​ບໍ່ໄດ້​ໂລບ​ເອົາ​ເງິນ ຫລື ຄຳ ຫລື ເຄື່ອງນຸ່ງ​ຂອງ​ຜູ້ໃດ.


ຂໍ້ບັນຍັດ​ທີ່​ວ່າ, “ຢ່າ​ຫລິ້ນຊູ້”, “ຢ່າ​ຂ້າຄົນ”, “ຢ່າ​ລັກຊັບ”, “ຢ່າ​ໂລບ”, ແລະ ພຣະບັນຍັດ​ອື່ນໆ​ກໍ​ລວມ​ຢູ່ໃນ​ຂໍ້​ດຽວ​ກັນ​ນີ້​ຄື, “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນ​ເອງ”.


ເຫດສະນັ້ນ, ບໍ່​ມີ​ຜູ້ໃດ​ທີ່​ຖືວ່າ​ເປັນ​ຄົນຊອບທຳ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ໂດຍ​ການ​ເຮັດ​ຕາມ​ກົດບັນຍັດ, ກົດບັນຍັດ​ພຽງ​ແຕ່​ເຮັດ​ໃຫ້​ພວກເຮົາ​ສັງເກດ​ຮູ້ຈັກ​ຄວາມບາບ.


ແຕ່​ຖ້າ​ຄວາມ​ອະທຳ​ຂອງ​ພວກເຮົາ​ເຮັດ​ໃຫ້​ເຫັນ​ຄວາມຊອບທຳ​ຂອງ​ພຣະເຈົ້າ​ຊັດເຈນ​ຫລາຍ​ຂຶ້ນ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ຈະ​ວ່າ​ພຣະເຈົ້າ​ບໍ່ຍຸຕິທຳ​ບໍ​ທີ່​ໃຫ້​ຄວາມໂກດຮ້າຍ​ຂອງ​ພຣະອົງ​ລົງ​ມາ​ເທິງ​ພວກເຮົາ? (ເຮົາ​ກຳລັງ​ໃຊ້​ເຫດຜົນ​ຢ່າງ​ມະນຸດ.)


ຖ້າ​ຢ່າງ​ນັ້ນ ພວກເຮົາ​ຈະ​ວ່າ​ຢ່າງໃດ​ເຖິງ​ເລື່ອງ​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ຕາມ​ສາຍເລືອດ?


ເພາະ​ກົດບັນຍັດ​ເປັນເຫດ​ໃຫ້​ຄວາມໂກດຮ້າຍ​ນັ້ນ​ມາ​ເຖິງ, ແລະ ບ່ອນ​ໃດ​ທີ່​ບໍ່​ມີ​ກົດບັນຍັດ ບ່ອນ​ນັ້ນ​ກໍ​ບໍ່​ມີ​ການລ່ວງລະເມີດ.


ກົດບັນຍັດ​ຖືກ​ນຳ​ເຂົ້າ​ມາ​ກໍ​ເພື່ອ​ໃຫ້​ການລ່ວງລະເມີດ​ປາກົດ​ເພີ່ມ​ຂຶ້ນ. ແຕ່​ບ່ອນໃດ​ມີ​ບາບ​ເພີ່ມ​ຂຶ້ນ, ບ່ອນນັ້ນ​ກໍ​ມີ​ພຣະຄຸນ​ເພີ່ມ​ຂຶ້ນ​ຕື່ມ,


ຖ້າ​ເປັນ​ເຊັ່ນ​ນີ້​ແລ້ວ​ຈະ​ວ່າ​ຢ່າງໃດ? ພວກເຮົາ​ຈະ​ເຮັດບາບ​ເພາະ​ພວກເຮົາ​ບໍ່​ໄດ້​ຢູ່​ພາຍໃຕ້​ກົດບັນຍັດ​ແຕ່​ຢູ່​ພາຍໃຕ້​ພຣະຄຸນ​ບໍ? ຢ່າ​ໃຫ້​ເປັນ​ຢ່າງນັ້ນ​ເລີຍ!


ເພາະວ່າ ຄວາມບາບ​ໄດ້​ສວຍໂອກາດ​ຈາກ​ພຣະບັນຍັດ​ມາ​ຫລອກລວງ​ເຮົາ ແລະ ຄວາມບາບ​ໄດ້​ເຮັດ​ໃຫ້​ເຮົາ​ຕາຍ​ໂດຍ​ທາງ​ພຣະບັນຍັດ​ນັ້ນ.


ຖ້າ​ຢ່າງ​ນັ້ນ​ແລ້ວ ສິ່ງ​ທີ່​ດີງາມ​ກໍ​ກາຍເປັນ​ຄວາມຕາຍ​ສຳລັບ​ເຮົາ​ບໍ? ບໍ່ແມ່ນ​ຢ່າງນັ້ນ​ດອກ! ແຕ່​ເພື່ອ​ໃຫ້​ຮູ້​ຈັກ​ວ່າ​ບາບ​ຄື​ບາບ, ບາບ​ນຳໃຊ້​ສິ່ງ​ທີ່​ດີ​ເພື່ອ​ນໍາເອົາ​ຄວາມຕາຍ​ມາ​ສູ່​ເຮົາ. ເພື່ອວ່າ​ໂດຍ​ຜ່ານ​ທາງ​ພຣະບັນຍັດ​ຈະ​ໄດ້​ເຫັນ​ວ່າ​ຄວາມບາບ​ນັ້ນ​ຊົ່ວຮ້າຍ​ຫລາຍ​ທີ່ສຸດ.


ເພາະ​ເມື່ອ​ພວກເຮົາ​ຖືກ​ທຳມະຊາດ​ບາບ​ຄວບຄຸມ​ຢູ່​ຈຶ່ງ​ຖືກ​ກົດບັນຍັດ​ກະຕຸ້ນ​ຕັນຫາຊົ່ວ​ໃຫ້​ອອກລິດ​ໃນ​ຮ່າງກາຍ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ເກີດຜົນ​ອັນ​ນຳ​ໄປ​ສູ່​ຄວາມຕາຍ.


ແຕ່ວ່າ​ຄວາມບາບ​ໄດ້​ສວຍໂອກາດ​ຈາກ​ພຣະບັນຍັດ​ມາ​ກໍ່​ຄວາມໂລບ​ທຸກ​ຊະນິດ​ຂຶ້ນ​ໃນ​ໂຕ​ເຮົາ. ເພາະ​ຖ້າ​ບໍ່​ມີ​ກົດບັນຍັດ​ຄວາມບາບ​ກໍ​ຕາຍ​ແລ້ວ.


ໄລພິດ​ຂອງ​ຄວາມຕາຍ​ຄື​ຄວາມບາບ ແລະ ລິດອຳນາດ​ຂອງ​ຄວາມບາບ​ຄື​ກົດບັນຍັດ.


ແຕ່​ໃນ​ທ່າມກາງ​ພວກເຈົ້າ​ຕ້ອງ​ບໍ່​ໃຫ້​ມີ​ແມ່ນແຕ່​ເອີ່ຍ​ເຖິງ​ເລື່ອງ​ການ​ຜິດສິນທຳທາງເພດ ຫລື ຄວາມ​ເປື້ອນເປິ​ໃດໆ ຫລື ຄວາມໂລບ ເພາະ​ສິ່ງ​ເຫລົ່ານີ້​ເປັນ​ສິ່ງ​ທີ່​ບໍ່​ເໝາະສົມ​ສຳລັບ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ.


ເຫດສະນັ້ນ ຈົ່ງ​ຂ້າ​ຕັນຫາ​ຝ່າຍ​ໂລກ​ຂອງ​ພວກເຈົ້າ​ຄື: ການ​ຜິດສິນທຳທາງເພດ, ຄວາມ​ບໍ່ສະອາດ, ລາຄະຕັນຫາ, ຄວາມປາຖະໜາ​ຊົ່ວ ແລະ ຄວາມໂລບ ເຊິ່ງ​ເປັນ​ການຂາບໄຫວ້​ຮູບເຄົາລົບ.


ບໍ່​ແມ່ນ​ມົວເມົາ​ໃນ​ລາຄະຕັນຫາ​ເໝືອນ​ຄົນ​ທີ່​ບໍ່​ຮູ້ຈັກ​ພຣະເຈົ້າ


(ເພາະ​ກົດບັນຍັດ​ບໍ່​ໄດ້​ເຮັດ​ໃຫ້​ສິ່ງໃດ​ຄົບຖ້ວນ​ສົມບູນ​ໄດ້​ເລີຍ), ແລະ ມີ​ຄວາມຫວັງ​ອັນ​ດີ​ກວ່າ​ກໍ​ເຂົ້າ​ມາ, ໂດຍ​ຄວາມຫວັງ​ນັ້ນ​ພວກເຮົາ​ຈຶ່ງ​ເຂົ້າ​ໃກ້​ພຣະເຈົ້າ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka