ໂຣມ 7:6 - ພຣະຄຳພີລາວສະບັບສະໄໝໃໝ່6 ແຕ່ບັດນີ້ ໂດຍການຕາຍຕໍ່ສິ່ງທີ່ຄັ້ງໜຶ່ງເຄີຍຜູກມັດພວກເຮົາ ພວກເຮົາກໍໄດ້ຮັບການປົດປ່ອຍຈາກກົດບັນຍັດແລ້ວ ເພື່ອຮັບໃຊ້ຕາມທາງໃໝ່ຄືຕາມພຣະວິນຍານບໍລິສຸດເຈົ້າ, ບໍ່ແມ່ນຕາມທາງເກົ່າ ຄືຕາມກົດບັນຍັດທີ່ເປັນຕົວອັກສອນ. Uka jalj uñjjattʼätaພຣະຄຳພີສັກສິ6 ແຕ່ບັດນີ້ ພວກເຮົາໄດ້ພົ້ນຈາກກົດບັນຍັດແລ້ວ ເພາະພວກເຮົາໄດ້ຕາຍຕໍ່ສິ່ງທີ່ເຄີຍຜູກມັດໃຫ້ເປັນຊະເລີຍໃນເມື່ອກ່ອນນັ້ນ, ເພື່ອພວກເຮົາຈະບໍ່ໄດ້ບົວລະບັດຮັບໃຊ້ໃນທາງເກົ່າ ຄືຕາມຕົວອັກສອນທີ່ບັນຍັດມີຂຽນໄວ້ ແຕ່ໄດ້ບົວລະບັດຮັບໃຊ້ໃນທາງໃໝ່ ຄືຕາມລັກສະນະຂອງພຣະວິນຍານ. Uka jalj uñjjattʼäta |
ເຮົາກຳລັງຍົກຕົວຢ່າງຈາກຊີວິດປະຈໍາວັນກໍເພາະຄວາມຈໍາກັດຂອງຄວາມເປັນມະນຸດຂອງພວກເຈົ້າ. ເຊັ່ນດຽວກັນກັບທີ່ພວກເຈົ້າເຄີຍມອບຕົນເອງໃຫ້ເປັນຂ້າທາດຂອງຄວາມເປື້ອນເປິ ແລະ ຄວາມຊົ່ວຮ້າຍທີ່ເພີ່ມຂຶ້ນເລື້ອຍໆຢ່າງໃດ, ບັດນີ້ ພວກເຈົ້າກໍຈົ່ງມອບຕົນເອງໃຫ້ເປັນຂ້າທາດຂອງຄວາມຊອບທຳທີ່ນຳມາສູ່ຄວາມບໍລິສຸດ.