Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 7:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ເພາະ​ເມື່ອ​ພວກເຮົາ​ຖືກ​ທຳມະຊາດ​ບາບ​ຄວບຄຸມ​ຢູ່​ຈຶ່ງ​ຖືກ​ກົດບັນຍັດ​ກະຕຸ້ນ​ຕັນຫາຊົ່ວ​ໃຫ້​ອອກລິດ​ໃນ​ຮ່າງກາຍ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ເກີດຜົນ​ອັນ​ນຳ​ໄປ​ສູ່​ຄວາມຕາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ດ້ວຍວ່າ, ເມື່ອ​ພວກເຮົາ​ດຳເນີນ​ຊີວິດ​ຕາມ​ເນື້ອໜັງ ຊຶ່ງ​ກົດບັນຍັດ​ຍົວະເຍົ້າ​ໃຫ້​ເກີດຂຶ້ນ​ນັ້ນ ໄດ້​ເຮັດ​ໃຫ້​ອະໄວຍະວະ​ຂອງເຮົາ​ເກີດຜົນ ຊຶ່ງ​ນຳ​ໄປ​ສູ່​ຄວາມ​ຕາຍ.

Uka jalj uñjjattʼäta Copia luraña




ໂຣມ 7:5
28 Jak'a apnaqawi uñst'ayäwi  

ເພາະວ່າ​ຄວາມຄິດ​ຊົ່ວຮ້າຍ, ການຂ້າຄົນ, ການຫລິ້ນຊູ້, ການ​ຜິດສິນທຳທາງເພດ, ການລັກ, ການກ່າວຄຳພະຍານ​ບໍ່ຈິງ, ໃສ່ຮ້າຍປ້າຍສີ ລ້ວນ​ແຕ່​ອອກ​ມາ​ຈາກ​ຈິດໃຈ.


ຜູ້​ທີ່​ເກີດ​ຈາກ​ເນື້ອໜັງ​ກໍ​ເປັນ​ເນື້ອໜັງ ແລະ ຜູ້​ທີ່​ເກີດ​ຈາກ​ພຣະວິນຍານ​ກໍ​ເປັນ​ວິນຍານ.


ເພາະ​ດ້ວຍເຫດນີ້ ພຣະເຈົ້າ​ຈຶ່ງ​ປ່ອຍ​ພວກເຂົາ​ໄວ້​ໃນ​ກິເລດຕັນຫາ​ອັນ​ໜ້າອັບອາຍ. ແມ່ນແຕ່​ພວກແມ່ຍິງ​ຂອງ​ພວກເຂົາ​ກໍ​ປ່ຽນ​ຈາກ​ການ​ມີ​ຄວາມສຳພັນ​ທາງເພດ​ຕາມ​ທຳມະຊາດ​ໃຫ້​ຜິດທຳມະຊາດ​ໄປ.


ເຫດສະນັ້ນ, ບໍ່​ມີ​ຜູ້ໃດ​ທີ່​ຖືວ່າ​ເປັນ​ຄົນຊອບທຳ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ໂດຍ​ການ​ເຮັດ​ຕາມ​ກົດບັນຍັດ, ກົດບັນຍັດ​ພຽງ​ແຕ່​ເຮັດ​ໃຫ້​ພວກເຮົາ​ສັງເກດ​ຮູ້ຈັກ​ຄວາມບາບ.


ເພາະ​ກົດບັນຍັດ​ເປັນເຫດ​ໃຫ້​ຄວາມໂກດຮ້າຍ​ນັ້ນ​ມາ​ເຖິງ, ແລະ ບ່ອນ​ໃດ​ທີ່​ບໍ່​ມີ​ກົດບັນຍັດ ບ່ອນ​ນັ້ນ​ກໍ​ບໍ່​ມີ​ການລ່ວງລະເມີດ.


ກົດບັນຍັດ​ຖືກ​ນຳ​ເຂົ້າ​ມາ​ກໍ​ເພື່ອ​ໃຫ້​ການລ່ວງລະເມີດ​ປາກົດ​ເພີ່ມ​ຂຶ້ນ. ແຕ່​ບ່ອນໃດ​ມີ​ບາບ​ເພີ່ມ​ຂຶ້ນ, ບ່ອນນັ້ນ​ກໍ​ມີ​ພຣະຄຸນ​ເພີ່ມ​ຂຶ້ນ​ຕື່ມ,


ຢ່າ​ມອບ​ອະໄວຍະວະ​ສ່ວນ​ໃດ​ໃນ​ຮ່າງກາຍ​ຂອງ​ພວກເຈົ້າ​ໃຫ້​ແກ່​ຄວາມບາບ ເພື່ອ​ເປັນ​ເຄື່ອງມື​ຂອງ​ຄວາມ​ຊົ່ວຮ້າຍ ແຕ່​ຈົ່ງ​ຖວາຍ​ໂຕ​ຂອງ​ພວກເຈົ້າ​ເອງ​ແກ່​ພຣະເຈົ້າ​ໃນ​ຖານະ​ເປັນ​ຜູ້​ທີ່​ຖືກ​ບັນດານ​ໃຫ້​ເປັນຄືນມາຈາກຕາຍ​ສູ່​ຊີວິດ; ແລະ ຈົ່ງ​ຖວາຍ​ອະໄວຍະວະ​ທຸກ​ສ່ວນ​ໃນ​ຮ່າງກາຍ​ຂອງ​ພວກເຈົ້າ​ແກ່​ພຣະອົງ ເພື່ອ​ເປັນ​ເຄື່ອງມື​ຂອງ​ຄວາມຊອບທຳ.


ເຮົາ​ກຳລັງ​ຍົກ​ຕົວຢ່າງ​ຈາກ​ຊີວິດ​ປະຈໍາ​ວັນ​ກໍ​ເພາະ​ຄວາມຈໍາກັດ​ຂອງ​ຄວາມ​ເປັນ​ມະນຸດ​ຂອງ​ພວກເຈົ້າ. ເຊັ່ນ​ດຽວ​ກັນ​ກັບ​ທີ່​ພວກເຈົ້າ​ເຄີຍ​ມອບ​ຕົນ​ເອງ​ໃຫ້​ເປັນ​ຂ້າທາດ​ຂອງ​ຄວາມ​ເປື້ອນເປິ ແລະ ຄວາມ​ຊົ່ວຮ້າຍ​ທີ່​ເພີ່ມ​ຂຶ້ນ​ເລື້ອຍໆ​ຢ່າງໃດ, ບັດນີ້ ພວກເຈົ້າ​ກໍ​ຈົ່ງ​ມອບ​ຕົນ​ເອງ​ໃຫ້​ເປັນ​ຂ້າທາດ​ຂອງ​ຄວາມຊອບທຳ​ທີ່​ນຳ​ມາ​ສູ່​ຄວາມບໍລິສຸດ.


ໃນ​ເວລາ​ນັ້ນ​ພວກເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ສິ່ງ​ເຫລົ່ານັ້ນ ເຊິ່ງ​ເວລາ​ນີ້​ພວກເຈົ້າ​ກໍ​ລະອາຍໃຈ? ຜົນ​ຂອງ​ສິ່ງ​ເຫລົ່ານັ້ນ​ກໍ​ຄື​ຄວາມຕາຍ!


ເພາະ​ຄ່າຕອບແທນ​ຂອງ​ຄວາມບາບ​ກໍ​ຄື​ຄວາມຕາຍ, ແຕ່​ຂອງປະທານ​ທີ່​ມາ​ຈາກ​ພຣະເຈົ້າ​ກໍ​ຄື​ຊີວິດ​ນິລັນດອນ​ໃນ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ແຕ່​ເຮົາ​ເຫັນ​ກົດ​ອື່ນ​ອີກ​ຢູ່​ໃນ​ຮ່າງກາຍ​ຂອງ​ເຮົາ, ກົດ​ນີ້​ຕໍ່ສູ້​ກັບ​ກົດ​ພາຍໃນ​ຈິດໃຈ​ຂອງ​ເຮົາ ແລະ ເຮັດໃຫ້​ເຮົາ​ເປັນ​ນັກໂທດ​ຂອງ​ກົດ​ແຫ່ງ​ຄວາມບາບ​ທີ່​ຢູ່​ໃນ​ຮ່າງກາຍ​ຂອງ​ເຮົາ.


ໄລພິດ​ຂອງ​ຄວາມຕາຍ​ຄື​ຄວາມບາບ ແລະ ລິດອຳນາດ​ຂອງ​ຄວາມບາບ​ຄື​ກົດບັນຍັດ.


ເພາະ​ເຖິງແມ່ນວ່າ​ພວກເຮົາ​ດຳເນີນຊີວິດ​ຢູ່​ໃນ​ໂລກ​ນີ້ ພວກເຮົາ​ກໍ​ບໍ່​ໄດ້​ຕໍ່ສູ້​ເໝືອນດັ່ງ​ທີ່​ໂລກ​ເຮັດ.


ເພາະ​ທຸກຄົນ​ທີ່​ອາໄສ​ການປະຕິບັດ​ຕາມ​ກົດບັນຍັດ​ກໍ​ຢູ່​ໃຕ້​ຄຳສາບແຊ່ງ ດັ່ງ​ທີ່​ມີ​ຂຽນ​ໄວ້​ວ່າ: “ທຸກຄົນ​ທີ່​ບໍ່​ປະຕິບັດ​ຕາມ​ທຸກສິ່ງ​ທີ່​ຂຽນ​ໄວ້​ໃນ​ໜັງສື​ກົດບັນຍັດ​ກໍ​ຖືກ​ສາບແຊ່ງ”.


ບັນດາ​ຜູ້​ທີ່​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ​ໄດ້​ຄຶງ​ເນື້ອໜັງ​ພ້ອມ​ກັບ​ຕັນຫາ ແລະ ຄວາມປາຖະໜາ​ໄວ້​ທີ່​ໄມ້ກາງແຂນ​ແລ້ວ.


ເຫດສະນັ້ນ, ຈົ່ງ​ລະນຶກ​ວ່າ​ແຕ່ກ່ອນ​ພວກເຈົ້າ​ເຄີຍ​ເປັນ​ຄົນຕ່າງຊາດ​ໂດຍ​ກຳເນີດ ແລະ ເປັນ​ບັນດາ​ຜູ້​ທີ່​ເອີ້ນ​ຕົນເອງ​ວ່າ “ຝ່າຍ​ຮັບ​ພິທີຕັດ” (ເຊິ່ງ​ໄດ້​ເຮັດ​ໃນ​ຮ່າງກາຍ​ດ້ວຍ​ມື​ມະນຸດ) ເອີ້ນ​ພວກເຈົ້າ​ວ່າ “ຝ່າຍ​ບໍ່​ຮັບ​ພິທີຕັດ”


ຄັ້ງ​ໜຶ່ງ ພວກເຮົາ​ທຸກ​ຄົນ​ກໍ​ເຄີຍ​ດໍາເນີນຊີວິດ​ຢູ່​ໃນ​ທ່າມກາງ​ຄົນ​ເຫລົ່ານັ້ນ, ເຊິ່ງ​ເປັນ​ການສະໜອງ​ຕັນຫາ​ຂອງ​ເນື້ອໜັງ​ຂອງ​ພວກເຮົາ ແລະ ປະຕິບັດ​ຕາມ​ຄວາມປາຖະໜາ ແລະ ຕາມ​ຄວາມຄິດ​ຂອງ​ເນື້ອໜັງ​ນັ້ນ. ພວກເຮົາ​ຈຶ່ງ​ສົມຄວນ​ໄດ້ຮັບ​ຄວາມໂກດຮ້າຍ​ເໝືອນ​ກັບ​ຄົນ​ອື່ນ.


ເຫດສະນັ້ນ ຈົ່ງ​ຂ້າ​ຕັນຫາ​ຝ່າຍ​ໂລກ​ຂອງ​ພວກເຈົ້າ​ຄື: ການ​ຜິດສິນທຳທາງເພດ, ຄວາມ​ບໍ່ສະອາດ, ລາຄະຕັນຫາ, ຄວາມປາຖະໜາ​ຊົ່ວ ແລະ ຄວາມໂລບ ເຊິ່ງ​ເປັນ​ການຂາບໄຫວ້​ຮູບເຄົາລົບ.


ຄັ້ງ​ໜຶ່ງ​ພວກເຮົາ​ເອງ​ກໍ​ເປັນ​ຄົນ​ໂງ່ຈ້າ, ບໍ່​ເຊື່ອຟັງ, ຫລອກລວງ ແລະ ຕົກ​ເປັນ​ຂ້າທາດ​ຂອງ​ກິເລດຕັນຫາ ແລະ ຄວາມສະໜຸກ​ສະໜານ​ທຸກ​ຊະນິດ. ພວກເຮົາ​ເຄີຍ​ໃຊ້​ຊີວິດ​ໃນ​ຄວາມ​ຊົ່ວຮ້າຍ ແລະ ອິດສາ, ຖືກ​ກຽດຊັງ ແລະ ກຽດຊັງ​ເຊິ່ງກັນແລະກັນ.


ຫລັງ​ຈາກ​ທີ່​ຄວາມປາຖະໜາ​ຊົ່ວ​ໄດ້​ກໍ່​ໃຫ້​ເກີດ​ຂຶ້ນ​ແລ້ວ, ກໍ​ເຮັດ​ໃຫ້​ເກີດ​ມີ​ບາບ ແລະ ເມື່ອ​ບາບ​ຈະເລີນ​ຂຶ້ນ​ຢ່າງ​ເຕັມຂະໜາດ​ແລ້ວ​ກໍ​ກໍ່​ໃຫ້​ເກີດ​ມີ​ຄວາມຕາຍ.


ອັນໃດ​ເປັນ​ສາເຫດ​ຂອງ​ການຕໍ່ສູ້ ແລະ ການຜິດຖຽງກັນ​ໃນ​ທ່າມກາງ​ພວກເຈົ້າ? ກໍ​ແມ່ນ​ຄວາມປາຖະໜາ​ຂອງ​ພວກເຈົ້າ​ທີ່​ເຮັດ​ໃຫ້​ມີ​ການຕໍ່ສູ້​ກັນ​ຢູ່​ບໍ່​ຂາດ​ພາຍໃນ​ພວກເຈົ້າ​ບໍ່​ແມ່ນ​ບໍ?


ທຸກຄົນ​ທີ່​ເຮັດ​ບາບ​ກໍ​ລະເມີດ​ກົດບັນຍັດ, ແທ້ຈິງ​ແລ້ວ, ບາບ​ກໍ​ຄື​ການ​ລະເມີດ​ກົດບັນຍັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka