Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 7:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ດັ່ງນັ້ນ ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ພວກເຈົ້າ​ກໍ​ເໝືອນກັນ​ໄດ້​ຕາຍ​ຈາກ​ກົດບັນຍັດ​ໂດຍ​ທາງ​ກາຍ​ຂອງ​ພຣະຄຣິດເຈົ້າ​ແລ້ວ, ເພື່ອ​ພວກເຈົ້າ​ຈະ​ຕົກ​ເປັນ​ຂອງ​ຜູ້​ໜຶ່ງ​ອີກ​ຄື ເປັນ​ຂອງ​ພຣະອົງ​ຜູ້​ທີ່​ເປັນຄືນມາຈາກຕາຍ ເພື່ອ​ວ່າ​ພວກເຮົາ​ຈະ​ເກີດຜົນ​ຖວາຍ​ແກ່​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ດັ່ງນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ພວກເຈົ້າ​ໄດ້​ຕາຍ​ຈາກ​ກົດບັນຍັດ ໂດຍ​ພຣະກາຍ​ຂອງ​ພຣະຄຣິດ, ເພື່ອ​ພວກເຈົ້າ​ຈະ​ຕົກ​ເປັນ​ຂອງ​ຜູ້​ອື່ນ ຄື​ຂອງ​ພຣະອົງ ຜູ້​ຊົງ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ເພື່ອ​ພວກເຮົາ​ຈະ​ເກີດຜົນ​ຖວາຍ​ແດ່​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ໂຣມ 7:4
35 Jak'a apnaqawi uñst'ayäwi  

ໃນ​ຂະນະ​ທີ່​ພວກເພິ່ນ​ກຳລັງ​ຮັບປະທານ​ອາຫານ​ຢູ່​ນັ້ນ ພຣະເຢຊູເຈົ້າ​ໄດ້​ຈັບ​ເອົາ​ເຂົ້າຈີ່​ຂຶ້ນ​ມາ ແລະ ເມື່ອ​ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ, ພຣະອົງ​ຫັກ​ເຂົ້າຈີ່​ນັ້ນ​ແລ້ວ​ຍື່ນ​ໃຫ້​ພວກສາວົກ ແລະ ກ່າວ​ວ່າ, “ຈົ່ງ​ຮັບ ແລະ ກິນ​ສາ, ນີ້​ຄື​ກາຍ​ຂອງ​ເຮົາ”.


ບາງຄົນ​ເປັນ​ເໝືອນ​ເມັດພືດ​ທີ່​ຫວ່ານ​ລົງ​ດິນ​ດີ, ຄື​ຜູ້​ທີ່​ໄດ້​ຍິນ​ພຣະຄຳ, ຕ້ອນຮັບ​ເອົາ​ພຣະຄຳ​ໄວ້ ແລະ ເກີດຜົນ​ສາມສິບ​ເທົ່າ, ຫົກສິບ​ເທົ່າ ແລະ ຮ້ອຍ​ເທົ່າ​ຂອງ​ທີ່​ໄດ້​ຫວ່ານ​ລົງ​ໄປ”.


ເມື່ອ​ພວກເຈົ້າ​ເກີດຜົນ​ຫລາຍ​ກໍ​ເປັນ​ການ​ຖວາຍ​ກຽດ​ແກ່​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ເປັນ​ການ​ສະແດງ​ໃຫ້​ເຫັນ​ວ່າ​ພວກເຈົ້າ​ເອງ​ເປັນ​ສາວົກ​ຂອງ​ເຮົາ.


ເຈົ້າສາວ​ກໍ​ເປັນ​ຂອງ​ເຈົ້າບ່າວ. ເພື່ອນ​ຂອງ​ເຈົ້າບ່າວ​ກໍ​ຄອຍຖ້າ​ຟັງ​ເຈົ້າບ່າວ​ຢູ່ ແລະ ເຕັມ​ໄປ​ດ້ວຍ​ຄວາມຊື່ນຊົມຍິນດີ​ເມື່ອ​ໄດ້​ຍິນ​ສຽງ​ຂອງ​ເຈົ້າບ່າວ. ເຮົາ​ກໍ​ມີ​ຄວາມຊື່ນຊົມຍິນດີ​ຢ່າງ​ນັ້ນ ແລະ ບັດນີ້​ຄວາມຊື່ນຊົມຍິນດີ​ນັ້ນ​ກໍ​ຄົບຖ້ວນ​ແລ້ວ.


ເຮົາ​ເປັນ​ອາຫານ ເຊິ່ງ​ໃຫ້​ຊີວິດ​ທີ່​ລົງ​ມາ​ຈາກ​ສະຫວັນ. ຜູ້ໃດ​ກໍ​ຕາມ​ໄດ້​ກິນ​ອາຫານ​ນີ້​ຈະ​ມີ​ຊີວິດ​ຢູ່​ຕະຫລອດໄປ. ອາຫານ​ນີ້​ແມ່ນ​ເນື້ອກາຍ​ຂອງ​ເຮົາ ເຊິ່ງ​ເຮົາ​ຈະ​ໃຫ້​ເພື່ອ​ໂລກ​ນີ້​ຈະ​ໄດ້​ມີ​ຊີວິດ”.


ໃນ​ທຳນອງດຽວກັນ ຈົ່ງ​ຖື​ວ່າ​ພວກເຈົ້າ​ເອງ​ໄດ້​ຕາຍ​ຕໍ່​ຄວາມບາບ​ແລ້ວ ແຕ່​ມີຊີວິດ​ຢູ່​ເພື່ອ​ພຣະເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ.


ເພາະ​ຄວາມບາບ​ຈະ​ບໍ່​ເປັນ​ນາຍ​ຂອງ​ພວກເຈົ້າ​ອີກ​ຕໍ່ໄປ, ເພາະວ່າ​ພວກເຈົ້າ​ບໍ່​ໄດ້​ຢູ່​ພາຍໃຕ້​ກົດບັນຍັດ, ແຕ່​ຢູ່​ພາຍໃຕ້​ພຣະຄຸນ.


ບໍ່​ເປັນ​ຢ່າງນັ້ນ​ດອກ! ພວກເຮົາ​ເປັນ​ຜູ້​ທີ່​ໄດ້​ຕາຍ​ຕໍ່​ບາບກຳ​ນັ້ນ​ແລ້ວ; ພວກເຮົາ​ຈະ​ດຳເນີນຊີວິດ​ໃນ​ຄວາມບາບ​ນັ້ນ​ຕໍ່ໄປ​ໄດ້​ຢ່າງໃດ?


ແຕ່​ບັດນີ້​ພວກເຈົ້າ​ໄດ້​ເປັນ​ອິດສະຫລະ​ຈາກ​ຄວາມບາບ​ແລ້ວ ແລະ ໄດ້​ກາຍເປັນ​ຂ້າທາດ​ຂອງ​ພຣະເຈົ້າ​ແລ້ວ, ປະໂຫຍດ​ທີ່​ພວກເຈົ້າ​ໄດ້​ຮັບ​ນັ້ນ​ນຳ​ໄປ​ສູ່​ຄວາມບໍລິສຸດ ແລະ ຜົນ​ທີ່​ໄດ້​ຮັບ​ກໍ​ຄື​ຊີວິດ​ນິລັນດອນ.


ດັ່ງນັ້ນ ຖ້າ​ນາງ​ໄປ​ມີ​ເພດສຳພັນ​ກັບ​ຊາຍ​ອື່ນ​ຂະນະ​ທີ່​ຜົວ​ຂອງ​ນາງ​ຍັງ​ມີຊີວິດ​ຢູ່​ນາງ​ກໍ​ໄດ້​ຊື່​ວ່າ​ເປັນ​ຍິງ​ຫລິ້ນຊູ້. ແຕ່​ຖ້າ​ຜົວ​ຂອງ​ນາງ​ຕາຍ​ແລ້ວ, ນາງ​ກໍ​ໄດ້​ພົ້ນ​ຈາກ​ກົດ​ນັ້ນ ແລະ ຖ້າ​ນາງ​ໄປ​ແຕ່ງງານ​ກັບ​ຊາຍ​ອື່ນ​ອີກ ນາງ​ກໍ​ບໍ່​ໄດ້​ເປັນ​ຍິງຫລິ້ນຊູ້.


ແຕ່​ບັດນີ້ ໂດຍ​ການຕາຍ​ຕໍ່​ສິ່ງ​ທີ່​ຄັ້ງ​ໜຶ່ງ​ເຄີຍ​ຜູກມັດ​ພວກເຮົາ ພວກເຮົາ​ກໍ​ໄດ້​ຮັບ​ການປົດປ່ອຍ​ຈາກ​ກົດບັນຍັດ​ແລ້ວ ເພື່ອ​ຮັບໃຊ້​ຕາມ​ທາງ​ໃໝ່​ຄື​ຕາມ​ພຣະວິນຍານບໍລິສຸດເຈົ້າ, ບໍ່​ແມ່ນ​ຕາມ​ທາງ​ເກົ່າ ຄື​ຕາມ​ກົດບັນຍັດ​ທີ່​ເປັນ​ຕົວອັກສອນ.


ເພາະວ່າ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ກົດ​ຂອງ​ພຣະວິນຍານບໍລິສຸດເຈົ້າ​ອັນ​ເຮັດ​ໃຫ້​ມີ​ຊີວິດ​ນັ້ນ ໄດ້​ປົດປ່ອຍ​ເຈົ້າ​ໃຫ້​ເປັນ​ອິດສະຫລະ​ຈາກ​ກົດ​ຂອງ​ຄວາມບາບ ແລະ ຄວາມຕາຍ.


ຈອກ​ແຫ່ງ​ການ​ໂມທະນາ​ຂອບພຣະຄຸນ​ທີ່​ເຮົາ​ໄດ້​ໂມທະນາ​ຂອບພຣະຄຸນ​ນັ້ນ​ຄື​ການ​ເຂົ້າ​ຮ່ວມ​ໃນ​ເລືອດ​ຂອງ​ພຣະຄຣິດເຈົ້າ​ບໍ່​ແມ່ນ​ບໍ? ແລະ ເຂົ້າຈີ່​ທີ່​ເຮົາ​ໄດ້​ຫັກ​ນັ້ນ​ຄື​ການ​ເຂົ້າ​ຮ່ວມ​ໃນ​ກາຍ​ຂອງ​ພຣະຄຣິດເຈົ້າ​ບໍ່​ແມ່ນ​ບໍ?


ເພາະ​ເຮົາ​ຫວງແຫນ​ພວກເຈົ້າ​ດ້ວຍ​ຄວາມຫວງແຫນ​ທີ່​ມາ​ຈາກ​ພຣະເຈົ້າ. ເຮົາ​ໄດ້​ສັນຍາ​ພວກເຈົ້າ​ໄວ້​ເພື່ອ​ສາມີ​ຄົນ​ດຽວ, ຄື​ແກ່​ພຣະຄຣິດເຈົ້າ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຖວາຍ​ພວກເຈົ້າ​ເໝືອນດັ່ງ​ສາວບໍລິສຸດ​ທີ່​ບໍລິສຸດ​ແກ່​ພຣະອົງ.


ພຣະຄຣິດເຈົ້າ​ໄດ້​ໄຖ່​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄຳສາບແຊ່ງ​ຂອງ​ກົດບັນຍັດ​ໂດຍ​ກາຍເປັນ​ຜູ້​ຖືກ​ສາບແຊ່ງ​ແທນ​ພວກເຮົາ, ເພາະ​ມີ​ຄຳ​ຂຽນໄວ້​ວ່າ: “ຜູ້ໃດ​ທີ່​ຖືກ​ແຂວນ​ເທິງ​ຕົ້ນໄມ້​ກໍ​ຖືກ​ສາບແຊ່ງ​ແລ້ວ”.


ແຕ່​ຖ້າ​ພຣະວິນຍານ​ນຳພາ​ພວກເຈົ້າ ພວກເຈົ້າ​ກໍ​ບໍ່​ໄດ້​ຢູ່​ໃຕ້​ກົດບັນຍັດ.


ໂດຍ​ການ​ຍົກເລີກ​ກົດບັນຍັດ​ພ້ອມ​ກັບ​ຄຳສັ່ງ ແລະ ກົດລະບຽບ​ຕ່າງໆ​ດ້ວຍ​ຮ່າງກາຍ​ຂອງ​ພຣະອົງ. ຈຸດປະສົງ​ຂອງ​ພຣະອົງ​ກໍ​ເພື່ອ​ສ້າງຂຶ້ນ​ໃຫ້​ເປັນ​ມະນຸດ​ໃໝ່​ຄົນ​ດຽວ​ກັນ​ໃນ​ພຣະອົງ​ເອງ​ໂດຍ​ບໍ່​ມີ​ສອງ​ຝ່າຍ, ດັ່ງນັ້ນ​ຈຶ່ງ​ເປັນ​ການສ້າງ​ສັນຕິສຸກ,


ເຊິ່ງ​ເຕັມລົ້ນ​ດ້ວຍ​ຜົນ​ຂອງ​ຄວາມຊອບທຳ​ທີ່​ມາ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ ເພື່ອ​ສະຫງ່າລາສີ ແລະ ການສັນລະເສີນ​ພຣະເຈົ້າ.


ບໍ່​ແມ່ນ​ວ່າ​ເຮົາ​ປາຖະໜາ​ຢາກ​ໄດ້​ຂອງຖວາຍ​ຈາກ​ພວກເຈົ້າ; ແຕ່​ເຮົາ​ປາຖະໜາ​ຢາກ​ໃຫ້​ພວກເຈົ້າ​ໄດ້​ຜົນ​ກຳໄລ​ເພີ່ມ​ຂຶ້ນ​ໃນ​ບັນຊີ​ຂອງ​ພວກເຈົ້າ.


ເພື່ອ​ພວກເຈົ້າ​ຈະ​ໄດ້​ດຳເນີນຊີວິດ​ໃຫ້​ສົມ​ກັບ​ທີ່​ເປັນ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ເປັນ​ທີ່​ພໍໃຈ​ພຣະອົງ​ໃນ​ທຸກ​ດ້ານ​ຄື: ເກີດຜົນ​ໃນ​ການ​ເຮັດ​ດີ​ທຸກ​ຢ່າງ, ຮູ້ຈັກ​ພຣະເຈົ້າ​ຫລາຍ​ຂຶ້ນ,


ແຕ່​ບັດນີ້ ພຣະອົງ​ໄດ້​ໃຫ້​ພວກເຈົ້າ​ຄືນດີ​ກັບ​ພຣະອົງ​ໂດຍ​ການຕາຍ​ທາງ​ດ້ານ​ຮ່າງກາຍ​ຂອງ​ພຣະຄຣິດເຈົ້າ​ເພື່ອ​ຖວາຍ​ພວກເຈົ້າ​ໃຫ້​ເປັນ​ຜູ້​ບໍລິສຸດ, ບໍ່ມີຕຳໜິ ແລະ ພົ້ນ​ຈາກ​ຂໍ້ກ່າວຫາ​ຕໍ່ໜ້າ​ພຣະອົງ.


ທີ່​ໄດ້​ມາ​ເຖິງ​ພວກເຈົ້າ​ນັ້ນ. ໃນ​ທຳນອງ​ດຽວ​ກັນ​ນັ້ນ ຂ່າວປະເສີດ​ນີ້​ກໍ​ກຳລັງ​ເກີດຜົນ ແລະ ຂະຫຍາຍ​ໄປ​ທົ່ວ​ໂລກ ເໝືອນ​ທີ່​ກຳລັງ​ມີ​ຢູ່​ໃນ​ທ່າມກາງ​ພວກເຈົ້າ​ຕັ້ງແຕ່​ວັນ​ທີ່​ພວກເຈົ້າ​ໄດ້​ຍິນ​ຂ່າວປະເສີດ ແລະ ເຂົ້າໃຈ​ພຣະຄຸນ​ຂອງ​ພຣະເຈົ້າ​ຢ່າງ​ແທ້ຈິງ.


ພຣະອົງ​ຍົກເລີກ​ໜັງສື​ສັນຍາ​ທີ່​ຜູກມັດ​ພວກເຮົາ​ດ້ວຍ​ກົດເກນ​ຕ່າງໆ ເຊິ່ງ​ຂັດຂວາງ ແລະ ຕໍ່ຕ້ານ​ພວກເຮົາ ພຣະອົງ​ເອົາ​ໜັງສື​ນີ້​ອອກ​ໄປ​ຄຶງ​ໄວ້​ທີ່​ໄມ້ກາງແຂນ.


ໃນ​ເມື່ອ​ພວກເຈົ້າ​ໄດ້​ຕາຍ​ກັບ​ພຣະຄຣິດເຈົ້າ ພົ້ນ​ຈາກ​ຫລັກການພື້ນຖານ​ຕ່າງໆ​ຂອງ​ໂລກ​ນີ້​ແລ້ວ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຍັງ​ເປັນ​ຂອງ​ຝ່າຍ​ໂລກ, ເປັນ​ຫຍັງ​ພວກເຈົ້າ​ຈຶ່ງ​ຍັງ​ປະຕິບັດ​ຕາມ​ກົດເກນ​ເຫລົ່ານີ້​ທີ່​ວ່າ:


ແລະ ໂດຍ​ຄວາມ​ປະສົງ​ນີ້, ພວກເຮົາ​ທັງຫລາຍ​ຈຶ່ງ​ໄດ້​ຮັບ​ການຊຳລະ​ໃຫ້​ບໍລິສຸດ​ໂດຍ​ການ​ຖວາຍ​ກາຍ​ຂອງ​ພຣະເຢຊູຄຣິດເຈົ້າ​ເປັນ​ເຄື່ອງບູຊາ​ພຽງ​ຄັ້ງ​ດຽວ​ເປັນ​ການສິ້ນສຸດ.


“ພຣະອົງ​ເອງ​ຮັບ​ແບກ​ຄວາມບາບ​ຂອງ​ພວກເຮົາ” ໄວ້​ໃນ​ກາຍ​ຂອງ​ພຣະອົງ​ເທິງ​ໄມ້ກາງແຂນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ຕໍ່​ຄວາມບາບ ແລະ ມີຊີວິດ​ຢູ່​ເພື່ອ​ຄວາມຊອບທຳ ແລະ “ດ້ວຍ​ບາດແຜ​ຂອງ​ພຣະອົງ​ພວກເຈົ້າ​ທັງຫລາຍ​ກໍ​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ”.


ໃຫ້​ພວກເຮົາ​ທັງຫລາຍ​ຊື່ນຊົມຍິນດີ ແລະ ຍິນດີ ແລະ ຖວາຍ​ກຽດ​ແກ່​ພຣະອົງ! ເພາະ​ງານສົມລົດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ​ໄດ້​ມາ​ເຖິງ​ແລ້ວ, ແລະ ເຈົ້າສາວ​ຂອງ​ພຣະອົງ​ໄດ້​ຕຽມໂຕ​ພ້ອມ​ແລ້ວ.


ໜຶ່ງ​ໃນ​ເທວະດາ​ເຈັດ​ຕົນ ທີ່​ຖື​ຂັນ​ແຫ່ງ​ໄພພິບັດ​ເຈັດ​ປະການ​ສຸດທ້າຍ​ນັ້ນ​ໄດ້​ມາ​ຫາ​ຂ້າພະເຈົ້າ ແລະ ກ່າວ​ວ່າ, “ເຊີນ​ມາ, ເຮົາ​ຈະ​ໃຫ້​ທ່ານ​ເບິ່ງ​ເຈົ້າສາວ ຄູ່​ສົມລົດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka