Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 7:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ພວກເຮົາ​ຮູ້​ແລ້ວ​ວ່າ​ກົດບັນຍັດ​ເປັນ​ເລື່ອງ​ຝ່າຍ​ຈິດວິນຍານ, ແຕ່​ເຮົາ​ບໍ່​ໄດ້​ຢູ່​ຝ່າຍ​ຈິດວິນຍານ, ເຮົາ​ຖືກ​ຂາຍ​ໃຫ້​ເປັນ​ຂ້າທາດ​ຂອງ​ຄວາມບາບ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ພວກເຮົາ​ຮູ້​ແລ້ວ​ວ່າ ກົດບັນຍັດ​ເປັນ​ມາ​ໂດຍ​ຝ່າຍ​ພຣະວິນຍານ, ແຕ່​ສ່ວນ​ເຮົາ​ເປັນ​ຝ່າຍ​ມະນຸດ​ທຳມະດາ​ທີ່​ຕາຍ​ເປັນ ຊຶ່ງ​ໄດ້​ຖືກ​ຂາຍ​ໃຫ້​ເປັນ​ທາດ​ຂອງ​ຄວາມ​ບາບ.

Uka jalj uñjjattʼäta Copia luraña




ໂຣມ 7:14
38 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຈຶ່ງ​ຫັນ​ກັບ​ມາ ແລະ ກ່າວ​ກັບ​ເປໂຕ​ວ່າ, “ມານຊາຕານ​ເອີຍ! ຈົ່ງ​ຖອຍ​ໜີ​ໄປ​ຈາກ​ເຮົາ ເຈົ້າ​ເປັນ​ຫີນ​ໃຫ້​ເຮົາ​ສະດຸດ ເຈົ້າ​ບໍ່​ໄດ້​ມີ​ຄວາມຄິດ​ຫວ່ງໃຍ​ເໝືອນດັ່ງ​ພຣະເຈົ້າ ແຕ່​ມີ​ຄວາມຄິດ​ຫ່ວງໃຍ​ເໝືອນດັ່ງ​ມະນຸດ”.


ເນື່ອງຈາກ​ວ່າ​ລາວ​ບໍ່​ສາມາດ​ຈະ​ໃຊ້​ໜີ້ ກະສັດ​ຈຶ່ງ​ສັ່ງ​ໃຫ້​ຂາຍ​ໂຕ​ລາວ​ພ້ອມທັງ​ເມຍ ແລະ ລູກ ຕະຫລອດ​ທັງ​ທຸກສິ່ງ​ທີ່​ລາວ​ມີ​ເພື່ອ​ມາ​ໃຊ້​ໜີ້.


ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຖ້າ​ຜູ້ໃດ​ໃຈຮ້າຍ​ໃຫ້​ກັບ​ອ້າຍ ຫລື ເອື້ອຍ​ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ຈະ​ຖືກ​ຕັດສິນລົງໂທດ. ຖ້າ​ຜູ້ໃດ​ເວົ້າ​ດູຖູກ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ນຳ​ຂຶ້ນ​ສານ ແລະ ຖ້າ​ຜູ້ໃດ​ເວົ້າ​ວ່າ, ‘ຄົນ​ໂງ່ຈ້າ!’ ຜູ້​ນັ້ນ​ຈະ​ຕ້ອງ​ໄດ້​ຮັບ​ອັນຕະລາຍ​ຈາກ​ບຶງໄຟ​ນະລົກ.


ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຜູ້ໃດ​ແນມ​ເບິ່ງ​ຍິງ​ດ້ວຍ​ຕັນຫາ ຜູ້​ນັ້ນ​ກໍ​ໄດ້​ຫລິ້ນຊູ້​ໃນ​ໃຈ​ກັບ​ນາງ​ແລ້ວ.


ເມື່ອ​ຊີໂມນເປໂຕ​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ຢ່າງ​ນີ້​ເພິ່ນ​ກໍ​ຂາບ​ລົງ​ທີ່​ຫົວເຂົ່າ​ຂອງ​ພຣະເຢຊູເຈົ້າ ແລະ ກ່າວ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ ຂໍ​ໃຫ້​ໄປ​ຈາກ​ຂ້ານ້ອຍ​ສາ ເພາະ​ຂ້ານ້ອຍ​ເປັນ​ຄົນບາບ!”


ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ໄປ​ກັບ​ພວກເຂົາ. ເມື່ອ​ພຣະອົງ​ມາ​ໃກ້​ຈະ​ຮອດ​ເຮືອນ​ນັ້ນ​ແລ້ວ, ນາຍຮ້ອຍ​ໄດ້​ໃຊ້​ບັນດາ​ໝູ່​ມາ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ, ຢ່າ​ໃຫ້​ເປັນ​ການ​ລຳບາກ​ພຣະອົງ​ເລີຍ, ເພາະ​ຂ້ານ້ອຍ​ບໍ່​ສົມຄວນ​ທີ່​ຈະ​ໃຫ້​ພຣະອົງ​ເຂົ້າ​ໄປ​ໃນ​ລຸ່ມ​ຫລັງຄາ​ເຮືອນ​ຂອງ​ຂ້ານ້ອຍ.


ຖ້າ​ດັ່ງນັ້ນ​ແລ້ວ​ເຮົາ​ຈະ​ສະຫລຸບ​ວ່າ​ຢ່າງໃດ? ພວກເຮົາ​ຊາວ​ຢິວ​ໄດ້ປຽບ​ກວ່າ​ຄົນ​ອື່ນ​ບໍ? ບໍ່​ເປັນ​ດັ່ງນັ້ນ​ດອກ! ເພາະ​ເຮົາ​ກໍ​ໄດ້​ຊີ້​ໃຫ້​ເຫັນ​ແລ້ວ​ວ່າ​ທັງ​ຄົນຢິວ ແລະ ຄົນຕ່າງຊາດ​ກໍ​ລ້ວນ​ແຕ່​ຢູ່​ໃຕ້​ອຳນາດ​ຂອງ​ຄວາມບາບ​ເໝືອນ​ກັນ​ທຸກຄົນ.


ເພາະ​ພວກເຮົາ​ຮູ້​ແລ້ວ​ວ່າ ຊີວິດ​ເກົ່າ​ຂອງ​ພວກເຮົາ​ຖືກ​ຄຶງ​ໄວ້​ກັບ​ພຣະອົງ​ແລ້ວ ເພື່ອ​ວ່າ​ກາຍ​ທີ່​ຖືກ​ຄອບຄອງ​ໂດຍ​ບາບ​ນັ້ນ​ຈະ​ຖືກ​ກຳຈັດ​ໄປ ເພື່ອ​ພວກເຮົາ​ຈະ​ບໍ່​ເປັນ​ຂ້າທາດ​ຂອງ​ຄວາມບາບ​ອີກ​ຕໍ່ໄປ


ເພາະ​ເຮົາ​ຮູ້​ວ່າ​ບໍ່​ມີ​ສິ່ງ​ດີ​ອັນໃດ​ຢູ່​ໃນ​ໂຕ​ເຮົາ, ນັ້ນ​ກໍ​ຄື ທຳມະຊາດ​ບາບ​ຂອງ​ເຮົາ​ທີ່​ຢູ່​ໃນ. ເພາະວ່າ​ເຮົາ​ປາຖະໜາ​ຈະ​ເຮັດ​ສິ່ງ​ທີ່​ດີ ແຕ່​ເຮົາ​ເຮັດ​ບໍ່​ໄດ້.


ເຊັ່ນດຽວ​ກັນ ເມື່ອ​ພວກເຮົາ​ຍັງ​ບໍ່​ເປັນ​ຜູ້ໃຫຍ່ ພວກເຮົາ​ໄດ້​ເປັນ​ຂ້າທາດ​ຢູ່​ໃຕ້​ບັງຄັບ​ຂອງ​ພວກ​ວິນຍານ​ຂອງ​ໂລກ​ນີ້.


ເຖິງແມ່ນວ່າ​ເຮົາ​ເປັນ​ຜູ້​ຕ່ຳຕ້ອຍ​ກວ່າ​ຜູ້​ເລັກນ້ອຍ​ທີ່ສຸດ​ຂອງ​ບັນດາ​ຄົນ​ທັງໝົດ​ຂອງ​ພຣະເຈົ້າ​ກໍ​ຕາມ ພຣະຄຸນ​ນີ້​ກໍ​ໄດ້​ຖືກ​ມອບ​ໃຫ້​ແກ່​ເຮົາ​ຄື: ເພື່ອ​ປະກາດ​ແກ່​ບັນດາ​ຄົນຕ່າງຊາດ​ເຖິງ​ຄວາມບໍລິບູນ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະຄຣິດເຈົ້າ,


ເພາະວ່າ​ພຣະທຳ​ຂອງ​ພຣະເຈົ້າ​ນັ້ນ​ມີຊີວິດ ແລະ ລິດເດດ. ຄົມ​ກວ່າ​ດາບ​ສອງ​ຄົມ​ທຸກ​ດວງ, ແທງ​ຊອດ​ແມ່ນແຕ່​ຈິດໃຈ ແລະ ວິນຍານ, ຕະຫລອດ​ທັງ​ຄໍ່​ກະດູກ ແລະ ໄຂ​ໃນ​ກະດູກ, ທັງ​ສັງເກດ​ຮູ້​ຄວາມຄິດ ແລະ ທັດສະນະຄະຕິ​ຂອງ​ຫົວໃຈ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka