Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 7:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ຖ້າ​ຢ່າງ​ນັ້ນ​ແລ້ວ ສິ່ງ​ທີ່​ດີງາມ​ກໍ​ກາຍເປັນ​ຄວາມຕາຍ​ສຳລັບ​ເຮົາ​ບໍ? ບໍ່ແມ່ນ​ຢ່າງນັ້ນ​ດອກ! ແຕ່​ເພື່ອ​ໃຫ້​ຮູ້​ຈັກ​ວ່າ​ບາບ​ຄື​ບາບ, ບາບ​ນຳໃຊ້​ສິ່ງ​ທີ່​ດີ​ເພື່ອ​ນໍາເອົາ​ຄວາມຕາຍ​ມາ​ສູ່​ເຮົາ. ເພື່ອວ່າ​ໂດຍ​ຜ່ານ​ທາງ​ພຣະບັນຍັດ​ຈະ​ໄດ້​ເຫັນ​ວ່າ​ຄວາມບາບ​ນັ້ນ​ຊົ່ວຮ້າຍ​ຫລາຍ​ທີ່ສຸດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ແຕ່​ເລື່ອງ​ນີ້​ໝາຍຄວາມວ່າ ສິ່ງ​ທີ່​ດີ​ນຳ​ຄວາມ​ຕາຍ​ມາ​ສູ່​ເຮົາ​ຊັ້ນບໍ? ບໍ່​ເປັນ​ຢ່າງ​ນັ້ນ​ດອກ ແມ່ນ​ຄວາມ​ຜິດບາບ​ນັ້ນ​ແຫຼະ ຄື​ບາບ​ທີ່​ອາໄສ​ສິ່ງ​ດີ​ນຳ​ຄວາມ​ຕາຍ​ມາ​ສູ່​ເຮົາ ເພື່ອ​ໃຫ້​ສັນດານ​ແທ້​ຂອງ​ຄວາມ​ບາບ​ຖືກ​ເປີດເຜີຍ. ສະນັ້ນ ໂດຍ​ທາງ​ກົດບັນຍັດ​ຄວາມ​ຜິດບາບ​ຈຶ່ງ​ຖືກ​ສະແດງ​ໃຫ້​ເຫັນ​ວ່າ ມັນ​ຊົ່ວຮ້າຍ​ຫລາຍ​ທີ່ສຸດ.

Uka jalj uñjjattʼäta Copia luraña




ໂຣມ 7:13
7 Jak'a apnaqawi uñst'ayäwi  

ດັ່ງນັ້ນ ແມ່ຍິງ​ເຫລົ່ານັ້ນ​ຈຶ່ງ​ຟ້າວ​ອອກໄປ​ຈາກ​ອຸບມຸງ, ທັງ​ຢ້ານ​ທັງ​ຊື່ນຊົມຍິນດີ​ຫລາຍ ແລະ ແລ່ນ​ໄປ​ບອກ​ພວກສາວົກ​ຂອງ​ພຣະອົງ.


ເພິ່ນ​ຈະ​ມາ ແລະ ຂ້າ​ພວກ​ຄົນເຊົ່າສວນ ແລະ ເອົາ​ສວນອະງຸ່ນ​ນັ້ນ​ໃຫ້​ຄົນອື່ນ​ເຊົ່າ”. ເມື່ອ​ປະຊາຊົນ​ໄດ້​ຍິນ​ດັ່ງນີ້ ພວກເຂົາ​ກໍ​ເວົ້າ​ວ່າ, “ຂໍ​ຢ່າ​ໃຫ້​ເປັນ​ຢ່າງ​ນັ້ນ​ເລີຍ!”


ກົດບັນຍັດ​ຖືກ​ນຳ​ເຂົ້າ​ມາ​ກໍ​ເພື່ອ​ໃຫ້​ການລ່ວງລະເມີດ​ປາກົດ​ເພີ່ມ​ຂຶ້ນ. ແຕ່​ບ່ອນໃດ​ມີ​ບາບ​ເພີ່ມ​ຂຶ້ນ, ບ່ອນນັ້ນ​ກໍ​ມີ​ພຣະຄຸນ​ເພີ່ມ​ຂຶ້ນ​ຕື່ມ,


ເພາະ​ສິ່ງ​ທີ່​ກົດບັນຍັດ​ເຮັດ​ບໍ່​ໄດ້ ເນື່ອງ​ຈາກ​ເນື້ອໜັງ​ເຮັດ​ໃຫ້​ອ່ອນແອ​ນັ້ນ​ພຣະເຈົ້າ​ກໍ​ໄດ້​ເຮັດ​ແລ້ວ ໂດຍ​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ເອງ​ມາ​ໃນ​ສະພາບ​ເໝືອນ​ກັບ​ມະນຸດ​ທີ່​ເປັນ​ຄົນບາບ ເພື່ອ​ເປັນ​ເຄື່ອງບູຊາ​ໄຖ່​ຄວາມບາບ ແລະ ດັ່ງນັ້ນ​ພຣະອົງ​ໄດ້​ຕັດສິນ​ລົງໂທດ​ຄວາມບາບ​ໃນ​ມະນຸດ​ທີ່​ເປັນ​ຄົນບາບ,


ເຫດສະນັ້ນ ກົດບັນຍັດ​ໄດ້​ຂັດ​ກັບ​ສັນຍາ​ຂອງ​ພຣະເຈົ້າ​ບໍ? ບໍ່​ແມ່ນ​ຢ່າງ​ນັ້ນ​ແນ່ນອນ! ເພາະ​ຖ້າ​ກົດບັນຍັດ​ທີ່​ຖືກ​ມອບ​ໃຫ້​ນັ້ນ​ສາມາດ​ໃຫ້​ຊີວິດ, ແລ້ວ​ຄວາມຊອບທຳ​ກໍ​ຈະ​ໄດ້​ມາ​ໂດຍ​ກົດບັນຍັດ​ແນ່ນອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka