Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 6:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ເພາະ​ພວກເຮົາ​ຮູ້​ວ່າ​ພຣະຄຣິດເຈົ້າ​ຖືກ​ເຮັດ​ໃຫ້​ເປັນຄືນມາຈາກຕາຍ​ແລ້ວ ພຣະອົງ​ຈະ​ບໍ່​ມີ​ວັນ​ຕາຍ​ອີກ, ຄວາມຕາຍ​ບໍ່​ມີ​ອຳນາດ​ເໜືອ​ພຣະອົງ​ອີກ​ຕໍ່ໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ເພາະ​ພວກເຮົາ​ຮູ້​ວ່າ ພຣະຄຣິດ​ຜູ້​ທີ່​ຖືກ​ຊົງ​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ​ນັ້ນ ຈະ​ບໍ່​ຕາຍ​ອີກ​ຈັກເທື່ອ ຄື​ຄວາມ​ຕາຍ​ບໍ່ມີ​ອຳນາດ​ເໜືອ​ພຣະອົງ​ອີກ​ຕໍ່ໄປ.

Uka jalj uñjjattʼäta Copia luraña




ໂຣມ 6:9
11 Jak'a apnaqawi uñst'ayäwi  

ເຖິງຢ່າງໃດ​ກໍ​ຕາມ, ຄວາມຕາຍ​ກໍ​ຄອບຄອງ​ມາ​ຕັ້ງແຕ່​ສະໄໝ​ຂອງ​ອາດາມ​ຈົນ​ເຖິງ​ສະໄໝ​ຂອງ​ໂມເຊ, ແມ່ນ​ແຕ່​ຄົນ​ທີ່​ບໍ່​ໄດ້​ເຮັດ​ບາບ​ໂດຍ​ລະເມີດ​ຄຳສັ່ງ​ເໝືອນ​ກັບ​ອາດາມ ຜູ້​ທີ່​ເປັນ​ແບບ​ຂອງ​ພຣະອົງ​ຜູ້​ທີ່​ຈະ​ມາ​ພາຍຫລັງ.


ທີ່​ພຣະອົງ​ຕາຍ​ນັ້ນ​ກໍ​ຕາຍ​ຕໍ່​ບາບ​ຄັ້ງ​ດຽວ​ພໍ ແຕ່​ທີ່​ພຣະອົງ​ມີຊີວິດ​ຢູ່​ນັ້ນ​ພຣະອົງ​ກໍ​ມີຊີວິດ​ຢູ່​ເພື່ອ​ພຣະເຈົ້າ.


ເພາະ​ຄວາມບາບ​ຈະ​ບໍ່​ເປັນ​ນາຍ​ຂອງ​ພວກເຈົ້າ​ອີກ​ຕໍ່ໄປ, ເພາະວ່າ​ພວກເຈົ້າ​ບໍ່​ໄດ້​ຢູ່​ພາຍໃຕ້​ກົດບັນຍັດ, ແຕ່​ຢູ່​ພາຍໃຕ້​ພຣະຄຸນ.


ເຫດສະນັ້ນ, ພວກເຮົາ​ຈຶ່ງ​ຖືກ​ຝັງ​ໄວ້​ກັບ​ພຣະອົງ​ແລ້ວ ໂດຍ​ການ​ຮັບ​ບັບຕິສະມາ​ເຂົ້າ​ໃນ​ຄວາມຕາຍ​ຂອງ​ພຣະອົງ ເພື່ອ​ວ່າ​ພວກເຮົາ​ເອງ​ກໍ​ຈະ​ໄດ້​ມີ​ຊີວິດ​ໃໝ່ ເໝືອນດັ່ງ​ທີ່​ພຣະຄຣິດເຈົ້າ​ໄດ້​ຖືກ​ເຮັດ​ໃຫ້​ເປັນຄືນມາຈາກຕາຍ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະບິດາເຈົ້າ.


ຜູ້​ທີ່​ເປັນ​ປະໂລຫິດ​ໂດຍ​ບໍ່​ໄດ້​ອາໄສ​ກົດລະບຽບ​ການສືບທອດ​ຕາມ​ບັນພະບຸລຸດ​ຂອງ​ພວກເຂົາ ແຕ່​ໂດຍ​ອາໄສ​ລິດອຳນາດ​ແຫ່ງ​ຊີວິດ​ທີ່​ບໍ່​ສາມາດ​ທຳລາຍ​ໄດ້.


ເຫດສະນັ້ນ ພຣະອົງ​ຈຶ່ງ​ສາມາດ​ຊ່ວຍ​ບັນດາ​ຜູ້​ທີ່​ມາ​ຫາ​ພຣະເຈົ້າ​ໂດຍ​ທາງ​ພຣະອົງ​ໄດ້​ຢ່າງ​ສົມບູນ ເພາະ​ພຣະອົງ​ມີຊີວິດ​ຢູ່​ເພື່ອ​ຈະ​ອ້ອນວອນ​ເພື່ອ​ພວກເຂົາ​ສະເໝີ.


ເຮົາ​ເປັນ​ອົງ​ຜູ້​ດຳລົງ​ຊີວິດ​ຢູ່; ເຮົາ​ໄດ້​ຕາຍ​ແລ້ວ ແລະ ບັດນີ້ ເບິ່ງ​ແມ, ເຮົາ​ຍັງ​ມີຊີວິດ​ຢູ່​ຕະຫລອດໄປ​ເປັນນິດ! ແລະ ເຮົາ​ຖື​ກະແຈ​ແຫ່ງ​ຄວາມຕາຍ ແລະ ແດນມໍລະນາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka