Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 6:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ເພາະ​ພວກເຮົາ​ຮູ້​ແລ້ວ​ວ່າ ຊີວິດ​ເກົ່າ​ຂອງ​ພວກເຮົາ​ຖືກ​ຄຶງ​ໄວ້​ກັບ​ພຣະອົງ​ແລ້ວ ເພື່ອ​ວ່າ​ກາຍ​ທີ່​ຖືກ​ຄອບຄອງ​ໂດຍ​ບາບ​ນັ້ນ​ຈະ​ຖືກ​ກຳຈັດ​ໄປ ເພື່ອ​ພວກເຮົາ​ຈະ​ບໍ່​ເປັນ​ຂ້າທາດ​ຂອງ​ຄວາມບາບ​ອີກ​ຕໍ່ໄປ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ພວກເຮົາ​ຮູ້​ສິ່ງ​ນີ້​ແລ້ວ​ວ່າ ຊີວິດ​ເກົ່າ​ຂອງ​ພວກເຮົາ​ນັ້ນ ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະອົງ​ແລ້ວ ແລະ​ຊີວິດ​ເກົ່າ​ຊຶ່ງ​ເປັນ​ທີ່​ຢູ່​ຂອງ​ບາບກຳ​ນັ້ນ ຈະ​ຖືກ​ທຳລາຍ​ເສຍ ແລະ​ພວກເຮົາ​ກໍ​ຈະ​ບໍ່ໄດ້​ເປັນ​ທາດ​ຂອງ​ຄວາມ​ບາບ​ອີກ​ຕໍ່ໄປ.

Uka jalj uñjjattʼäta Copia luraña




ໂຣມ 6:6
18 Jak'a apnaqawi uñst'ayäwi  

ເຫດສະນັ້ນ, ຢ່າ​ໃຫ້​ຄວາມບາບ​ໄດ້​ຄອບຄອງ​ຮ່າງກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກເຈົ້າ ເຊິ່ງ​ເຮັດ​ໃຫ້​ພວກເຈົ້າ​ຕ້ອງ​ຍອມ​ເຮັດຕາມ​ຄວາມປາຖະໜາ​ຊົ່ວ​ຂອງ​ຮ່າງກາຍ​ນັ້ນ.


ແຕ່​ບັດນີ້​ພວກເຈົ້າ​ໄດ້​ເປັນ​ອິດສະຫລະ​ຈາກ​ຄວາມບາບ​ແລ້ວ ແລະ ໄດ້​ກາຍເປັນ​ຂ້າທາດ​ຂອງ​ພຣະເຈົ້າ​ແລ້ວ, ປະໂຫຍດ​ທີ່​ພວກເຈົ້າ​ໄດ້​ຮັບ​ນັ້ນ​ນຳ​ໄປ​ສູ່​ຄວາມບໍລິສຸດ ແລະ ຜົນ​ທີ່​ໄດ້​ຮັບ​ກໍ​ຄື​ຊີວິດ​ນິລັນດອນ.


ພວກເຮົາ​ຮູ້​ແລ້ວ​ວ່າ​ກົດບັນຍັດ​ເປັນ​ເລື່ອງ​ຝ່າຍ​ຈິດວິນຍານ, ແຕ່​ເຮົາ​ບໍ່​ໄດ້​ຢູ່​ຝ່າຍ​ຈິດວິນຍານ, ເຮົາ​ຖືກ​ຂາຍ​ໃຫ້​ເປັນ​ຂ້າທາດ​ຂອງ​ຄວາມບາບ.


ເພາະ​ຖ້າ​ພວກເຈົ້າ​ດຳເນີນຊີວິດ​ຕາມ​ເນື້ອໜັງ​ພວກເຈົ້າ​ກໍ​ຈະ​ຕາຍ, ແຕ່​ຖ້າ​ພວກເຈົ້າ​ໄດ້​ປະຫານ​ການກະທຳ​ອັນ​ຊົ່ວຮ້າຍ​ຂອງ​ຮ່າງກາຍ​ຂອງ​ພວກເຈົ້າ​ໂດຍ​ພຣະວິນຍານ ພວກເຈົ້າ​ກໍ​ຈະ​ມີຊີວິດ​ຢູ່.


ເພາະ​ຄວາມຮັກ​ຂອງ​ພຣະຄຣິດເຈົ້າ​ບັງຄັບ​ພວກເຮົາ​ຢູ່, ເພາະ​ພວກເຮົາ​ໝັ້ນໃຈ​ວ່າ​ຜູ້​ໜຶ່ງ​ໄດ້​ຕາຍ​ເພື່ອ​ຄົນ​ທັງປວງ ແລະ ເຫດສະນັ້ນ ຄົນ​ທັງປວງ​ຈຶ່ງ​ຕາຍ​ແລ້ວ.


ເຮົາ​ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະຄຣິດເຈົ້າ​ແລ້ວ ແລະ ເຮົາ​ຈຶ່ງ​ບໍ່​ມີຊີວິດ​ຢູ່​ຕໍ່ໄປ, ແຕ່​ພຣະຄຣິດເຈົ້າ​ມີຊີວິດ​ຢູ່​ໃນ​ເຮົາ. ຊີວິດ​ທີ່​ເຮົາ​ມີ​ຢູ່​ໃນ​ຮ່າງກາຍ​ນີ້ ເຮົາ​ດໍາເນີນຊີວິດ​ຢູ່​ໂດຍ​ຄວາມເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ໄດ້​ຮັກ​ເຮົາ ແລະ ໄດ້​ມອບ​ພຣະອົງ​ເອງ​ເພື່ອ​ເຮົາ.


ບັນດາ​ຜູ້​ທີ່​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ​ໄດ້​ຄຶງ​ເນື້ອໜັງ​ພ້ອມ​ກັບ​ຕັນຫາ ແລະ ຄວາມປາຖະໜາ​ໄວ້​ທີ່​ໄມ້ກາງແຂນ​ແລ້ວ.


ຂໍ​ຢ່າ​ໃຫ້​ເຮົາ​ອວດອ້າງ​ສິ່ງໃດ​ຍົກເວັ້ນ​ໃນ​ເລື່ອງ​ໄມ້ກາງແຂນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ໂດຍ​ໄມ້ກາງແຂນ​ນັ້ນ​ໂລກ​ຖືກ​ຄຶງ​ໄວ້​ສຳລັບ​ເຮົາ​ແລ້ວ ແລະ ເຮົາ​ຖືກ​ຄຶງ​ໄວ້​ສຳລັບ​ໂລກ​ແລ້ວ.


ພວກເຈົ້າ​ໄດ້​ຖືກ​ສອນ​ກ່ຽວກັບ​ວິຖີຊີວິດ​ເກົ່າ​ຂອງ​ພວກເຈົ້າ, ໃຫ້​ຖອດຖິ້ມ​ສະພາບ​ມະນຸດ​ຄົນ​ເກົ່າ​ຂອງ​ພວກເຈົ້າ ເຊິ່ງ​ກຳລັງ​ຖືກ​ເຮັດ​ໃຫ້​ເສື່ອມເສຍ​ໄປ​ໂດຍ​ຄວາມ​ປາຖະໜາ​ອັນ​ລໍ້ລວງ​ຂອງ​ມັນ;


ເຫດສະນັ້ນ ຈົ່ງ​ຂ້າ​ຕັນຫາ​ຝ່າຍ​ໂລກ​ຂອງ​ພວກເຈົ້າ​ຄື: ການ​ຜິດສິນທຳທາງເພດ, ຄວາມ​ບໍ່ສະອາດ, ລາຄະຕັນຫາ, ຄວາມປາຖະໜາ​ຊົ່ວ ແລະ ຄວາມໂລບ ເຊິ່ງ​ເປັນ​ການຂາບໄຫວ້​ຮູບເຄົາລົບ.


ຄັ້ງ​ໜຶ່ງ​ພວກເຮົາ​ເອງ​ກໍ​ເປັນ​ຄົນ​ໂງ່ຈ້າ, ບໍ່​ເຊື່ອຟັງ, ຫລອກລວງ ແລະ ຕົກ​ເປັນ​ຂ້າທາດ​ຂອງ​ກິເລດຕັນຫາ ແລະ ຄວາມສະໜຸກ​ສະໜານ​ທຸກ​ຊະນິດ. ພວກເຮົາ​ເຄີຍ​ໃຊ້​ຊີວິດ​ໃນ​ຄວາມ​ຊົ່ວຮ້າຍ ແລະ ອິດສາ, ຖືກ​ກຽດຊັງ ແລະ ກຽດຊັງ​ເຊິ່ງກັນແລະກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka