Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 6:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ເພາະ​ຖ້າ​ພວກເຮົາ​ໄດ້​ມີ​ສ່ວນຮ່ວມ​ກັບ​ພຣະອົງ​ໃນ​ການຕາຍ​ເໝືອນ​ພຣະອົງ​ແລ້ວ, ພວກເຮົາ​ກໍ​ຈະ​ມີ​ສ່ວນຮ່ວມ​ໃນ​ການ​ເປັນຄືນມາຈາກຕາຍ​ເໝືອນ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ເພາະວ່າ ຖ້າ​ພວກເຮົາ​ເຂົ້າ​ເປັນ​ອັນໜຶ່ງ​ອັນດຽວ​ກັບ​ພຣະອົງ​ແລ້ວ ໃນ​ຄວາມ​ຕາຍ​ຢ່າງ​ພຣະອົງ​ສັນໃດ ພວກເຮົາ​ກໍ​ຈະ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ພຣະອົງ ໃນ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຢ່າງ​ພຣະອົງ​ສັນນັ້ນ.

Uka jalj uñjjattʼäta Copia luraña




ໂຣມ 6:5
12 Jak'a apnaqawi uñst'ayäwi  

ພຣະອົງ​ຕອບ​ວ່າ, “ຕົ້ນໄມ້​ທຸກ​ຕົ້ນ​ທີ່​ພຣະບິດາ​ຂອງ​ເຮົາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ບໍ່​ໄດ້​ປູກ​ໄວ້ ກໍ​ຈະ​ຖືກ​ຂຸດ​ຮາກ​ຖອນ​ເຫງົ້າ.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ເມັດ​ເຂົ້າຫວີດ​ບໍ່​ຕົກ​ລົງ​ພື້ນດິນ ແລະ ຕາຍ​ໄປ ກໍ​ຄົງ​ຈະ​ມີ​ຢູ່​ພຽງ​ແຕ່​ເມັດ​ດຽວ. ແຕ່​ຖ້າ​ເມັດ​ນັ້ນ​ໄດ້​ຕາຍ​ໄປ​ກໍ​ຈະ​ເກີດຜົນ​ໃຫ້​ມີ​ເມັດ​ອື່ນໆ​ຫລາຍ​ຂຶ້ນ.


ພວກເຮົາ​ແບກ​ຄວາມຕາຍ​ຂອງ​ພຣະເຢຊູເຈົ້າ​ໄວ້​ໃນ​ກາຍ​ຂອງ​ພວກເຮົາ​ສະເໝີ, ເພື່ອ​ວ່າ​ຊີວິດ​ຂອງ​ພຣະເຢຊູເຈົ້າ​ຈະ​ຖືກ​ເປີດເຜີຍ​ໃນ​ຮ່າງກາຍ​ຂອງ​ພວກເຮົາ​ດ້ວຍ.


ພວກເຈົ້າ​ຖືກ​ຝັງ​ໄວ້​ກັບ​ພຣະອົງ​ໃນ​ພິທີບັບຕິສະມາ ແລະ ໃຫ້​ພວກເຈົ້າ​ເປັນຄືນມາຈາກຕາຍ​ດ້ວຍ​ກັນ​ກັບ​ພຣະອົງ​ຜ່ານ​ທາງ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ການທຳງານ​ຂອງ​ພຣະເຈົ້າ​ຜູ້​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ.


ຖ້າ​ພວກເຈົ້າ​ໄດ້​ຮັບ​ການ​ເຮັດ​ໃຫ້​ເປັນຄືນມາ​ດ້ວຍ​ກັນ​ກັບ​ພຣະຄຣິດເຈົ້າ​ແລ້ວ ກໍ​ຈົ່ງ​ໃຫ້​ໃຈ​ຂອງ​ພວກເຈົ້າ​ຈົດຈໍ່​ກັບ​ສິ່ງ​ທີ່​ຢູ່​ເບື້ອງເທິງ ບ່ອນ​ທີ່​ພຣະຄຣິດເຈົ້າ​ນັ່ງ​ຢູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka