Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 6:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ເມື່ອ​ພວກເຈົ້າ​ຍອມ​ມອບ​ພວກເຈົ້າ​ເອງ​ໃຫ້​ເຊື່ອຟັງ​ຢ່າງ​ຂ້າທາດ​ຕໍ່​ຜູ້ໃດ ພວກເຈົ້າ​ກໍ​ເປັນ​ຂ້າທາດ​ຂອງ​ຜູ້​ທີ່​ພວກເຈົ້າ​ເຊື່ອຟັງ​ນັ້ນ? ບໍ່​ວ່າ​ພວກເຈົ້າ​ຈະ​ເປັນ​ຂ້າທາດ​ຂອງ​ຄວາມບາບ ເຊິ່ງ​ນຳ​ໄປ​ສູ່​ຄວາມຕາຍ ຫລື ເປັນ​ຂ້າທາດ​ຂອງ​ການເຊື່ອຟັງ ເຊິ່ງ​ນຳໄປ​ສູ່​ຄວາມຊອບທຳ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ແນ່ນອນ​ພວກເຈົ້າ​ກໍ​ຮູ້​ດີ​ວ່າ ເມື່ອ​ພວກເຈົ້າ​ຍອມ​ເປັນ​ທາດ​ເຊື່ອຟັງ​ຜູ້ໃດ ພວກເຈົ້າ​ກໍ​ເປັນ​ທາດ​ຂອງ​ນາຍ​ທີ່​ພວກເຈົ້າ​ເຊື່ອຟັງ​ນັ້ນ ຄື​ເປັນ​ທາດ​ຂອງ​ບາບກຳ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ ຫລື​ເປັນ​ທາດ​ຂອງ​ຄວາມ​ເຊື່ອຟັງ ຊຶ່ງ​ນຳ​ໄປ​ສູ່​ການ​ເປັນ​ຄົນ​ຊອບທຳ.

Uka jalj uñjjattʼäta Copia luraña




ໂຣມ 6:16
18 Jak'a apnaqawi uñst'ayäwi  

ເພິ່ນ​ຈຶ່ງ​ບອກ​ພວກເຂົາ​ວ່າ, ‘ໃຫ້​ພວກເຈົ້າ​ໄປ​ເຮັດວຽກ​ໃນ​ສວນອະງຸ່ນ​ຂອງ​ຂ້ອຍ​ເໝືອນກັນ ແລະ ຂ້ອຍ​ຈະ​ຈ່າຍ​ຄ່າ​ແຮງງານ​ໃຫ້​ຕາມ​ສົມຄວນ’.


“ບໍ່​ມີ​ຜູ້ໃດ​ສາມາດ​ຮັບໃຊ້​ນາຍ​ສອງ​ຄົນ​ໄດ້. ບໍ່​ວ່າ​ພວກເຈົ້າ​ຈະ​ກຽດຊັງ​ນາຍ​ຜູ້​ນີ້ ແລະ ຮັກ​ນາຍ​ຜູ້​ນັ້ນ, ຫລື ພວກເຈົ້າ​ຈະ​ອຸທິດຕົນ​ຕໍ່​ນາຍ​ຜູ້​ນີ້ ແລະ ດູຖູກ​ນາຍ​ຜູ້​ນັ້ນ. ພວກເຈົ້າ​ບໍ່​ສາມາດ​ຮັບໃຊ້​ທັງ​ພຣະເຈົ້າ ແລະ ຮັບໃຊ້​ເງິນ​ໄດ້.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ທຸກຄົນ​ທີ່​ເຮັດ​ບາບ​ກໍ​ເປັນ​ຂ້າທາດ​ຂອງ​ບາບ​ນັ້ນ.


ພຣະເຈົ້າ​ບໍ່​ໄດ້​ປະຕິເສດ​ບັນດາ​ຄົນ​ຂອງ​ພຣະອົງ​ທີ່​ພຣະອົງ​ຮູ້ຈັກ​ຕັ້ງ​ແຕ່​ກ່ອນ​ແລ້ວ. ພວກເຈົ້າ​ບໍ່​ຮູ້​ພຣະຄຳພີ​ຕອນ​ທີ່​ກ່າວ​ເຖິງ​ເອລີຢາ​ນັ້ນ​ບໍ ທີ່​ເພິ່ນ​ໄດ້​ອຸທອນ​ຕໍ່​ພຣະເຈົ້າ​ກ່ຽວກັບ​ອິດສະຣາເອນ​ວ່າ,


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ ເພື່ອ​ເຫັນແກ່​ຄວາມ​ເມດຕາ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ຮຽກຮ້ອງ​ພວກເຈົ້າ​ທັງຫລາຍ​ໃຫ້​ຖວາຍ​ຮ່າງກາຍ​ຂອງ​ພວກເຈົ້າ​ແກ່​ພຣະເຈົ້າ ເພື່ອ​ເປັນ​ເຄື່ອງຖວາຍ​ບູຊາ​ທີ່​ມີຊີວິດ, ທີ່​ບໍລິສຸດ ແລະ ທີ່​ພໍໃຈ​ພຣະເຈົ້າ ນີ້​ເປັນ​ການນະມັດສະການ​ທີ່​ແທ້ຈິງ ແລະ ເໝາະສົມ.


ແຕ່​ຈົ່ງ​ຂອບພຣະຄຸນ​ພຣະເຈົ້າ​ທີ່​ເຖິງແມ່ນວ່າ​ພວກເຈົ້າ​ເຄີຍ​ເປັນ​ຂ້າທາດ​ຂອງ​ຄວາມບາບ ແຕ່​ພວກເຈົ້າ​ກໍ​ໄດ້​ເຊື່ອຟັງ​ຄຳສອນ​ທີ່​ໄດ້​ມອບໝາຍ​ໃຫ້​ແກ່​ພວກເຈົ້າ​ນັ້ນ​ຢ່າງ​ສຸດ​ໃຈ.


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ພວກເຈົ້າ​ເອງ​ເປັນ​ວິຫານ​ຂອງ​ພຣະເຈົ້າ ແລະ ພຣະວິນຍານ​ຂອງ​ພຣະເຈົ້າ​ກໍ​ສະຖິດ​ຢູ່​ພາຍໃນ​ພວກເຈົ້າ?


ການ​ອວດອ້າງ​ຂອງ​ພວກເຈົ້າ​ນັ້ນ​ບໍ່​ດີ​ເລີຍ. ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ເຊື້ອແປ້ງ​ພຽງ​ແຕ່​ໜ້ອຍດຽວ​ກໍ​ເຮັດ​ໃຫ້​ແປ້ງນວດ​ທັງ​ກ້ອນ​ຟູຂຶ້ນ?


ຫລື ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ເປັນ​ຜູ້ຕັດສິນ​ໂລກ? ແລະ ຖ້າ​ພວກເຈົ້າ​ຈະ​ເປັນ​ຜູ້ຕັດສິນ​ໂລກ ພວກເຈົ້າ​ບໍ່​ມີ​ຄວາມສາມາດ​ທີ່​ຈະ​ຕັດສິນ​ຄະດີ​ເລັກນ້ອຍ​ບໍ?


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ພວກເຮົາ​ຈະ​ຕັດສິນ​ບັນດາ​ເທວະດາ? ຫລາຍ​ກວ່າ​ນັ້ນອີກ​ເທົ່າໃດ ພວກເຮົາ​ຍິ່ງ​ສົມຄວນ​ທີ່​ຈະ​ຈັດການ​ກັບ​ສິ່ງຕ່າງໆ​ໃນ​ຊີວິດ​ນີ້


ຫລື ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ຜູ້​ເຮັດ​ຜິດ​ຈະ​ບໍ່​ໄດ້​ຮັບ​ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ມໍລະດົກ? ຢ່າ​ຫລອກລວງ​ເລີຍ ບໍ່​ວ່າ​ຄົນ​ຜິດສິນທຳທາງເພດ ຫລື ຄົນຂາບໄຫວ້​ຮູບເຄົາລົບ ຫລື ຄົນຫລິ້ນຊູ້ ຫລື ຜູ້ຊາຍ​ມີ​ເພດສຳພັນ​ກັບ​ຜູ້ຊາຍ


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ຜູ້​ທີ່​ຮັບໃຊ້​ໃນ​ວິຫານ​ກໍ​ໄດ້ຮັບ​ອາຫານ​ຂອງ​ຕົນ​ຈາກ​ວິຫານ ແລະ ຜູ້​ທີ່​ຮັບໃຊ້​ຢູ່​ທີ່​ແທ່ນບູຊາ ກໍ​ໄດ້​ຮັບ​ສ່ວນແບ່ງ​ໃນ​ສິ່ງ​ທີ່​ໄດ້​ຖືກ​ຖວາຍ​ເທິງ​ແທ່ນບູຊາ​ນັ້ນ?


ພວກເຈົ້າ​ທັງຫລາຍ​ບໍ່​ຮູ້​ບໍ​ວ່າ​ໃນ​ການແຂ່ງຂັນ​ນັ້ນ ຜູ້​ແລ່ນ​ທຸກຄົນ​ກໍ​ແລ່ນ, ແຕ່​ມີ​ພຽງ​ຄົນ​ດຽວ​ທີ່​ໄດ້ຮັບ​ລາງວັນ? ດັ່ງນັ້ນ ຈົ່ງ​ແລ່ນ​ໃນ​ວິທີ​ທີ່​ຈະ​ໄດ້​ຮັບ​ລາງວັນ.


ພວກເຂົາ​ສັນຍາ​ວ່າ​ຈະ​ໃຫ້​ຄົນ​ເຫລົ່ານັ້ນ​ເປັນ​ອິດສະຫລະ​ໃນ​ຂະນະ​ທີ່​ພວກເຂົາ​ເອງ​ກໍ​ຍັງ​ເປັນ​ຂ້າທາດ​ຂອງ​ຄວາມເສື່ອມໂຊມ​ຢູ່ ເພາະວ່າ “ຄົນ​ເຮົາ​ຖືກ​ສິ່ງໃດ​ຄອບງຳ​ກໍ​ເປັນ​ຂ້າທາດ​ຂອງ​ສິ່ງ​ນັ້ນ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka