Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 6:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ທີ່​ພຣະອົງ​ຕາຍ​ນັ້ນ​ກໍ​ຕາຍ​ຕໍ່​ບາບ​ຄັ້ງ​ດຽວ​ພໍ ແຕ່​ທີ່​ພຣະອົງ​ມີຊີວິດ​ຢູ່​ນັ້ນ​ພຣະອົງ​ກໍ​ມີຊີວິດ​ຢູ່​ເພື່ອ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ໃນ​ຄວາມ​ຕາຍ​ນັ້ນ ພຣະອົງ​ໄດ້​ຕາຍ​ຕໍ່​ບາບກຳ​ຄັ້ງ​ດຽວ​ເປັນ​ການ​ສິ້ນສຸດ, ແຕ່​ໃນ​ການ​ທີ່​ພຣະອົງ​ມີ​ຊີວິດ​ຢູ່​ໃນ​ເວລາ​ນີ້​ນັ້ນ ພຣະອົງ​ກໍ​ມີ​ຊີວິດ​ຢູ່​ເພື່ອ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ໂຣມ 6:10
10 Jak'a apnaqawi uñst'ayäwi  

ພຣະອົງ​ບໍ່​ແມ່ນ​ພຣະເຈົ້າ​ຂອງ​ຄົນຕາຍ ແຕ່​ເປັນ​ພຣະເຈົ້າ​ຂອງ​ຄົນເປັນ ເພາະ​ສຳລັບ​ພຣະອົງ​ແລ້ວ​ທຸກຄົນ​ຍັງ​ມີຊີວິດ​ຢູ່”.


ໃນ​ທຳນອງດຽວກັນ ຈົ່ງ​ຖື​ວ່າ​ພວກເຈົ້າ​ເອງ​ໄດ້​ຕາຍ​ຕໍ່​ຄວາມບາບ​ແລ້ວ ແຕ່​ມີຊີວິດ​ຢູ່​ເພື່ອ​ພຣະເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ.


ເພາະ​ພວກເຮົາ​ຮູ້​ວ່າ​ພຣະຄຣິດເຈົ້າ​ຖືກ​ເຮັດ​ໃຫ້​ເປັນຄືນມາຈາກຕາຍ​ແລ້ວ ພຣະອົງ​ຈະ​ບໍ່​ມີ​ວັນ​ຕາຍ​ອີກ, ຄວາມຕາຍ​ບໍ່​ມີ​ອຳນາດ​ເໜືອ​ພຣະອົງ​ອີກ​ຕໍ່ໄປ.


ເພາະ​ສິ່ງ​ທີ່​ກົດບັນຍັດ​ເຮັດ​ບໍ່​ໄດ້ ເນື່ອງ​ຈາກ​ເນື້ອໜັງ​ເຮັດ​ໃຫ້​ອ່ອນແອ​ນັ້ນ​ພຣະເຈົ້າ​ກໍ​ໄດ້​ເຮັດ​ແລ້ວ ໂດຍ​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ເອງ​ມາ​ໃນ​ສະພາບ​ເໝືອນ​ກັບ​ມະນຸດ​ທີ່​ເປັນ​ຄົນບາບ ເພື່ອ​ເປັນ​ເຄື່ອງບູຊາ​ໄຖ່​ຄວາມບາບ ແລະ ດັ່ງນັ້ນ​ພຣະອົງ​ໄດ້​ຕັດສິນ​ລົງໂທດ​ຄວາມບາບ​ໃນ​ມະນຸດ​ທີ່​ເປັນ​ຄົນບາບ,


ແລະ ພຣະອົງ​ໄດ້​ຕາຍ​ເພື່ອ​ຄົນ​ທັງປວງ ເຊິ່ງ​ບັນດາ​ຜູ້​ມີຊີວິດ​ຢູ່​ຈຶ່ງ​ບໍ່​ຄວນ​ຢູ່​ເພື່ອ​ຕົນເອງ​ອີກ​ຕໍ່ໄປ ແຕ່​ຢູ່​ເພື່ອ​ພຣະອົງ​ຜູ້​ໄດ້​ຕາຍ​ເພື່ອ​ພວກເຂົາ ແລະ ໄດ້​ເປັນຄືນມາ​ອີກ.


ພຣະເຈົ້າ​ໄດ້​ກະທຳ​ໃຫ້​ພຣະອົງ​ຜູ້​ປາດສະຈາກ​ຄວາມບາບ​ນັ້ນ​ໃຫ້​ມີ​ຄວາມບາບ​ເພື່ອ​ພວກເຮົາ, ເພື່ອ​ວ່າ​ໃນ​ພຣະອົງ​ພວກເຮົາ​ຈະ​ກາຍເປັນ​ຜູ້ຊອບທຳ​ຂອງ​ພຣະເຈົ້າ.


ເພາະ​ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ລຶບລ້າງ​ບາບ​ພຽງ​ຄັ້ງ​ດຽວ​ເປັນ​ການ​ສິ້ນສຸດ ຄື​ຄົນຊອບທຳ​ຕາຍ​ເພື່ອ​ຄົນອະທຳ​ເພື່ອ​ນຳ​ພວກເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ. ພຣະອົງ​ຖືກ​ປະຫານ​ທາງ​ຮ່າງກາຍ ແຕ່​ພຣະອົງ​ຖືກ​ບັນດານ​ໃຫ້​ເປັນຄືນມາ​ທາງ​ພຣະວິນຍານ.


ດ້ວຍ​ເຫດຜົນ​ນີ້​ຂ່າວປະເສີດ​ຈຶ່ງ​ໄດ້​ຖືກ​ປະກາດ​ອອກໄປ​ເຖິງ​ແມ່ນ​ແຕ່​ແກ່​ຄົນ​ທີ່​ຕາຍ​ໄປ​ແລ້ວ, ເພື່ອ​ວ່າ​ພວກເຂົາ​ຈະ​ຖືກ​ຕັດສິນ​ຕາມ​ມາດຕະຖານ​ຂອງ​ມະນຸດ​ທາງ​ຮ່າງກາຍ ແຕ່​ທາງ​ຈິດວິນຍານ​ພວກເຂົາ​ຈະ​ມີຊີວິດ​ຢູ່​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka