Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 5:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ຫາ​ຍາກ​ທີ່ສຸດ​ຈະ​ມີ​ຄົນ​ຍອມ​ຕາຍ​ເພື່ອ​ຄົນຊອບທຳ, ເຖິງ​ວ່າ​ອາດ​ຈະ​ມີ​ບາງຄົນ​ກ້າ​ຕາຍ​ເພື່ອ​ຄົນ​ດີ​ກໍ​ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ດ້ວຍວ່າ, ບໍ່​ຄ່ອຍ​ຈະ​ມີ​ຜູ້ໃດ​ຍອມ​ຕາຍ​ແທນ​ຄົນ​ຊອບທຳ, ແຕ່​ບາງທີ​ອາດ​ມີ​ຄົນ​ກ້າ​ຕາຍ​ແທນ​ຄົນ​ດີ​ກໍໄດ້.

Uka jalj uñjjattʼäta Copia luraña




ໂຣມ 5:7
11 Jak'a apnaqawi uñst'ayäwi  

ເພາະ​ຈິດໃຈ​ຂອງ​ບັນດາ​ຄົນ​ເຫລົ່ານີ້​ດື້ດ້ານ ພວກເຂົາ​ບໍ່​ຍອມ​ເປີດ​ຫູ​ຂອງ​ພວກເຂົາ, ແລະ ພວກເຂົາ​ປິດ​ຕາ​ຂອງ​ພວກເຂົາ ບໍ່​ດັ່ງນັ້ນ​ແລ້ວ​ພວກເຂົາ​ຈະ​ໄດ້​ເຫັນ​ກັບ​ຕາ​ຂອງ​ພວກເຂົາ, ໄດ້​ຍິນ​ກັບ​ຫູ​ຂອງ​ພວກເຂົາ, ເຂົ້າໃຈ​ດ້ວຍ​ໃຈ​ຂອງ​ພວກເຂົາ. ແລະ ຫັນ​ກັບ​ມາ ແລ້ວ​ເຮົາ​ຈະ​ຮັກສາ​ພວກເຂົາ​ໃຫ້​ຫາຍດີ’.


ບໍ່​ມີ​ຜູ້ໃດ​ມີ​ຄວາມຮັກ​ຍິ່ງໃຫຍ່​ກວ່າ​ນີ້​ຄື: ການ​ທີ່​ຜູ້​ໜຶ່ງ​ຍອມ​ສະຫລະ​ຊີວິດ​ເພື່ອ​ມິດສະຫາຍ​ຂອງ​ຕົນ.


ບາຣະນາບາ​ເປັນ​ຄົນ​ດີ, ເຕັມ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ຄວາມເຊື່ອ, ແລ້ວ​ຈຶ່ງ​ມີ​ຄົນ​ຈຳນວນ​ຫລວງຫລາຍ​ໄດ້​ມາ​ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ.


ພວກເພິ່ນ​ໄດ້​ສ່ຽງ​ຊີວິດ​ຂອງ​ຕົນ​ເອງ​ເພື່ອ​ເຮົາ. ບໍ່​ພຽງ​ແຕ່​ເຮົາ​ເທົ່ານັ້ນ ແຕ່​ຄຣິສຕະຈັກ​ທັງຫລາຍ​ຂອງ​ຄົນຕ່າງຊາດ​ກໍ​ສຳນຶກ​ໃນ​ບຸນຄຸນ​ຂອງ​ພວກເພິ່ນ​ດ້ວຍ.


ຂະນະ​ທີ່​ພວກເຮົາ​ຍັງ​ຂາດ​ກຳລັງ​ຢູ່​ນັ້ນ, ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ຄົນບາບ​ໃນ​ເວລາ​ທີ່​ເໝາະສົມ.


ແຕ່​ພຣະເຈົ້າ​ໄດ້​ສະແດງ​ຄວາມຮັກ​ຂອງ​ພຣະອົງ​ເອງ​ແກ່​ພວກເຮົາ​ທັງຫລາຍ​ຄື: ຂະນະ​ທີ່​ພວກເຮົາ​ຍັງ​ເປັນ​ຄົນບາບ​ຢູ່​ນັ້ນ ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ພວກເຮົາ.


ນີ້​ຄື​ວິທີ​ທີ່​ພວກເຮົາ​ຈະ​ຮູ້​ວ່າ​ຄວາມຮັກ​ຄື​ອັນໃດ ກໍ​ຄື​ພຣະເຢຊູຄຣິດເຈົ້າ​ສະຫລະ​ຊີວິດ​ຂອງ​ພຣະອົງ​ເພື່ອ​ພວກເຮົາ ແລະ ພວກເຮົາ​ກໍ​ຄວນ​ສະຫລະ​ຊີວິດ​ຂອງ​ພວກເຮົາ​ເພື່ອ​ພີ່ນ້ອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka