ໂຣມ 5:21 - ພຣະຄຳພີລາວສະບັບສະໄໝໃໝ່21 ເພື່ອວ່າຄວາມບາບໄດ້ຄອບຄອງໃນຄວາມຕາຍຢ່າງໃດ ພຣະຄຸນກໍຈະໄດ້ຄອບຄອງຜ່ານທາງຄວາມຊອບທຳ ເພື່ອຊີວິດນິລັນດອນຈະມາທາງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາຢ່າງນັ້ນ. Uka jalj uñjjattʼätaພຣະຄຳພີສັກສິ21 ເພື່ອວ່າບາບກຳໄດ້ຄອບງຳໃຫ້ເຖິງຊຶ່ງຄວາມຕາຍສັນໃດ, ພຣະຄຸນຂອງພຣະເຈົ້າກໍຄອບງຳໃຫ້ເຖິງຊຶ່ງຄວາມຊອບທຳ ທັງນຳພວກເຮົາໄປສູ່ຊີວິດນິຣັນດອນ ໂດຍທາງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາສັນນັ້ນ. Uka jalj uñjjattʼäta |
ຖ້າຫາກວ່າໂດຍການລ່ວງລະເມີດຂອງມະນຸດຄົນດຽວ ເປັນເຫດໃຫ້ຄວາມຕາຍໄດ້ຄອບຄອງໂດຍຜ່ານທາງມະນຸດຄົນດຽວນັ້ນ, ຫລາຍກວ່ານັ້ນອີກເທົ່າໃດ ບັນດາຜູ້ທີ່ໄດ້ຮັບພຣະຄຸນອັນບໍລິບູນ ແລະ ຂອງປະທານແຫ່ງຄວາມຊອບທຳທີ່ພຣະເຈົ້າໄດ້ຈັດຕຽມໄວ້ຢ່າງລົ້ນເຫລືອ ກໍຈະຄອບຄອງໃນຊີວິດໂດຍຜ່ານທາງມະນຸດຜູ້ດຽວຄື ພຣະເຢຊູຄຣິດເຈົ້າ.