Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 5:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ດັ່ງນັ້ນ, ການລ່ວງລະເມີດ​ພຽງແຕ່​ເທື່ອ​ດຽວ​ສົ່ງ​ຜົນ​ໃຫ້​ຄົນ​ທັງຫລາຍ​ຖືກ​ລົງໂທດ​ຢ່າງໃດ ການກະທຳ​ອັນ​ຊອບທຳ​ພຽງແຕ່​ເທື່ອ​ດຽວ​ກໍ​ສົ່ງ​ຜົນ​ໃຫ້​ຄົນ​ທັງຫລາຍ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ ແລະ ໄດ້​ຮັບ​ຊີວິດ​ຢ່າງນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ເພາະສະນັ້ນ ການ​ພິພາກສາ​ລົງໂທດ​ໄດ້​ມາ​ເຖິງ​ຄົນ​ທັງປວງ ເພາະ​ການ​ລະເມີດ​ພຽງ​ເທື່ອ​ດຽວ​ສັນໃດ ການ​ກະທຳ​ອັນ​ຊອບທຳ​ເທື່ອ​ດຽວ ກໍ​ນຳ​ຄວາມ​ຊອບທຳ​ທີ່​ໃຫ້​ມີ​ຊີວິດ ມາ​ເຖິງ​ທຸກຄົນ​ສັນນັ້ນ.

Uka jalj uñjjattʼäta Copia luraña




ໂຣມ 5:18
17 Jak'a apnaqawi uñst'ayäwi  

ເພິ່ນ​ໄດ້​ມາ​ໃນ​ຖານະ​ເປັນພະຍານ​ເພື່ອ​ຢືນຢັນ​ກ່ຽວກັບ​ຄວາມສະຫວ່າງ​ນັ້ນ, ເພື່ອ​ວ່າ​ຄົນ​ທັງປວງ​ຈະ​ໄດ້​ເຊື່ອ​ຜ່ານ​ທາງ​ເພິ່ນ.


ແຕ່​ເມື່ອ​ເຮົາ​ຖືກ​ຍົກ​ຂຶ້ນ​ຈາກ​ແຜ່ນດິນໂລກ​ນີ້​ແລ້ວ, ເຮົາ​ຈະ​ນຳ​ຄົນ​ທັງຫລາຍ​ມາ​ຫາ​ເຮົາ”.


ພວກເຂົາ​ຈຶ່ງ​ມາ​ຫາ​ໂຢຮັນ ແລະ ເວົ້າ​ກັບ​ເພິ່ນ​ວ່າ, “ອາຈານ​ເອີຍ, ເບິ່ງແມ ຊາຍ​ຄົນ​ນັ້ນ​ເຄີຍ​ຢູ່​ກັບ​ທ່ານ​ທີ່​ອີກ​ຟາກ​ໜຶ່ງ​ຂອງ​ແມ່ນ້ຳຈໍແດນ ຄື​ຜູ້​ທີ່​ທ່ານ​ເປັນພະຍານ​ເຖິງ​ນັ້ນ, ເພິ່ນ​ກຳລັງ​ໃຫ້​ບັບຕິສະມາ​ຢູ່ ແລະ ທຸກຄົນ​ກໍ​ກຳລັງ​ໄປ​ຫາ​ເພິ່ນ”.


ໂດຍ​ທາງ​ພຣະອົງ​ນັ້ນ ທຸກຄົນ​ທີ່​ເຊື່ອ​ກໍ​ໄດ້​ຮັບ​ອິດສະຫລະ​ຈາກ​ບາບ​ທຸກ​ຢ່າງ, ເຊິ່ງ​ເປັນ​ການ​ຊຳລະ​ທີ່​ພວກເຈົ້າ​ບໍ່​ສາມາດ​ໄດ້​ມາ​ພາຍໃຕ້​ກົດບັນຍັດ​ຂອງ​ໂມເຊ.


ພຣະເຈົ້າ​ໃຫ້​ພຣະເຢຊູເຈົ້າ​ເປັນ​ເຄື່ອງຖວາຍບູຊາໄຖ່ບາບ​ແກ່​ທຸກຄົນ​ທີ່​ມີ​ຄວາມເຊື່ອ​ໃນ​ໂລຫິດ​ຂອງ​ພຣະເຢຊູເຈົ້າ. ພຣະເຈົ້າ​ກະທຳ​ເຊັ່ນ​ນີ້​ກໍ​ເພື່ອ​ສະແດງ​ໃຫ້​ເຫັນ​ຄວາມ​ຍຸຕິທຳ​ຂອງ​ພຣະອົງ ເພາະ​ໂດຍ​ຄວາມ​ອົດກັ້ນ ພຣະອົງ​ຈຶ່ງ​ບໍ່​ໄດ້​ລົງໂທດ​ພວກເຂົາ​ທີ່​ໄດ້​ເຮັດ​ບາບ​ກ່ອນໜ້າ​ນັ້ນ.


ພຣະເຢຊູເຈົ້າ​ໄດ້​ຖືກ​ມອບໄວ້​ໃຫ້​ເຖິງ​ແກ່​ຄວາມຕາຍ​ເພາະ​ບາບກຳ​ຂອງ​ພວກເຮົາ ແລະ ໄດ້​ຄືນມາ​ມີຊີວິດ​ເພື່ອ​ໃຫ້​ພວກເຮົາ​ເປັນ​ຜູ້ຊອບທຳ.


ເຫດສະນັ້ນ, ຄວາມບາບ​ໄດ້​ເຂົ້າມາ​ໃນ​ໂລກ​ຜ່ານທາງ​ມະນຸດ​ຄົນ​ດຽວ ແລະ ຄວາມບາບ​ນັ້ນ​ກໍ​ນຳ​ຄວາມຕາຍ​ມາ ແລະ ໂດຍ​ທາງ​ນີ້​ແຫລະ ຄວາມຕາຍ​ຈຶ່ງ​ມາ​ເຖິງ​ມະນຸດ​ທຸກຄົນ​ເພາະວ່າ​ທຸກຄົນ​ໄດ້​ເຮັດ​ບາບ.


ແຕ່​ວ່າ​ຂອງປະທານ​ນັ້ນ​ຕ່າງ​ຈາກ​ການລ່ວງລະເມີດ. ເພາະ​ຖ້າ​ຄົນ​ຈຳນວນ​ຫລວງຫລາຍ​ຕ້ອງ​ຕາຍ​ໂດຍ​ການລ່ວງລະເມີດ​ຂອງ​ມະນຸດ​ພຽງແຕ່​ຄົນ​ດຽວ, ຫລາຍກວ່ານັ້ນ​ອີກ​ເທົ່າໃດ ພຣະຄຸນ​ຂອງ​ພຣະເຈົ້າ ແລະ ຂອງປະທານ​ທີ່​ມາ​ໂດຍ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ຜູ້​ດຽວ​ນັ້ນ ກໍ​ຈະ​ໄຫລລົ້ນ​ໄປ​ສູ່​ຄົນ​ຈຳນວນ​ຫລວງຫລາຍ!


ດ້ວຍວ່າ ການ​ບໍ່​ເຊື່ອຟັງ​ຂອງ​ມະນຸດ​ຄົນ​ດຽວ​ເຮັດ​ໃຫ້​ຄົນ​ຈຳນວນຫລາຍ​ເປັນ​ຄົນບາບ​ຢ່າງໃດ ການເຊື່ອຟັງ​ຂອງ​ມະນຸດ​ຄົນດຽວ​ກໍ​ເຮັດໃຫ້​ຄົນ​ຈຳນວນຫລາຍ​ເປັນ​ຜູ້ຊອບທຳ​ຢ່າງນັ້ນ.


ເພາະ​ຄວາມບາບ​ຈະ​ບໍ່​ເປັນ​ນາຍ​ຂອງ​ພວກເຈົ້າ​ອີກ​ຕໍ່ໄປ, ເພາະວ່າ​ພວກເຈົ້າ​ບໍ່​ໄດ້​ຢູ່​ພາຍໃຕ້​ກົດບັນຍັດ, ແຕ່​ຢູ່​ພາຍໃຕ້​ພຣະຄຸນ.


ດ້ວຍວ່າ ໃນ​ອາດາມ​ຄົນ​ທັງປວງ​ກໍ​ຕາຍ​ສັນໃດ ໃນ​ພຣະຄຣິດເຈົ້າ​ຄົນ​ທັງປວງ​ກໍ​ຈະ​ຖືກ​ບັນດານ​ໃຫ້​ໄດ້​ຮັບ​ຊີວິດ​ສັນນັ້ນ.


ແຕ່​ພວກເຮົາ​ເຫັນ​ພຣະເຢຊູເຈົ້າ​ຜູ້​ຖືກ​ເຮັດ​ໃຫ້​ຕ່ຳ​ກວ່າ​ເທວະດາ​ພຽງ​ຊົ່ວຂະນະໜຶ່ງ​ນັ້ນ, ບັດນີ້ ໄດ້​ສວມ​ມົງກຸດ​ແຫ່ງ​ສະຫງ່າລາສີ ແລະ ກຽດຕິຍົດ​ແລ້ວ ເພາະ​ພຣະອົງ​ໄດ້​ທົນທຸກທໍລະມານ​ຈົນ​ຕາຍ ເພື່ອ​ວ່າ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ພຣະອົງ​ຈະ​ໄດ້​ຊິມ​ລົດ​ຄວາມຕາຍ​ເພື່ອ​ທຸກຄົນ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ຊີໂມນ​ເປໂຕ ຜູ້​ເປັນ​ຜູ້ຮັບໃຊ້ ແລະ ເປັນ​ອັກຄະສາວົກ​ຂອງ​ພຣະເຢຊູຄຣິດເຈົ້າ, ເຖິງ​ບັນດາ​ຜູ້​ທີ່​ໄດ້​ຮັບ​ຄວາມເຊື່ອ​ອັນ​ລ້ຳຄ່າ​ເໝືອນ​ກັບ​ທີ່​ພວກເຮົາ​ໄດ້​ຮັບ​ໂດຍ​ຜ່ານທາງ​ຄວາມຊອບທຳ​ຂອງ​ພຣະເຈົ້າ ແລະ ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ:


ແຕ່​ພວກເຈົ້າ​ທັງຫລາຍ​ໄດ້​ຮັບ​ການເຈີມ​ຈາກ​ອົງ​ບໍລິສຸດ​ແລ້ວ ແລະ ພວກເຈົ້າ​ທຸກຄົນ​ກໍ​ຮູ້​ຄວາມຈິງ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka