Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 5:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ແລະ ຂອງປະທານ​ຈາກ​ພຣະເຈົ້າ​ກໍ​ບໍ່​ສາມາດ​ທຽບ​ກັບ​ຜົນ​ທີ່​ເກີດ​ຈາກ​ບາບ​ຂອງ​ມະນຸດ​ຄົນດຽວ​ຄື: ການພິພາກສາ​ເກີດຂຶ້ນ​ຫລັງຈາກ​ການເຮັດບາບ​ພຽງແຕ່​ເທື່ອ​ດຽວ ແລະ ນຳ​ໄປ​ສູ່​ການລົງໂທດ, ແຕ່​ຂອງປະທານ​ເກີດຂຶ້ນ​ຫລັງຈາກ​ການລ່ວງລະເມີດ​ຫລາຍ​ຄັ້ງ ແລະ ນຳ​ໄປ​ສູ່​ການ​ນັບ​ວ່າ​ເປັນ​ຜູ້ຊອບທຳ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ແລະ​ຂອງ​ປະທານ​ນັ້ນ ກໍ​ບໍ່​ເໝືອນ​ກັບ​ຜົນ​ທີ່​ເກີດ​ຈາກ​ບາບກຳ​ຂອງ​ມະນຸດ​ຜູ້​ດຽວ ເພາະວ່າ​ການ​ຊົງ​ພິພາກສາ ທີ່​ຈະ​ເກີດຂຶ້ນ​ເນື່ອງ​ຈາກ​ການ​ລະເມີດ​ພຽງ​ເທື່ອ​ດຽວ ໄດ້​ນຳ​ໄປ​ສູ່​ການ​ລົງໂທດ, ແຕ່​ຂອງ​ປະທານ​ຈາກ​ພຣະເຈົ້າ ພາຍຫລັງ​ການ​ລະເມີດ​ຫລາຍ​ຄັ້ງ​ນັ້ນ ກໍ​ນຳ​ໄປ​ສູ່​ຄວາມ​ຊອບທຳ.

Uka jalj uñjjattʼäta Copia luraña




ໂຣມ 5:16
14 Jak'a apnaqawi uñst'ayäwi  

ຖ້າ​ພວກເຈົ້າ​ຍົກໂທດ​ໃຫ້​ຜູ້​ອື່ນ​ທີ່​ໄດ້​ເຮັດ​ບາບ​ຕໍ່​ພວກເຈົ້າ, ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ໃນ​ສະຫວັນ ກໍ​ຈະ​ຍົກໂທດ​ໃຫ້​ພວກເຈົ້າ​ເໝືອນ​ກັນ.


ເຫດສະນັ້ນ ບັດນີ້​ຈຶ່ງ​ບໍ່​ມີ​ການລົງໂທດ​ແກ່​ບັນດາ​ຜູ້​ທີ່​ຢູ່ໃນ​ພຣະເຢຊູຄຣິດເຈົ້າ


ເຖິງ​ຢ່າງໃດ​ກໍ​ຕາມ ເມື່ອ​ອົງພຣະຜູ້ເປັນເຈົ້າ​ພິພາກສາ​ພວກເຮົາ​ໃນ​ວິທີ​ນີ້, ພຣະອົງ​ຕີສອນ​ພວກເຮົາ ເພື່ອ​ວ່າ​ໃນ​ທີ່ສຸດ​ພວກເຮົາ​ຈະ​ບໍ່​ໄດ້​ຖືກ​ຕັດສິນລົງໂທດ​ຮ່ວມ​ກັບ​ໂລກ.


ເພາະ​ທຸກຄົນ​ທີ່​ອາໄສ​ການປະຕິບັດ​ຕາມ​ກົດບັນຍັດ​ກໍ​ຢູ່​ໃຕ້​ຄຳສາບແຊ່ງ ດັ່ງ​ທີ່​ມີ​ຂຽນ​ໄວ້​ວ່າ: “ທຸກຄົນ​ທີ່​ບໍ່​ປະຕິບັດ​ຕາມ​ທຸກສິ່ງ​ທີ່​ຂຽນ​ໄວ້​ໃນ​ໜັງສື​ກົດບັນຍັດ​ກໍ​ຖືກ​ສາບແຊ່ງ”.


ເພາະ​ຜູ້ໃດ​ກໍ​ຕາມ​ທີ່​ເຮັດ​ຕາມ​ກົດບັນຍັດ​ໄດ້​ທັງໝົດ​ແຕ່​ເຮັດ​ຜິດພາດ​ພຽງ​ຈຸດ​ດຽວ ກໍ​ມີ​ຄວາມຜິດ​ເທົ່າ​ກັບ​ລະເມີດ​ກົດບັນຍັດ​ທັງໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka