Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 5:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ແຕ່​ວ່າ​ຂອງປະທານ​ນັ້ນ​ຕ່າງ​ຈາກ​ການລ່ວງລະເມີດ. ເພາະ​ຖ້າ​ຄົນ​ຈຳນວນ​ຫລວງຫລາຍ​ຕ້ອງ​ຕາຍ​ໂດຍ​ການລ່ວງລະເມີດ​ຂອງ​ມະນຸດ​ພຽງແຕ່​ຄົນ​ດຽວ, ຫລາຍກວ່ານັ້ນ​ອີກ​ເທົ່າໃດ ພຣະຄຸນ​ຂອງ​ພຣະເຈົ້າ ແລະ ຂອງປະທານ​ທີ່​ມາ​ໂດຍ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ຜູ້​ດຽວ​ນັ້ນ ກໍ​ຈະ​ໄຫລລົ້ນ​ໄປ​ສູ່​ຄົນ​ຈຳນວນ​ຫລວງຫລາຍ!

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ແຕ່​ວ່າ​ຂອງ​ປະທານ​ທີ່​ມາ​ດ້ວຍ​ພຣະຄຸນ​ນັ້ນ​ບໍ່​ເໝືອນ​ກັບ​ການ​ລະເມີດ ເພາະ​ຖ້າ​ຄົນ​ຈຳນວນ​ຫລວງຫລາຍ​ຕ້ອງ​ຕາຍ ເພາະ​ການ​ລະເມີດ​ຂອງ​ມະນຸດ​ຄົນ​ດຽວ ຫລາຍກວ່າ​ນັ້ນ​ອີກ ພຣະຄຸນ​ຂອງ​ພຣະເຈົ້າ ແລະ​ຂອງ​ປະທານ​ທີ່​ມາ​ດ້ວຍ​ພຣະຄຸນ​ຂອງ​ພຣະອົງ​ຜູ້​ດຽວ ຄື​ພຣະເຢຊູ​ຄຣິດເຈົ້າ​ກໍ​ມີ​ບໍຣິບູນ​ແກ່​ຄົນ​ຈຳນວນ​ຫລາຍ​ດ້ວຍ.

Uka jalj uñjjattʼäta Copia luraña




ໂຣມ 5:15
20 Jak'a apnaqawi uñst'ayäwi  

ເໝືອນດັ່ງ​ບຸດມະນຸດ​ບໍ່​ໄດ້​ມາ​ເພື່ອ​ໃຫ້​ຄົນ​ອື່ນ​ຮັບໃຊ້ ແຕ່​ມາ​ເພື່ອ​ຮັບໃຊ້ ແລະ ສະຫລະ​ຊີວິດ​ຂອງ​ພຣະອົງ​ເປັນ​ຄ່າໄຖ່​ເພື່ອ​ຄົນ​ທັງຫລາຍ”.


ນີ້​ຄື​ເລືອດ​ຂອງ​ເຮົາ ເຊິ່ງ​ເປັນ​ເລືອດ​ແຫ່ງ​ພັນທະສັນຍາ ທີ່​ຖອກ​ອອກ​ມາ​ເພື່ອ​ອະໄພ​ຄວາມບາບ​ໃຫ້​ແກ່​ຄົນ​ທັງຫລາຍ.


ເພາະ​ພຣະເຈົ້າ​ຮັກ​ໂລກ​ຈົນ​ໄດ້​ມອບ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ ເພື່ອ​ທຸກຄົນ​ທີ່​ເຊື່ອ​ໃນ​ພຣະບຸດ​ນັ້ນ​ຈະ​ບໍ່​ຈິບຫາຍ ແຕ່​ມີ​ຊີວິດ​ອັນ​ຕະຫລອດໄປ​ເປັນນິດ.


ພຣະເຢຊູເຈົ້າ​ຕອບ​ນາງ​ວ່າ, “ຖ້າ​ເຈົ້າ​ຮູ້ຈັກ​ຂອງຂວັນ​ທີ່​ພຣະເຈົ້າ​ມອບ​ໃຫ້ ແລະ ຮູ້ຈັກ​ຜູ້​ທີ່​ກຳລັງ​ຂໍ​ດື່ມນ້ຳ​ຈາກ​ເຈົ້າ, ເຈົ້າ​ກໍ​ຄົງ​ຈະ​ຂໍ​ຈາກ​ເພິ່ນ ແລະ ເພິ່ນ​ຈະ​ໃຫ້​ນ້ຳ​ທີ່​ມີຊີວິດ​ແກ່​ເຈົ້າ”.


ຢ່າ​ເລີຍ! ພວກເຮົາ​ເຊື່ອ​ວ່າ​ພວກເຮົາ​ຈະ​ພົ້ນ​ໄດ້​ກໍ​ໂດຍ​ພຣະຄຸນ​ຂອງ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ເໝືອນ​ກັນ​ກັບ​ພວກເຂົາ”.


ເຫດສະນັ້ນ, ຄວາມບາບ​ໄດ້​ເຂົ້າມາ​ໃນ​ໂລກ​ຜ່ານທາງ​ມະນຸດ​ຄົນ​ດຽວ ແລະ ຄວາມບາບ​ນັ້ນ​ກໍ​ນຳ​ຄວາມຕາຍ​ມາ ແລະ ໂດຍ​ທາງ​ນີ້​ແຫລະ ຄວາມຕາຍ​ຈຶ່ງ​ມາ​ເຖິງ​ມະນຸດ​ທຸກຄົນ​ເພາະວ່າ​ທຸກຄົນ​ໄດ້​ເຮັດ​ບາບ.


ເພາະ​ຄ່າຕອບແທນ​ຂອງ​ຄວາມບາບ​ກໍ​ຄື​ຄວາມຕາຍ, ແຕ່​ຂອງປະທານ​ທີ່​ມາ​ຈາກ​ພຣະເຈົ້າ​ກໍ​ຄື​ຊີວິດ​ນິລັນດອນ​ໃນ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ເພາະ​ຄວາມຮັກ​ຂອງ​ພຣະຄຣິດເຈົ້າ​ບັງຄັບ​ພວກເຮົາ​ຢູ່, ເພາະ​ພວກເຮົາ​ໝັ້ນໃຈ​ວ່າ​ຜູ້​ໜຶ່ງ​ໄດ້​ຕາຍ​ເພື່ອ​ຄົນ​ທັງປວງ ແລະ ເຫດສະນັ້ນ ຄົນ​ທັງປວງ​ຈຶ່ງ​ຕາຍ​ແລ້ວ.


ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ຂອງປະທານ​ຂອງ​ພຣະອົງ ເຊິ່ງ​ເກີນ​ທີ່​ຈະ​ພັນລະນາ​ໄດ້.


ດ້ວຍວ່າ ພວກເຈົ້າ​ໄດ້​ຮັບ​ຄວາມພົ້ນ​ນັ້ນ​ກໍ​ໂດຍ​ພຣະຄຸນ​ຜ່ານ​ທາງ​ຄວາມເຊື່ອ ແລະ ຄວາມລອດພົ້ນ​ນີ້​ບໍ່​ໄດ້​ມາ​ຈາກ​ພວກເຈົ້າເອງ, ແຕ່​ເປັນ​ຂອງປະທານ​ຈາກ​ພຣະເຈົ້າ


ແຕ່​ພວກເຮົາ​ເຫັນ​ພຣະເຢຊູເຈົ້າ​ຜູ້​ຖືກ​ເຮັດ​ໃຫ້​ຕ່ຳ​ກວ່າ​ເທວະດາ​ພຽງ​ຊົ່ວຂະນະໜຶ່ງ​ນັ້ນ, ບັດນີ້ ໄດ້​ສວມ​ມົງກຸດ​ແຫ່ງ​ສະຫງ່າລາສີ ແລະ ກຽດຕິຍົດ​ແລ້ວ ເພາະ​ພຣະອົງ​ໄດ້​ທົນທຸກທໍລະມານ​ຈົນ​ຕາຍ ເພື່ອ​ວ່າ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ພຣະອົງ​ຈະ​ໄດ້​ຊິມ​ລົດ​ຄວາມຕາຍ​ເພື່ອ​ທຸກຄົນ.


ພຣະອົງ​ເປັນ​ເຄື່ອງບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ພວກເຮົາ​ທັງຫລາຍ ແລະ ບໍ່​ແມ່ນ​ພຽງ​ແຕ່​ເພື່ອ​ບາບ​ຂອງ​ພວກເຮົາ​ເທົ່ານັ້ນ​ແຕ່​ເພື່ອ​ບາບ​ຂອງ​ຄົນ​ທົ່ວ​ໂລກ​ດ້ວຍ.


ແລະ ນີ້​ແມ່ນ​ຄຳພະຍານ​ຄື: ພຣະເຈົ້າ​ໄດ້​ໃຫ້​ຊີວິດ​ນິລັນດອນ​ແກ່​ພວກເຮົາ ແລະ ຊີວິດ​ນີ້​ມີ​ຢູ່ໃນ​ພຣະບຸດ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka