Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 5:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ເຖິງຢ່າງໃດ​ກໍ​ຕາມ, ຄວາມຕາຍ​ກໍ​ຄອບຄອງ​ມາ​ຕັ້ງແຕ່​ສະໄໝ​ຂອງ​ອາດາມ​ຈົນ​ເຖິງ​ສະໄໝ​ຂອງ​ໂມເຊ, ແມ່ນ​ແຕ່​ຄົນ​ທີ່​ບໍ່​ໄດ້​ເຮັດ​ບາບ​ໂດຍ​ລະເມີດ​ຄຳສັ່ງ​ເໝືອນ​ກັບ​ອາດາມ ຜູ້​ທີ່​ເປັນ​ແບບ​ຂອງ​ພຣະອົງ​ຜູ້​ທີ່​ຈະ​ມາ​ພາຍຫລັງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ເຖິງ​ຢ່າງ​ໃດ​ກໍຕາມ ຄວາມ​ຕາຍ​ໄດ້​ຄອບ​ງຳ​ຕະຫລອດ​ມາ ຕັ້ງແຕ່​ອາດາມ​ຈົນເຖິງ​ໂມເຊ ແມ່ນ​ວ່າ​ຄົນ​ທີ່​ບໍ່ໄດ້​ເຮັດ​ບາບ​ຢ່າງ​ດຽວ​ກັບ​ການ​ລະເມີດ​ຂອງ​ອາດາມ​ຜູ້​ຊຶ່ງ​ເປັນ​ແບບ ໝາຍ​ເຖິງ​ພຣະ​ຜູ້​ທີ່​ຈະ​ມາ​ພາຍຫລັງ​ນັ້ນ.

Uka jalj uñjjattʼäta Copia luraña




ໂຣມ 5:14
17 Jak'a apnaqawi uñst'ayäwi  

ເຫດສະນັ້ນ, ຄວາມບາບ​ໄດ້​ເຂົ້າມາ​ໃນ​ໂລກ​ຜ່ານທາງ​ມະນຸດ​ຄົນ​ດຽວ ແລະ ຄວາມບາບ​ນັ້ນ​ກໍ​ນຳ​ຄວາມຕາຍ​ມາ ແລະ ໂດຍ​ທາງ​ນີ້​ແຫລະ ຄວາມຕາຍ​ຈຶ່ງ​ມາ​ເຖິງ​ມະນຸດ​ທຸກຄົນ​ເພາະວ່າ​ທຸກຄົນ​ໄດ້​ເຮັດ​ບາບ.


ຖ້າຫາກວ່າ​ໂດຍ​ການລ່ວງລະເມີດ​ຂອງ​ມະນຸດ​ຄົນດຽວ ເປັນເຫດ​ໃຫ້​ຄວາມຕາຍ​ໄດ້​ຄອບຄອງ​ໂດຍ​ຜ່ານທາງ​ມະນຸດ​ຄົນດຽວ​ນັ້ນ, ຫລາຍກວ່ານັ້ນ​ອີກ​ເທົ່າໃດ ບັນດາ​ຜູ້​ທີ່​ໄດ້​ຮັບ​ພຣະຄຸນ​ອັນ​ບໍລິບູນ ແລະ ຂອງປະທານ​ແຫ່ງ​ຄວາມຊອບທຳ​ທີ່​ພຣະເຈົ້າ​ໄດ້​ຈັດຕຽມ​ໄວ້​ຢ່າງ​ລົ້ນເຫລືອ ກໍ​ຈະ​ຄອບຄອງ​ໃນ​ຊີວິດ​ໂດຍ​ຜ່ານ​ທາງ​ມະນຸດ​ຜູ້​ດຽວ​ຄື ພຣະເຢຊູຄຣິດເຈົ້າ.


ເພື່ອ​ວ່າ​ຄວາມບາບ​ໄດ້​ຄອບຄອງ​ໃນ​ຄວາມຕາຍ​ຢ່າງໃດ ພຣະຄຸນ​ກໍ​ຈະ​ໄດ້​ຄອບຄອງ​ຜ່ານທາງ​ຄວາມຊອບທຳ ເພື່ອ​ຊີວິດ​ນິລັນດອນ​ຈະ​ມາ​ທາງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ຢ່າງນັ້ນ.


ເພາະວ່າ ສັບພະສິ່ງ​ທີ່​ພຣະເຈົ້າ​ສ້າງ​ນັ້ນ​ໄດ້​ຕົກ​ຢູ່​ພາຍໃຕ້​ຄວາມຫຍຸ້ງຍາກ​ບໍ່​ແມ່ນ​ຕາມໃຈມັກ​ຂອງ​ມັນ​ເອງ ແຕ່​ໂດຍ​ຄວາມຕັ້ງໃຈ​ຂອງ​ຜູ້​ທີ່​ບັງຄັບ​ໃຫ້​ມັນ​ຕ້ອງ​ຕົກ​ຢູ່ໃນ​ສະພາບ​ດັ່ງກ່າວ ໂດຍ​ມີ​ຄວາມຫວັງ


ພວກເຮົາ​ຮູ້​ຢູ່​ວ່າ​ສັບພະສິ່ງ​ທີ່​ພຣະເຈົ້າ​ສ້າງ​ທັງໝົດ​ນັ້ນ​ກຳລັງ​ໂອ່ຍຄາງ​ດ້ວຍ​ຄວາມເຈັບປວດ ເຫມືອນດັ່ງ​ແມ່ຍິງ​ເຈັບທ້ອງ​ຈະ​ເກີດລູກ​ຈົນ​ເຖິງ​ປັດຈຸບັນ​ນີ້.


ດ້ວຍວ່າ ໃນ​ອາດາມ​ຄົນ​ທັງປວງ​ກໍ​ຕາຍ​ສັນໃດ ໃນ​ພຣະຄຣິດເຈົ້າ​ຄົນ​ທັງປວງ​ກໍ​ຈະ​ຖືກ​ບັນດານ​ໃຫ້​ໄດ້​ຮັບ​ຊີວິດ​ສັນນັ້ນ.


ດັ່ງນັ້ນ​ຈຶ່ງ​ມີ​ຖ້ອຍຄຳ​ຂຽນ​ໄວ້​ວ່າ: “ອາດາມ​ມະນຸດ​ຄົນ​ທຳອິດ​ໄດ້​ກາຍ​ເປັນ​ຜູ້​ມີຊີວິດ”; ສ່ວນ​ອາດາມ​ຄົນ​ສຸດທ້າຍ​ເປັນ​ວິນຍານ​ຜູ້​ໃຫ້​ຊີວິດ.


ເໝືອນດັ່ງ​ມະນຸດ​ຖືກ​ກຳນົດ​ໃຫ້​ຕາຍ​ຄັ້ງ​ດຽວ ແລະ ຫລັງຈາກນັ້ນ​ຈະ​ຕ້ອງ​ພົບ​ກັບ​ການພິພາກສາ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka