Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 5:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ເຫດສະນັ້ນ, ຄວາມບາບ​ໄດ້​ເຂົ້າມາ​ໃນ​ໂລກ​ຜ່ານທາງ​ມະນຸດ​ຄົນ​ດຽວ ແລະ ຄວາມບາບ​ນັ້ນ​ກໍ​ນຳ​ຄວາມຕາຍ​ມາ ແລະ ໂດຍ​ທາງ​ນີ້​ແຫລະ ຄວາມຕາຍ​ຈຶ່ງ​ມາ​ເຖິງ​ມະນຸດ​ທຸກຄົນ​ເພາະວ່າ​ທຸກຄົນ​ໄດ້​ເຮັດ​ບາບ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ດ້ວຍເຫດນັ້ນ ຄວາມ​ບາບ​ໄດ້​ເຂົ້າ​ມາ​ໃນ​ໂລກ ເພາະ​ດ້ວຍ​ມະນຸດ​ຄົນ​ດຽວ ແລະ​ຄວາມ​ຕາຍ​ກໍໄດ້​ເກີດ​ມາ​ຍ້ອນ​ຄວາມ​ຜິດບາບ​ນັ້ນ. ຢ່າງ​ນັ້ນ​ແຫຼະ ຄວາມ​ຕາຍ​ຈຶ່ງ​ໄດ້​ລາມ​ໄປ​ເຖິງ​ມະນຸດ​ທຸກຄົນ ເພາະວ່າ​ທຸກຄົນ​ໄດ້​ເຮັດ​ບາບ​ແລ້ວ.

Uka jalj uñjjattʼäta Copia luraña




ໂຣມ 5:12
20 Jak'a apnaqawi uñst'ayäwi  

ເພາະວ່າ​ທຸກຄົນ​ໄດ້​ເຮັດ​ບາບ ແລະ ຂາດ​ຈາກ​ສະຫງ່າລາສີ​ຂອງ​ພຣະເຈົ້າ,


ດັ່ງນັ້ນ, ການລ່ວງລະເມີດ​ພຽງແຕ່​ເທື່ອ​ດຽວ​ສົ່ງ​ຜົນ​ໃຫ້​ຄົນ​ທັງຫລາຍ​ຖືກ​ລົງໂທດ​ຢ່າງໃດ ການກະທຳ​ອັນ​ຊອບທຳ​ພຽງແຕ່​ເທື່ອ​ດຽວ​ກໍ​ສົ່ງ​ຜົນ​ໃຫ້​ຄົນ​ທັງຫລາຍ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ ແລະ ໄດ້​ຮັບ​ຊີວິດ​ຢ່າງນັ້ນ.


ດ້ວຍວ່າ ການ​ບໍ່​ເຊື່ອຟັງ​ຂອງ​ມະນຸດ​ຄົນ​ດຽວ​ເຮັດ​ໃຫ້​ຄົນ​ຈຳນວນຫລາຍ​ເປັນ​ຄົນບາບ​ຢ່າງໃດ ການເຊື່ອຟັງ​ຂອງ​ມະນຸດ​ຄົນດຽວ​ກໍ​ເຮັດໃຫ້​ຄົນ​ຈຳນວນຫລາຍ​ເປັນ​ຜູ້ຊອບທຳ​ຢ່າງນັ້ນ.


ເພື່ອ​ວ່າ​ຄວາມບາບ​ໄດ້​ຄອບຄອງ​ໃນ​ຄວາມຕາຍ​ຢ່າງໃດ ພຣະຄຸນ​ກໍ​ຈະ​ໄດ້​ຄອບຄອງ​ຜ່ານທາງ​ຄວາມຊອບທຳ ເພື່ອ​ຊີວິດ​ນິລັນດອນ​ຈະ​ມາ​ທາງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ຢ່າງນັ້ນ.


ໃນ​ເວລາ​ນັ້ນ​ພວກເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ສິ່ງ​ເຫລົ່ານັ້ນ ເຊິ່ງ​ເວລາ​ນີ້​ພວກເຈົ້າ​ກໍ​ລະອາຍໃຈ? ຜົນ​ຂອງ​ສິ່ງ​ເຫລົ່ານັ້ນ​ກໍ​ຄື​ຄວາມຕາຍ!


ເພາະ​ຄ່າຕອບແທນ​ຂອງ​ຄວາມບາບ​ກໍ​ຄື​ຄວາມຕາຍ, ແຕ່​ຂອງປະທານ​ທີ່​ມາ​ຈາກ​ພຣະເຈົ້າ​ກໍ​ຄື​ຊີວິດ​ນິລັນດອນ​ໃນ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ໄລພິດ​ຂອງ​ຄວາມຕາຍ​ຄື​ຄວາມບາບ ແລະ ລິດອຳນາດ​ຂອງ​ຄວາມບາບ​ຄື​ກົດບັນຍັດ.


ຄັ້ງ​ໜຶ່ງ ພວກເຮົາ​ທຸກ​ຄົນ​ກໍ​ເຄີຍ​ດໍາເນີນຊີວິດ​ຢູ່​ໃນ​ທ່າມກາງ​ຄົນ​ເຫລົ່ານັ້ນ, ເຊິ່ງ​ເປັນ​ການສະໜອງ​ຕັນຫາ​ຂອງ​ເນື້ອໜັງ​ຂອງ​ພວກເຮົາ ແລະ ປະຕິບັດ​ຕາມ​ຄວາມປາຖະໜາ ແລະ ຕາມ​ຄວາມຄິດ​ຂອງ​ເນື້ອໜັງ​ນັ້ນ. ພວກເຮົາ​ຈຶ່ງ​ສົມຄວນ​ໄດ້ຮັບ​ຄວາມໂກດຮ້າຍ​ເໝືອນ​ກັບ​ຄົນ​ອື່ນ.


ຫລັງ​ຈາກ​ທີ່​ຄວາມປາຖະໜາ​ຊົ່ວ​ໄດ້​ກໍ່​ໃຫ້​ເກີດ​ຂຶ້ນ​ແລ້ວ, ກໍ​ເຮັດ​ໃຫ້​ເກີດ​ມີ​ບາບ ແລະ ເມື່ອ​ບາບ​ຈະເລີນ​ຂຶ້ນ​ຢ່າງ​ເຕັມຂະໜາດ​ແລ້ວ​ກໍ​ກໍ່​ໃຫ້​ເກີດ​ມີ​ຄວາມຕາຍ.


ພວກເຮົາ​ທຸກຄົນ​ລ້ວນ​ແຕ່​ຜິດພາດ​ໃນ​ຫລາຍ​ທາງ. ຜູ້​ທີ່​ບໍ່​ເຄີຍ​ເຮັດ​ຜິດ​ທາງ​ວາຈາ​ກໍ​ເປັນ​ຄົນ​ດີ​ຄົບຖ້ວນ ສາມາດ​ຄວບຄຸມ​ຮ່າງກາຍ​ທັງໝົດ​ຂອງ​ຕົນ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka