Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 4:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ສ່ວນ​ຄົນ​ທີ່​ບໍ່​ໄດ້​ອາໄສ​ການປະຕິບັດ ແຕ່​ໄດ້​ວາງໃຈ​ໃນ​ພຣະເຈົ້າ​ຜູ້​ເຮັດ​ໃຫ້​ຄົນຊົ່ວ​ເປັນ​ຄົນຊອບທຳ ພຣະອົງ​ຖືວ່າ​ຄວາມເຊື່ອ​ຂອງ​ລາວ​ເປັນ​ຄວາມຊອບທຳ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ສ່ວນ​ຄົນ​ທີ່​ບໍ່ໄດ້​ອາໄສ​ການ​ປະຕິບັດ ແຕ່​ໄດ້​ໄວ້ວາງໃຈ​ໃນ​ພຣະອົງ ຜູ້​ຊົງ​ໂຜດ​ຄົນ​ບາບ​ໃຫ້​ເປັນ​ຄົນ​ຊອບທຳ ຄວາມເຊື່ອ​ຂອງ​ຄົນ​ນັ້ນ ກໍ​ຖື​ໄດ້​ວ່າ​ເປັນ​ຄົນ​ຊອບທຳ.

Uka jalj uñjjattʼäta Copia luraña




ໂຣມ 4:5
24 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ກ່າວ​ວ່າ, “‘ຖ້າ​ສາມາດ​ຊ່ວຍ​ໄດ້’ ບໍ? ທຸກສິ່ງ​ເປັນ​ໄປ​ໄດ້​ສຳລັບ​ຜູ້​ທີ່​ເຊື່ອ”.


“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ກໍ​ຕາມ​ຟັງ​ຄຳ​ຂອງ​ເຮົາ ແລະ ເຊື່ອ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ ຜູ້​ນັ້ນ​ກໍ​ມີຊີວິດ​ນິລັນດອນ ແລະ ຈະ​ບໍ່​ເຂົ້າ​ໃນ​ການພິພາກສາ, ແຕ່​ໄດ້​ຜ່ານພົ້ນ​ຈາກ​ຄວາມຕາຍ​ໄປ​ສູ່​ຊີວິດ​ແລ້ວ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ງານ​ຂອງ​ພຣະເຈົ້າ​ຄື: ຈົ່ງ​ເຊື່ອ​ໃນ​ຜູ້​ທີ່​ພຣະອົງ​ໃຊ້​ມາ”.


ເນື່ອງ​ຈາກ​ພວກເຂົາ​ບໍ່​ຮູ້​ຈັກ​ຄວາມຊອບທຳ​ຂອງ​ພຣະເຈົ້າ ແລະ ພະຍາຍາມ​ຕັ້ງ​ຄວາມຊອບທຳ​ຂອງ​ຕົນ​ເອງ​ຂຶ້ນ​ມາ, ພວກເຂົາ​ຈຶ່ງ​ບໍ່​ຍອມຮັບ​ຄວາມຊອບທຳ​ຂອງ​ພຣະເຈົ້າ.


ຄວາມຊອບທຳ​ນີ້​ແມ່ນ​ໄດ້​ມາ​ຜ່ານ​ທາງ​ຄວາມເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ​ໄປ​ເຖິງ​ທຸກຄົນ​ທີ່​ເຊື່ອ ເຊິ່ງ​ບໍ່​ມີ​ຂໍ້​ແຕກຕ່າງ​ກັນ​ລະຫວ່າງ​ຄົນຢິວ ແລະ ຄົນຕ່າງຊາດ,


ແຕ່​ສຳລັບ​ພວກເຮົາ​ທັງຫລາຍ​ຜູ້​ທີ່​ພຣະເຈົ້າ​ຖືວ່າ​ເປັນ​ຜູ້ຊອບທຳ​ດ້ວຍ, ສຳລັບ​ພວກເຮົາ​ຜູ້​ທີ່​ເຊື່ອ​ໃນ​ພຣະອົງ​ຜູ້​ເຮັດ​ໃຫ້​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ເປັນຄືນມາຈາກຕາຍ.


ພຣະຄຳພີ​ກ່າວ​ວ່າ​ຢ່າງໃດ? “ອັບຣາຮາມ​ເຊື່ອ​ພຣະເຈົ້າ ແລະ ເພາະ​ຄວາມເຊື່ອ​ນີ້​ພຣະອົງ​ຖື​ວ່າ​ເປັນ​ຄວາມຊອບທຳ​ຂອງ​ເພິ່ນ”.


ດາວິດ​ໄດ້​ກ່າວ​ຢ່າງ​ດຽວກັນ​ນີ້​ເມື່ອ​ເພິ່ນ​ໄດ້​ເວົ້າ​ເຖິງ​ຄວາມສຸກ​ຂອງ​ຜູ້​ທີ່​ພຣະເຈົ້າ​ຖືວ່າ​ເປັນ​ຜູ້ຊອບທຳ​ໂດຍ​ບໍ່​ໄດ້​ອາໄສ​ການປະຕິບັດ​ວ່າ:


ແລະ ໄດ້​ຢູ່​ໃນ​ພຣະອົງ, ໂຕ​ເຮົາ​ເອງ​ບໍ່​ມີ​ຄວາມຊອບທຳ​ທີ່​ໄດ້​ມາ​ໂດຍ​ກົດບັນຍັດ, ແຕ່​ຄວາມຊອບທຳ​ທີ່​ໄດ້​ມາ​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າ ເປັນ​ຄວາມຊອບທຳ​ທີ່​ມາ​ຈາກ​ພຣະເຈົ້າ​ເທິງ​ພື້ນຖານ​ຂອງ​ຄວາມເຊື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka